ຈາກສະຖານນະການການລະບາດຂອງພະຍາດໂຄວິດ-19
ທີ່ຮຸນແຮງ ແລະ ຂະຫຍາຍເປັນວົງກວ້າງກວ່າ ເຊິ່ງຈັງຫວັດອຸບົນລາດຊະທານີເປັນຈັງຫວັດທີມີຊາຍແດນຕິດກັບ
ສປປ ລາວ ເຮົາ 9 ອຳເພີ ແລະ ຈຸດຜ່ອນຜັນເພື່ອການຄ້າການທ່ອງທ່ຽວ ຈຳນວນ 5 ແຫ່ງ ແລະ ມີຊາຍແດນຕິດກັບປະເທດກຳປູເຈຍ 2 ອໍາເພີ
ຈຸດຜ່ອນຜັນການຄ້າ ຈໍານວນ 1 ແຫ່ງ
ດັ່ງນັ້ນ,
ຈັງຫວັດອຸບົນລາດຊະທານີໄດ້ປະເມີນສະຖານະການດັ່ງກ່າວ, ຕາມມະຕິປະຊຸມໜ່ວຍງານຄວາມໝັ້ນຄົງ
ແລະ ອຳເພີຊາຍແດນໃນພື້ນທີ່ ຄັ້ງທີ່ 1...
ອີງຕາມການສຳຫລວດຕົວຊີ້ ວັດດັດສະນີໝາຍແຫ່ງຊາດ ປີ 2017, ອັດຕາການລ້ຽງລູກດ້ວຍນົມແມ່ ໃນ ສປປ ລາວ ແມ່ຍັງຕ່ຳ ຢູ່ 45% ແລະ ມີພຽງ 50% ຂອງແມ່ໃນ ສປປ ລາວ ທີ່ເລີ່ມໃຫ້ລູກກິນນົມແມ່ທັນທີ ຫລັງເກີດພາຍໃນຊົ່ວໂມງທຳອິດຫລັງເກີດ. ມີຄວາມແຕກໂຕນກັນຢ່າງຊັດເຈນ ໃນການປະຕິບັດການລ້ຽງລູກ ດ້ວຍນົມແມ່ໃນແຕ່ລະແຂວງ, ກຸ່ມຊົນເຜົ່າ ແລະ...
ຈາກກການຖະແຫຼງຂ່າວ ປະຈຳວັນຂອງຄະນະສະເພາະກິດ ໃນວັນທີ 29 ເມສາ 2020 ໃຫ້ຮູ້ວ່າ: ໃນວັນທີ 28 ເມສາຜ່ານມາ ແພດໝໍໄດ້ເກັບຕົວຢ່າງມາກວດທັງໝົດ 33 ຄົນ ເຊິ່ງທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອຖືເປັນມື້ທີ 17 ຕິດຕໍ່ກັນທີ່ລາວເຮົາບໍ່ມີຜູ້ຕິດເຊື້ອໃໝ່ ແລະ ຍັງໄດ້ມີກໍລະນີປິ່ນປົວຜູ້ຕິດເຊື້ອຫາຍດີ ແລະ ອອກໂຮງໝໍ, ໄດ້ເພີ່ມອີກ 1 ຄົນ ຢູ່ແຂວງຫຼວງພະບາງໃນວັນທີ 29 ເມສານີ້ເອງ ນະເວລານີ້ຢູ່ແຂວງຫຼວງພະບາງ ຜູ້ຕິດເຊື້ອເຊື້ອພະຍາດໂຄວິດ-19 ທັງ 3 ຄົນ ແມ່ນປິ່ນປົວຫາຍດີ ແລະ ອອກໂຮງໝໍໄປຕິດຕາມອາການຢູ່ເຮືອນ 14 ວັນ ຖ້າບໍ່ມີອາການແຊກຊ້ອນຫຍັງກໍ່ສາມາດອອກໃຊ້ຊີວິດຕາມປົກກະຕິໄດ້.
ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວທັງໝົດ 8 ຄົນຄື ຢູ່ແຂວງຫຼວງພະບາງ3 ຄົນ ແລະ ນະຄອນຫຼວງວຽງຈັນ 5 ຄົນ ແລະ ຍັງອີກ 11 ຄົນ ທີ່ກຳລັງປິ່ນປົວຢູ່ໂຮງໝໍມິດຕະພາບ, ນະຄອນຫຼວງວຽງຈັນ ໂດຍຄົນເຈັບທັງ 11 ຄົນແມ່ນອາການຍັງຢູ່ຂັ້ນເບົາບາງ ແລະ ແພດໝໍໄດ້ປິ່ນປົວໃຫ້ກິນຢາຄົບຕາມກຳນົດແລ້ວ. ລໍຖ້າແຕ່ຕິດຕາມອາການ ແລະກວດຢືນຢັນໃໝ່.
