ຂໍຂອບໃຈນຳຜູ້ສະໜັບສະໜູນ

ຂປລ. ວັນທີ 16 ມີນາ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອໄວຣັດໂຄວິດ-19 ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ1, ສະໜາມບິນສາກົນວັດໄຕ, ໂຮງໝໍສູນກາງ 103 ແລະ ໂຮງໝໍ ມິດຕະພາບ 150 ຕຽງ ນະຄອນຫລວງວຽງຈັນ.

 ໃນການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຮັບຟັງ ການລາຍງານໂດຍຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຈາກພາກສ່ວນທີ່ກ່ຽວຂ້ອງ. ຫລັງຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນ ໂດຍທ່ານ ໄດ້ຢືນຢັນວ່າ: ປັດຈຸບັນ ສປປ ລາວ ໄດ້ມີຄວາມພ້ອມໃນທຸກດ້ານ ເພື່ອຮອງຮັບການລະບາດຂອງພະຍາດນີ້ ທີ່ອາດຈະແຜ່ລະບາດ ຢູ່ ສປປ ລາວ ເປັນຕົ້ນ ໄດ້ມີຄວາມພ້ອມທາງດ້ານບຸກຄະລາກອນ, ອຸປະກອນທາງການແພດ, ສະຖານທີ່ຮອງຮັບຄົນເຈັບ ໂດຍໄດ້ກຳນົດເອົາ ໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍສູນກາງ 103 ເປັນຫລັກ ເຊິ່ງໂຮງໝໍດັ່ງກ່າວ, ກໍມີຄວາມພ້ອມທາງດ້ານອຸປະກອນທີ່ທັນສະໄໝ, ຫ້ອງປິ່ນປົວ ແລະ ອື່ນໆ.

ທີ່ມາ: ຂ່າວສານປະເທດລາວ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້