ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນທ້າຍອາທິດທີ່ຜ່ານມາ, ມີລາຍງານຈາກການຈັດຕັ້ງບ້ານ ນໍ້າອອກຮູ ເມືອງບົວລະພາ ແຂວງຄຳມ່ວນ ວ່າມີຊ້າງປ່າຈຳນວນ 3-4ໂຕທຳລາຍເລົ້າເຂົ້າ ແລະ ເຄື່ອງປູກຂອງຝັງຂອງພໍ່ແມ່ປະຊາຊົນ ບ້ານ ນໍ້າອອກຮູ ເມືອງບົວລະພາ ຕາມການລົງເຄື່ອນໄຫວເກັບກຳຂໍ້ມູນຕົວຈິ່ງຕາມການບອກເລົ່າຂອງ ທ້າວ ບຸນຍືນ ປະຊາຊົນ ບ້ານ ນໍ້າອອກຮູ ເມືອງບົວລະພາ ຄອບຄົວຜູ້ທີ່ຖືກຜົນກະທົບຈາກຊ້າງປ່າເຂົ້າມາທຳລາຍເລົ້າເຂົ້າ,ສວນ ຜົນເສຍຫາຍເບຶ່ອງຕົ້ນແມ່ນເລົ້າເຂົ້າຖືກເປ້ເພ ເຂົ້າໃນເລົ້າກໍ່ເສຍຫາຍເຊີ່ງແຕ່ກ່ອນມີເຂົ້າໃນເລົ້າ67ເປົາຖືກທຳລາຍ46ເປົານອກຈາກນັ້ນຊ້າງຍັງໄປທຳລາຍເຮືອນຄົວ ແລະ ຫ້ອງນໍ້າຕື່ມອີກ, ຈາກນັ້ນຝຸງຊ້າງປ່າດັ່ງກ່າວ ກໍ່ໄປທຳລາຍຜົນລະປູກພືດ ຂອງ ທ້າວ ໂຕ້ຍປະຊາຊົນ ບ້ານ ນໍ້າອອກຮູ ເຮັດສວນກ້ວຍເສຍຫາຍຫຼາຍກ່າວ 200 ຕົ້ນ, 

ເຊີ່ງເຮັດໃຫ້ການຈັດຕັ້ງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ມີຄວາມຕົກໃຈຍ້ານກົວຕໍ່ ຝຸງຊ້າງດັ່ງກ່າວ ແຕ່ກໍ່ຍັງດີ ທີ່ພໍ່ແມ່ປະຊາຊົນມີສະຕິຕື່ນຕົວ ແຕ່ເຖີງຢ່າງໃດກໍ່ຕາມມາໃນປະຈຸບັນນີ້ເພື່ອຫຼີກລ້ຽງ ຕໍ່ຜົນກະທົບທາງດ້ານຊີວິດສັບສິນລວມໄປເຖີງເຄື່ອງປູກຂອງຝັງຂອງພໍ່ແມ່ປະຊາຊົນໃນຂອບເຂດດັ່ງກ່າວ ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນຈື່ງຮຽກຮ້ອງໃຫ້ພາກສ່ວນທີ່ກຽ້ວຂ້ອງຈົ່ງຊ່ວຍຄອບຄຸ້ມ ແລະ ຕິດຕາມການເຄື່ອນໄຫວຂອງກຸ່ມຊ້າງປ່າ ດັ່ງກ່າວເພື່ຶອເຮັດໃຫ້ພໍ່ແມ່ປະຊາຊົນໃນຂອບເຂດບ້ານ ດັ່ງກ່າວມີຄວາມສະດວກສະບາຍ ໃນການທຳມາຫາກີນໃນຊີວິດປະຈຳວັນ ແລະຕ້ອງລາຍງານຕໍ່ເຈົ້າໝ້າທີ່ ແລະ ພາກສ່ວນທີ່ກຽ້ວຂ້ອງຮັບຊາບໂດຍດ່ວນ


ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່ມາ: All In Laos

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້