ຈາກການຖະແຫຼງຂ່າວປະຈຳວັນ ຂອງຄະນະສະເພາະກິດ ປະຈຳວັນທີ 30 ເມສາ 2020 ໂດຍ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ຄວບຄຸມພະຍາດໂກວິດ 19
ໂດຍທ່ານໄດ້ໃຫ້ຮູ້ວ່າ: ໃນວັນທີ 29 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 10 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 8ຄົນ, ເກັບຕົວຢ່າງຜູ້ຕິດເຊື້ອມາກວດຄືນ 2 ຄົນ,ໃນຈໍານວນຜູ້ມີອາການສົງໄສ 8 ຄົນ ມີນະຄອນຫຼວງວຽງຈັນ 6 ຄົນ,ຈຳປາສັກ 1 ຄົນ, ບໍລິຄຳໄຊ 1 ຄົນ, ຜົນກວດທັງໝົດ 10 ຄົນ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 29 ເມສາ 2020 ບໍ່ມີກໍລະນີໃໝ່.
ປະຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍແຕ່ 11 ຄົນ ທີ່ນອນປິ່ນປົວຢູ່ທັງໝົດມີອາການເບົາບາງ, ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ ຈຶ່ງໃຫ້ອອກໂຮງໝໍ.
ເຫັນວ່າ 18 ມື້ທີ່ບໍ່ມີຜູ້ຕິດເຊື້ອໃໝ່. ໃນຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ໄດ້ອອກໂຮງໝໍແລ້ວ 8 ຄົນ ແລະ ຍັງເຫຼືອ 11 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ. ເຖິງສະພາບການລະບາດຜ່ອນຄາຍລົງຄືແນວນີ້ ແຕ່ພວກເຮົາກໍ່ບໍ່ໄດ້ປະໝາດ ແລະ ມີການເຝົ້າລະວັງຢ່າງໃກ້ຊິດ ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄືນຄັ້ງທີ 2.
ສຳລັບທຸກຄົນທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາໃນ ສປປ ລາວ ລວມທັງແຮງງານລາວ ພວກເຮົາກໍ່ໄດ້ເກັບຕົວຢ່າງໄປກວດວິເຄາະຊອກຫາເຊື້ອ ແລະ ສົ່ງໄປຢູ່ສູນຈຳກັດບໍລິເວນ ຈົນຄົບກຳນົດ 14 ວັນ. ພວກເຮົາຍັງຈະໄດ້ສືບຕໍ່ປະຕິບັດຄຳສັ່ງເລກທີ 06/ນຍ ນີ້ ຈົນກວ່າຈະຮອດວັນທີ 3 ພຶດສະພາ 2020.
ທ່ານຍັງໄດ້ກ່າວຕື່ມວ່າ, ຖ້າວ່າບັນດາທ່ານ ຫຼື ຄົນໃນຄອບຄົວຂອງທ່ານຫາກມີອາການໄຂ້, ໄອ, ເຈັບຫົວ,ເຈັບທ້ອງ ຫຼື ມີອາການອື່ນໆ ກໍ່ຂໍໃຫ້ບັນດາທ່ານ ເຂົ້າໄປພົບແພດຢູ່ໂຮງຫມໍ ເພື່ອຈະໄດ້ຄັດແຍກ ວ່າມີອາການສົງໃສ ກ່ຽວກັບພະຍາດ COVID-19 ຫຼືບໍ່ ພ້ອມທັງຈະໄດ້ເກັບຕົວຢ່າງໄປກວດວິເຄາະຊອກຫາເຊື້ອ
ໄລຍະນີ້ ກໍ່ແມ່ນດູຝົນ ພະຍາດຕາມລະດູການ ກໍ່ສາມາດເກີດຂື້ນໄດ້ ໂດຍສະເພາະແມ່ນພະຍາດໄຂ້ ເລືອດອອກ ກໍ່ເປັນພະຍາດຫນື່ງທີ່ພວກເຮົາ ເຝົ້າລະວັງແຕ່ລະປີ ຂໍໃຫ້ພໍ່ແມ່ປະຊາຊົນ ຈົ່ງເອົາໃຈໃສ່ຄົນໃນຄອບຄົວ ຕໍ່ລູກຫຼານຂອງພວກເຮົາ ເພື່ອຫຼີກເວັ້ນຈາກພະຍາດທັງຫມົດທີ່ສາມາດປ້ອງກັນໄດ້