Monday, May 19, 2025
Kbank Laos โอน รับ จ่าย

ຕັ້ງສະຕິໃນຊ່ວງໂຣກລະບາດ ດ້ວຍຄາຖາຣັດຕະນະສູດ

ຣັດຕະນະສູດ ເປັນພະສູດໃນພະສຸດຕັນຕະປີດົກ ໝວດຂຸດທະນິກາຍ ຂຸດທະກະປາຖະ ແລະຍັງປາກົດໃນໝວດສຸດຕັນຕະນິບາດ ເປັນພະຄາຖາຈຳນວນ 17 ບົດ ແຕ່ປາກົດໃນພາກພາສາສັນສະກິດ ຈຳນວນ 19 ບົດດັ່ງທີ່ປາກົດຢູ່ໃນຄຳພີ ມະຫາວັດສະຕຸອະວະທານ ຂອງນິກາຍ ໂລໂກດຕະຣະວາດ ແລະນິກາຍ ມະຫາສັງຄິກະ ພະສູດນີ້ພັນລະນາຄຸນຂອງພະລັດຕະນະໄຕ ແລະປ່າວປະກາດຄວາມຍິ່ງໃຫຍ່ ແລະຄຸນລັກສະນະ ຂອງພຣະອະຣິຍະເຈົ້າ ມີພະໂສດາບັນ ເປັນຕົ້ນ.

ຣັດຕະນະສູດ ບົດສູດນີ້ ຈະເລີ່ມຈາກບົດຂັດຣັດຕະນະປະຣິດ ເປັນບົດສູດທີ່ບອກເລົ່າຄຸນຂອງຣັດຕະນະປະຣິດວ່າ ມົນນີ້ເປັນທີ່ຍອມຮັບຂອງເທວະດາ ວ່າສາມາດຂັບໄລ່, ປ້ອງກັນ ແລະຕ້ານທານຈາກໄພ 3 ປະການ ຄື ໂລຄະໄພ (ໂລກລະບາດ), ອະມະນຸດໄພ (ພູດ, ຜີ, ປີສາດ) ແລະທຸບພິກຈະໄພ (ໄພແຫ້ງແລ້ງ) ເຊິ່ງພະພຸດທະເຈົ້າ ສູດມົນບົດນີ້ອ້ອມກຳແພງ 3 ຊັ້ນ ຂອງເມືອງເວສາລີ ເປັນເວລາ 3 ມື້ 3 ຄືນ.

ພະພຸດທະມົນບົດນີ້, ສາມາດຂັບໄລ່ໂລກລະບາດ ພູດ ຜີ ປີສາດ ແລະໄພແຫ້ງແລ້ງ ມາຈາກການທີ່ເມືອງເວສາລີແຫ້ງແລ້ງ ບໍ່ສາມາດປູກຝັງຫຍັງໄດ້ ມີຊາວເມືອງອົດຢາກລົ້ມຕາຍເປັນຈຳນວນຫຼວງຫຼາຍ ອະມະນຸດກໍມາເລາະກິນຊາກສົບ ເກີດອະຫິວາໂລກລະບາດໃນເມືອງ ຊາວເມືອງລົ້ມຫາຍຕາຍຈາກເປັນຈຳນວນເພີ່ມຂຶ້ນ ຍ້ອນຕິດໂລກ.

ກະສັດລິດສະວີ ຈຶ່ງເຊີນພະພຸດທະເຈົ້າມາຍັງເມືອງ ເມື່ອພະພຸດທະເຈົ້າສະເດັດຍ່າງເຂົ້າມາໃນເມືອງເວສາລີ ກໍບັງ ເກີດຝົນຕົກໜັກ ນ້ຳຝົນຊຳລະລ້າງເມືອງໃຫ້ສະອາດ ແລ້ວພັດພາຊາກສົບໄປສູ່ແມ່ນ້ຳຄົງຄາ ເທວະດາພາກັນມາເຂົ້າເຝົ້າພະພຸດທະເຈົ້າ ພວກອະມະນຸດທີ່ລີ້ລັບຢູ່ ກໍພາກັນໜີອອກໄປ ພະພຸດທະເຈົ້າຊົງເອີ້ນພະອານົນເຂົ້າເຝົ້າ ແລ້ວຊົງສອນຣັດຕະນະສູດ ໃຫ້ພະອານົນທ່ອງບໍລິກຳ ພ້ອມກັບປະປະພົມນ້ຳຈາກບາດຂອງພະພຸດທະເຈົ້າ ອອກໄປອ້ອມກຳແພງເມືອງ 3 ຊັ້ນ ອະມະນຸດທີ່ລີ້ຢູ່ ເມື່ອຖືກນ້ຳພະພຸດທະມົນຈຶ່ງໜີໄປ ພະອານົນເຮັດແບບນີ້ຢູ່ 3 ມື້ 3 ຄືນ ຈົນເມືອງເວສາລີກັບມາສະຫງົບສຸກອີກເທື່ອໜຶ່ງ.

ຣັດຕະນະສູດ ນອກຈາກເປັນພຸດທະມົນສຳລັບການຂັບໄລ່ສິ່ງຊົ່ວຮ້າຍຢ່າງແທ້ຈິງແລ້ວ ແຕ່ສັງເກດເບິ່ງເນື້ອໃນຂອງບົດສູກດັ່ງກ່າວແລ້ວ ພົບວ່າບໍ່ມີເນື້້ອໃນທີ່ເວົ້າເຖິງການຂັບໄລ່ສິ່ງບໍ່ດີເລີຍ ແຕ່ເວົ້າເຖິງ ສິ່ງທີ່ມີຄ່າດຸດດັ່ງແກ້ວມະນີຂອງພຸດທະສາສະໜາ ໄດ້ແກ່ ພະພຸດທະເຈົ້າ, ພະທຳ ແລະພະສົງ ໜ້າສົນໃຈທີ່ບົດສູດນີ້ ສັນລະເສີນພະທຳ ທີ່ມີຄ່າປຽບດັ່ງອັນຍະມະນີ ຄື  “ສະມາທິ”.

ແຫຼ່ງຂໍ້ມູນ: ຕຳນານພຣະປະຣິດ ໂດຍສົມເດັດພະມະຫາທີຣາຈານ (ນິຍົມ ຖານິດສະຣະມະຫາເຖຣະ) ແລະ ພຸດທະທຳ ສະບັບປັບປຸງ ແລະຂະຫຍາຍຄວາມ ໂດຍພະພົມຄຸນາພອນ (ປ.ອ ປະຢຸດໂຕ)

ທ່ານສາມາດສູດພະຄາຖານີ້ໄດ້ ຕາມວີດີໂອ ຕາມລິ້ງລຸ່ມນີ້:

https://youtu.be/0OX3X99tiCw

https://youtu.be/0OX3X99tiCw
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້