ຂໍຂອບໃຈນຳຜູ້ສະໜັບສະໜູນ

ປະຈຸບັນນີ້ ສິ່ງທີ່ຫຼາຍໆຄົນໃຫ້ຄວາມສົນໃຈ ແລະ ປ້ອງກັນຕົນເອງຢ່າງຫຼາຍ ແມ່ນສະຖານະການການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ຕິດຕໍ່ກັນໄດ້ຈາກການໄອ ຫຼື ຈາມຂອງຜູ້ຕິດເຊື້ອໃນໄລຍະ 1 ແມັດ

ນອກຈາກນີ້ແລ້ວ ຍັງສາມາດຕິດຕໍ່ກັນໄດ້ໂດຍການສໍາພັດນໍ້າມູກ ນໍ້າລາຍ  ເສມຫະ ຂອງຜູ້ຕິດເຊື້ອແລ້ວນໍາມືໄປສໍາພັດຕາ ດັງ ປາກ ຈຶ່ງບໍ່ແປກທີ່ປະຈຸບັນເພື່ອການປ້ອງກັນຕົນເອງໃຫ້ປອດໄພຈາກພະຍາດນີ້  ມີ 2 ຢ່າງທີ່ຂາດບໍ່ໄດ້ໃນຊ່ວງນີ້ແມ່ນ ໜ້າກາກອະນາໄມ ແລະ ແອວກໍຮໍລ້າງມື

ເຈວລ້າງມືທີ່ມີສ່ວນປະສົມຂອງແອວກໍຮໍ ເປັນຜະລິດຕະພັນທາງເລືອກໜຶ່ງໃນການໃຊ້ທຳຄວາມສະອາດມື ເພື່ອສຸຂະອະນາໄມທີ່ດີໃນການປ້ອງກັນເຊື້ອໄວຣັດໂຄວິດ-19 ໂດຍໄດ້ມີການປະກາດຈາກທາງກະຊວງທາລະນະສຸກຂອງຕ່າງປະເທດ ເລື່ອງກຳນົດລັກສະນະຂອງເຄື່ອງສຳອາງທີ່ມີສ່ວນປະສົມຂອງແອວກໍຮໍເພື່ອສຸຂະອະນາໄມສຳລັບມື ຕ້ອງມີຄວາມເຂັ້ມຂຸ້ນຂອງປະລິມານແອວກໍຮໍບໍ່ໃຫ້ຫຼຸດ 70% ເນື່ອງຈາກວ່າ ຫາກປະລິມານແອວກໍຮໍນ້ອຍກວ່າ 70% ຈະບໍ່ສາມາດຂ້າເຊື້ອໄດ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແອລກໍຮໍທີ່ປະສົມໃນຜະລິດຕະພັນເຈວລ້າງມືຈະເປັນປະເພດ:​ ເອທິລແອລກໍຮໍ ຫຼື ເອທານນໍ (Ethyl alcohol ຫຼື Ethanol), ໄອໂຊໂພຣພິລແອລກໍຮໍ ຫຼື ໄອໂຊໂພພານໍ (isopropyl alcohol ຫຼື isopropanol), ເອັນ-ໂພຣພິລແອລກໍຮໍ ຫຼື ເອັນ-ໂພຣພານໍ (n-propyl alcohol ຫຼື n-propanol) ໂດຍອາດເປັນພຽງສານດຽວ ຫຼື ປະສົມລວມກັນຢູ່ຕັ້ງແຕ່ 70% ຂຶ້ນໄປ. ການນໍາເອົາເຈວລ້າງມືໄປລ້າງໜ້າ ເປັນສິ່ງທີ່ບໍ່ຄວນເຮັດ ເພາະຈະສົ່ງຜົນໃຫ້ເກີດການລະຄາຍເຄື້ອງ ແລະ ເປັນອັນຕະລາຍຕໍ່ເຊວຜິວໃບໜ້າ

ການໃຊ້ແອວກໍຮໍແບບ ສະເປ ເພື່ອຂ້າເຊື້ອໃນມືຕະຫຼອດ ຈະເຮັດໃຫ້ຜິວແຫ້ງ ເນື່ອງຈາກການອອກລິດຂອງແອວກໍຮໍຈະມີການລະເຫີຍ ໂດຍຂະນະທີ່ລະເຫີຍຈະມີການດືງນໍ້າບໍລິເວນໃຕ້ຜິວ  ໜັງ ແລະ ຈະເຮັດໃຫ້ຜິວຊຸ່ມຊືນຖຶກດືງອອກໄປ ສະນັ້ນ ຫຼັງຈາກສິດສະເປແອວກໍຮໍແລ້ວຄວນໃຊ້ໂລຊັ່ນທາມືນໍາ

ສະນັ້ນ, ການເລືອກຊື້ຜະລິດຕະພັນເຈວລ້າງມືເພື່ອໃຊ້ສຳລັບຂ້າເຊື້ອໄວຣັດໂຄວິດ-19 ໄດ້ແທ້ນັ້ນ, ທ່ານຄວນກວດສອບສ່ວນປະສົມໃຫ້ດີກ່ອນ ແລະ ກວດສອບເລກທະບຽນທີ່ຈົດແຈ້ງເຈວລ້າງມືໃຫ້ດີກ່ອນ ເພື່ອສ້າງຄວາມໝັ້ນໃຈວ່າຜະລິດຕະພັນມີສ່ວນປະສົມຂອງແອວກໍຮໍ 70% ຂຶ້ນໄປ.

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້