ວັນທີ 11 ມີນາ 2020 ທີ່ຜ່ານມາ. ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການ ການລະບາດຂອງເຊື້ອໄວຣັສ COVID-19 ຂຶ້ນເປັນລະດັບ ແຜ່ລະບາດຮຸນແຮງລະດັບໂລກ ຫຼື “Pandemic”.

ໂດຍ ຫົວໜ້າ ອົງການອະນາໄມໂລກ ທ່ານ Tedros Adhanom Ghebreyesus ໄດ້ກ່າວວ່າ: “We are deeply concerned both by the alarming levels of spread and severity” ພວກເຮົາມີຄວາມເປັນຫ່ວງ ເປັນໄຍ ທີ່ສຸດ ເຖິງລະດັບການເຕືອນ ການແຜ່ລະບາດ ທີ່ມີຄວາມໄວ ແລະ ຄວາມຮຸນແຮງນີ້.
ທ່ານ Anthony Fauci ຫົວໜ້າສະຖາບັນແຫ່ງຊາດ National Institute of Allergy and Infection Diseases ຂອງອາເມລິກາ ກ່າວຕື່ມວ່າ: “ສະຖານະການການແຜ່ລະບາດນີ້ ແມ່ນຍັງຈະມີແນວໂນ້ມ ໜັກລົງໄປກ່ວາເກົ່າ.

ສ່ວນທາງດ້ານຂອງປະເທດເພື່ອນບ້ານຂອງເຮົາ: ປະເທດໄທ ໃນວັນທີ 11 ມີນາ 2020 ແມ່ນພົບຜູ້ຕິດເຊື້ອ COVID-19 ເພີ່ມອີກ 6 ຄົນຄື:
- ຊາຍໄທ ອາຍຸ 21 ປີ ເປັນເຈົ້າຫນ້າທີ່ ຕໍາຫຼວດກວດຄົນເຂົ້າເມືອງ ສະໜາມບິນສຸວັນນະພູມ ຜົນກວດຢືນຢັນຕິດເຊື້ອໄວຣັສ COVID-19
- ຊາຍໄທ ອາຍຸ 40 ປີ ເຮັດວຽກທີ່ສະໜາມບິນສຸວັນນະພູມ ປ່ວຍ ວັນທີ 7 ມີນາ ບໍ່ໄດ້ກ່ຽວຂ້ອງກັບຜູ້ປ່ວຍຄົນທຳອິດ, ເຂົ້າຮັບການຮັກສາໃນວັນທີ 9 ມີນາ ມີອາການໄຂ້, ໄອ, ມີເສມຫະ
- ຊາຍໄທ ອາຍຸ 25 ປີ ພະນັກງານບໍລິສັດ ເລີ່ມປ່ວຍ, ໄຂ້, ປວດກ້າມເນື້ອ, ເຂົ້າຮັກສາຕົວ ວັນທີ 25 ກຸມພາ ທີ່ໂຮມໝໍເອກກະຊົນແຫ່ງໜຶ່ງ
- ຍິງໄທ ອາຍຸ 27 ປີ ເດີນທາງກັບຈາກ ສ.ເກົາຫລີ ເຂົ້າຮັກສາທີ່ໂຮງໝໍເອກະຊົນແຫ່ງຫນຶ່ງ ວັນທີ 8 ມີນາ ມີອາການໄຂ້, ໄອ, ນ້ຳມູກ
- ຊາຍໄທ ອາຍຸ 40 ປີ ເດີນທາງກັບມາຈາກປະເທດຍີ່ປຸ່ນ ວັນທີ 25 ກຸມພາ ເກີດອຸບັດເຫດທີ່ຍີ່ປຸ່ນ ກັບມາໄທກວດພົບຕິດເຊື້ອ COVID-19
- ຊາຍສິງກະໂປ ອາຍຸ 36 ປີ ເປັນເຈົ້າຂອງທຸລະກິດໃນກຸງເທບ ປ່ວຍວັນທີ 6 ມີນາ ເຂົ້າກວດທີ່ໂຮງໝໍເອກະຊົນພົບຕິດເຊື້ອ
ລວມຍອດຜູ້ຕິດເຊື້ອ COVID-19 ໃນປະເທດໄທທັງໝົດ 59 ຄົນ ປີ່ນປົ່ວດີກັບບ້ານແລ້ວ 34 ຄົນ

ຂະນະທີ່ໂຕເລກຜູ້ຕິດເຊື້ອທົ່ວໂລກປະຈຸບັນ (12/03/2020 ເວລາ 8:33 ນາທີ) ລາຍງານໂດຍ Coronavirus COVID-19 Global Cases by the Center for Systems Science and Engineering ມີຍອດຜູ້ຕິດເຊື້ອທັງໝົດທົ່ວໂລກແມ່ນ126,093 ຄົນ, ໃນນີ້ປະເທດຈີນແມ່ນ 80,929 ຄົນ, ອິຕາລີ 12,462 ຄົນ, ອິລານ 9000 ຄົນ, ເກົາຫຼີໃຕ້ 7,755 ຄົນ
ນອກຈາກນີ້, ປະເທດຫວຽດນາມ ແມ່ນມີຍອດຜູ້ຕິດເຊື້ອໃນປະເທດທັງໝົດ 38 ຄົນ, ປະເທດກໍາປູເຈຍ ມີຍອດຜູ້ຕິດເຊື້ອ 3 ຄົນ ສ່ວນປະເທດມຽນມາ ແລະ ປະເທດລາວ ແມ່ນຍັງບໍ່ພົບຜູ້ຕິດເຊື້ອ
Hits: 9