ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 12 ມີນາ 2020 ອິນໄຊລາວ ໄດ້ລົງສໍາຫຼວດບັນຍາກາດພາຍໃນວັດສີສະເກດ ແລະ ຫໍພະແກ້ວ ເຊິ່ງເປັນສະຖານທີ່ທ່ອງທ່ຽວ ທີ່ນັກທ່ອງທ່ຽວຕ່າງປະເທດໃຫ້ຄວາມສົນໃຈ ແລະ ມາທ່ຽວເປັນຈໍານວນຫຼວງຫຼາຍ. ແຕ່ຊ່ວງນີ້ຖ້າໃຜທີ່ເດີນທາງເຂົ້າມາທ່ຽວຊົມກໍຈະເຫັນໄດ້ວ່າ ມີນັກທ່ອງທ່ຽວບາງຕາພໍສົມຄວນ ເຊິ່ງເປັນຜົນກະທົບຈາກສະຖານະການການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ກໍາລັງລະບາດຢູ່ໃນຂະນະນີ້

ຈາກການສັງເກດເຫັນວ່າ, ຕາມເສັ້ນທາງດ້ານໜ້າຫໍພະແກ້ວ ແລະ ວັດສີສະເກດ ເຫັນວ່າ ບໍ່ມີລົດທົວຄືແຕ່ກ່ອນ ແລະ ນັກທ່ອງທ່ຽວສ່ວນໃຫ່ຍທີ່ມາກໍ່ແມ່ນນັກທ່ອງທ່ຽວຈາກເອີຣົບ ແລະ ນັກທ່ອງທ່ຽວລາວເອງ ທາງດ້ານຂອງນັກທ່ອງທ່ຽວຈາກ ສ.ເກົາຫຼີ ແມ່ນຍັງມີຢູ່ຈໍານວນນ້ອຍ ທີ່ມາເອງ ໂດຍບໍ່ໄດ້ມາເປັນກຸ່ມທົວໃຫ່ຍຄືກັບເມື່ອກ່ອນ ສ່ວນນັກທ່ອງທ່ຽວຈາກປະເທດຈີນແມ່ນບໍ່ມີເລີຍ,

ທ່ານ ພູວຽງ ໂພທິສານ ຫົວໜ້າອໍານວຍການ ພິພິທະພັນສະຖານບູຮານ ນະຄອນຫຼວງວຽງຈັນ (ຫໍພະແກ້ວ-ວັດສີສະເກດ-ພຣະທາດຫຼວງ) ໄດ້ໃຫ້ສໍາພາດວ່າ: ສະຖານະການໃນປະຈຸບັນ ທົ່ວໂລກແມ່ນກໍາລັງປະສົບກັບບັນຫາການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ສໍາລັບສະຖານບູຮານໃນນະຄອນຫຼວງຂອງພວກເຮົາ ແມ່ນເລີ່ມຕັ້ງແຕ່ປາຍເດືອນກຸມພາ ຫາ ຕົ້ນເດືອນມີນາ ເປັນຕົ້ນມາ ຖືວ່າໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ເນື່ອງຈາກວ່ານັກທ່ອງທ່ຽວຫຼຸດລົງເກືອບ 100% ສະເລ່ຍມື້ໜຶ່ງມີນັກທ່ອງທ່ຽວຢູ່ປະມານ 50 ຄົນ ແລະ ສ່ວນໃຫ່ຍແມ່ນມາຈາກເອີຣົບ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານຍັງໄດ້ກ່າວຕື່ມວ່າ: ບໍ່ສະເພາະແຕ່ ຫໍພະແກ້ວ ວັດສີສະເກດ ພຣະທາດຫຼວງ ເທົ່ານັ້ນ ແຕ່ໝົດທຸກຂົງເຂດດ້ານການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ແມ່ນໄດ້ຮັບຜົນກະທົບເຊັ່ນດຽວກັນ. ແລະຢາກຈະເຊີນຊວນທຸກຄົນໃຫ້ປ້ອງກັນພະຍາດໂຄວິດ-19 ພ້ອມເຝົ້າລະວັງຮ່ວມກັນ

“ແນວໃດກໍ່ຕາມ, ຂໍໃຫ້ທຸກຄົນຈົ່ງມີສະຕິລະວັງໂຕ ພ້ອມກັນປ້ອງກັນ ແລະ ສະກັດກັ້ນ ພະຍາດດັ່ງກ່າວ ເພື່ອໃຫ້ທຸກຄົນຜ່ານຜ່າວິກິດນີ້ໄປພ້ອມໆກັນ” ທ່ານ ພູວຽງໄດ້ກ່າວຕອນທ້າຍ

Hits: 48

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້