ຂໍຂອບໃຈນຳຜູ້ສະໜັບສະໜູນ

ຊ່ວງນີ້ອາກາດປ່ຽນແປງຕະຫຼອດ ດຽວຝົນ ດຽວຮ້ອນ ຫຼາຍໆຄົນປັບໂຕບໍ່ທັນ ແລະ ໃນຊ່ວງນີ້ຍັງມີການລະບາດຂອງພະຍາດ ໂຄວິດ-19  ອີກ, ຫຼາຍໆຄົນແຮງກັງວົນຕື່ມອີກ ເຮົາກໍ່ຕ້ອງໄດ້ກຽມຄວາມພ້ອມປ້ອງກັນໄວ້ແບບງ່າຍໆ ຫ່າງໄກຫວັດ ດ້ວຍການກິນ ເລືອກຜັກສະໝຸນໄພມາກິນດີກວ່າ

ຂໍ້ມູນຈາກ ກົມອະນາໄມ(ປະເທດໄທ) ແນະນຳຜັກສະໝຸນໄພ ທີ່ຄວນກິນໃນຊ່ວງອາກາດປ່ຽນແປງ ດັ່ງນີ້: ຂິງ, ຂ່າ, ຫົວສີໃຄ, ຜັກທຽມ, ຫອມບົວແດງ, ໝາກຮະ, ຜັກຫວານ, ໃບກະເພົາ, ໝາກເຂືອ,ຜັກຊີ ແລະ ໝາກນາວ ເຊິ່ງທັງໝົດນີ້ ກໍ່ມັກຈະຢູ່ໃນເມນູຈານຫຼັກຂອງເຮົາຄົນລາວຢູ່ແລ້ວ ເປັນຕົ້ນແມ່ນ: ຕໍາໝາກຮຸ່ງ ຕົ້ມສົ້ມປາ ແຈ່ວປະເພດຕ່າງໆ

ຖືໄດ້ວ່າ, ສັບພະຄຸນຈາກຜັກສະໝຸນໄພເຫຼົ່ານີ້ ມີຄວາມເຜັດຮ້ອນ ຊ່ວຍບັນເທົາອາການເປັນຫວັດ ແລະ ເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍໄດ້ຢ່າງດີ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກຈາກນີ້ແລ້ວ, ຍັງມີບັນດາໝາກໄມ້ ເຊິ່ງເປັນແຫຼ່ງຂອງ ວິຕາມິນ ແລະ ໃຍອາຫານ ໂດຍສະເພາະວິຕາມິນຊີ ທີ່ຊ່ວຍເພີ່ມພູມຄຸ້ມກັນໃຫ່ຮ່າງກາຍ ແລະ ຕ້ານພະຍາດ ໂດຍສະເພາະແມ່ນຫວັດ ແລະ ໝາກໄມ້ທີ່ມີວິຕາມິນຊີຫຼາຍ ປະກອບມີ: ໝາກຂາມປ້ອມ, ໝາກສີດາ, ໝາກຮຸ່ງສຸກ, ໝາກສົ້ມໂອ, ໝາກກະທັນ, ໝາກກ້ຽງ ແລະ ອຶ່ນໆ

ແນວໃດກໍ່ດີ, ການກິນອາຫານທີ່ດີແລ້ວ ຍັງຕ້ອງໄດ້ພັກຜ່ອນໃຫ້ພຽງພໍ ອອກກໍາລັງກາຍສະໝໍ່າສະເໝີ ພຽງເທົ່ານີ້ ພຸມຄຸ້ມກັນຂອງເຮົາກໍ່ຈະແຂງແຮງ ພ້ອມທີ່ຈະສູ້ກັບຫວັດແລ້ວ

Hits: 14

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້