ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫ້ອງການສາທາລະນະສຸກເມືອງ, ນາຍບ້ານໆໜອງແຕງ ແລະ ປະຊາຊົນພາຍໃນບ້ານໜອງແຕງ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ລາຍງານຕໍ່ສື່ມວນຊົນ ໃນວັນທີ 11 ມີນາ 2020 ນີ້. ກ່ຽວກັບສະພາບຂ່າວລືທາງເຟດບຸກ “New Democracy The Future In Laos ປະຊາທິປະໄຕໃໝ່ໃນອານາຄົດຢູ່ລາວ” ທີ່ໄດ້ກ່າວອ້າງວ່າ: ມີປະຊາຊົນບ້ານໜອງແຕງ ເມືອງຄົງເຊໂດນ ແຂວງສາລະວັນ ມີເຫດການຜິດປົກກະຕິ ໄລຍະ 15 ວັນ ເສຍຊີວິດ 13 ຄົນ ແພດເມືອງໄດ້ສັ່ງເກັບສົບອອກຈາກໂຮງໝໍດ່ວນຢ່າງຜິດປົກກະຕິ ແລະ ບໍ່ໃຫ້ເອົາເລື່ອງນີ້ອອກສູ່ສັງຄົມ ນັ້ນແມ່ນຄວາມເວົ້າທີ່ບໍ່ມີຄວາມຈິງເຊິ່ງແມ່ນຂ່າວປອມນັ້ນເອງ

ທ່ານ ດຣ ສີສຸພັນ ເກດທອງພັນ ຫົວໜ້າຫ້ອງການສາທາລະນະສຸກເມືອງຄົງເຊໂດນ ຂໍຢັ້ງຢືນຕື່ມວ່າ: ບໍ່ມີປະຊາຊົນພາຍໃນບ້ານໜອງແຕງ ເມືອງຄົງເຊໂດນ ເສຍຊີວິດຈາກການຕິດເຊື້ອພະຍາດອັກເສບປອດ (COVID-19) ຄືດັ່ງຂ່າວທີ່ໄດ້ກ່າວມານັ້ນແມ່ນບໍ່ເປັນຄວາມຈິງ ເພາະວ່າພາຍຫຼັງໄດ້ຮັບຮູ້ຂ່າວຈາກເຟດ “New Democracy The Future In Laos ປະຊາທິປະໄຕໃໝ່ໃນອານາຄົດຢູ່ລາວ” ທາງພະແນກ ສາທາລະນະສຸກແຂວງຮ່ວມກັບ ທີມງານໂຕ້ຕອບໂຮງໝໍແຂວງ ແລະ ຫ້ອງການສາທາລະນະສຸກເມືອງ ລົງໄປເກັບກໍາຂໍ້ມູນຕົວຈິງ, ວາງແຜນຮ່ວມກັນ ເຊິ່ງເລີ່ມດ້ວຍການແລກປ່ຽນບົດຮຽນກ່ຽວກັບພະຍາດດັ່ງກ່າວ, ກວດຫາສາເຫດ, ບົ່ງມະຕິ, ເພື່ອປ້ອງກັນໃນການຮັບມືສະກັດກັ້ນການແຜ່ລະບາດ, ຄວບຄຸມ ແລະ ຕອບໂຕ້ດພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ພ້ອມດຽວກັນນັ້ນກໍໄດ້ເຄື່ອນໄຫວແລກປ່ຽນຄວາມຮູ້ເຂົ້າໃຈກັບບັນດາໂຮງໝໍນ້ອຍຢູ່ເຂດປົກຄຸມຂອງເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງ, ສະເພາະຢູ່ໂຮງໝໍຊຸມຊົນແມ່ນໄດ້ຈັດຕັ້ງປະຕິບັດການຄັດກອງຄົນເຈັບ, ຈ່າຍໝັດອັດປາກ, ເຈວລ້າງມື, ເພີ່ມອ່າງລ້າງມື, ສະບູລ້າງມື ແລະ ຜ້າເຊັດມື.

ໂອກາດດຽວກັນນີ້ ທ່ານ ໄພສານ ນາຍບ້ານໆ ໜອງແຕງ ເມືອງຄົງເຊໂດນ ເຊິ່ງເປັນຕົວແທນຂອງບ້ານ ກ່າວວ່າ: ຫຼັງຈາກທີ່ໄດ້ເຫັນຂ່າວໂຟດລົງທາງເຟດ“New Democracy The Future In Laos ປະຊາທິປະໄຕໃໝ່ໃນອານາຄົດຢູ່ລາວ” ເຮັດໃຫ້ບ້ານຂອງພວກຂ້າພະເຈົ້າມີຄວາມເຊື່ອມເສຍ ແຂກບ້ານໃກ້ບ້ານໄກ ກໍ່ບໍ່ຢາກມາພົວພັນນໍາ ຂ່າວດັ່ງກ່າວແມ່ນມາຈາກບຸກຄົນທີ່ບໍ່ຫວັງດີ, ໃສ່ຮ້າຍປ້າຍສີ ບ້ານໜອງແຕງ ເມືອງຄົງເຊໂດນ ແຂວງສາລະວັນ, ຂ້າພະເຈົ້າໃນນາມຕົວແທນຂອງບ້ານຂໍຢັ້ງຢືນຕໍ່ອໍານາດການປົກຄອງທ້ອງຖິ່ນທຸກທົ່ວໜ້າວ່າ: ລູກບ້ານຂອງຕົນບໍ່ມີອາການຜິດປົກກະຕິໃດໆ ພາຍໃນບ້ານມີຄວາມສະຫງົບດີ ການເຈັບການເປັນກໍ່ທໍາມະດາບໍ່ມີຫຍັງເກີດຂຶ້ນຄືດັ່ງຂ່າວທີ່ກ່າວມານັ້ນ ສະນັ້ນຂໍຝາກໄປຍັງພໍ່ແມ່ປະຊາຊົນທີ່ໄດ້ເຫັນຂ່າວດັ່ງກ່າວກໍບໍ່ຢາກໃຫ້ມີການຕື່ນຕະນົກຕົກໃຈເພາະບໍ່ເປັນເລື່ອງຈິງ ແລະ ກໍບໍ່ຢາກໃຫ້ມີການກົດແຊສ ກົດໄລ ຕື່ມອີກ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນ ແລະ ຮູບພາບ: ໜັງສືພີມ “ສາລະວັນ

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້