ວັນທີ 13 ມີນາ 2020, ທາງເພສອິນໄຊລາວ ໄດ້ຮັບຂໍ້ຄວາມຈາກລູກເພສຫຼາຍໆທ່ານວ່າ: ມີການປິດດ່ານສາກົນໃນຂອບເຂດປະເທດລາວ ເຊິ່ງຂ່າວດັ່ງກ່າວແມ່ນເຮັດໃຫ້ຫຼາຍໆຄົນ ເຂົ້າໃຈຜິດວ່າເປັນຂ່າວການປິດດ່ານ ຈົນໄດ້ສົ່ງຂໍ້ຄວາມເຂົ້າມາທາງແຟນເພສຂອງອິນໄຊລາວວ່າ ດ່ານຈະປິດມື້ໃດ, ມີດ່ານໃດແດ່ປິດ ແລະ ຄໍາຖາມອຶ່ນໆ

ທາງອິນໄຊລາວ ຈຶ່ງຮິບຮ້ອນອອກມາຊີ້ແຈງຕໍ່ທຸກທ່ານວ່າ: ຂ່າວທີ່ມີບຸກຄົນແຊຣໄປນັ້ນ ແມ່ນເປັນຂ່າວເກົ່າ ທີ່ລົງໄປໃນວັນທີ 18 ຕຸລາ 2019 ເຊິ່ງເປັນຂ່າວກ່ຽວກັບແຈ້ງການ: ສະເໜີຂໍປິດການອອກວີຊ່າກັບດ່ານສາກົນຢູ່ບາງດ່ານສາກົນ, ຕາມໃບແຈ້ງການເລກທີ່1845/ຫສນຍນະຄອນຫຼວງວຽງຈັນ ວັນທີ 16 ຕຸລາ 2019
ແນວໃດກໍ່ຕາມ, ຂໍໃຫ້ທຸກຄົນເຂົ້າໃຈວ່າ ດ່ານສາກົນຕ່າງໆແມ່ນຍັງບໍລິການຕາມປົກກະຕິ
Hits: 5