ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 16 ມີນາ 2020, ຫຼັງຈາກໄວຣັສໂຄວິດ-19 ກໍາລັງແຜ່ລະບາດໃນຫຼາຍໆປະເທດຢ່າງຕໍ່ເນື່ອງ,​ ຂະນະທີ່ຍອດຜູ້ຕິດເຊື້ອສະສົມທົ່ວໂລກ ອັບເດດລ່າສຸດ ວັນທີ ວັນທີ 16 ມີນາ 2020 ເວລາ 15:40 ແມ່ນ 169,387 ຄົນ ແລະ ມີຍອດຜູ້ເສຍຊີວິດທົ່ວໂລກ 6,513 ຄົນ (ໂດຍເວັບໄຊ: Coronavirus COVID-19 Global Cases by the Center for Systems Science and Engineering (CSSE)

ລ່າສຸດ, ສໍານັກຂ່າວຊິນຫົວ ໄດ້ແນະນຳວິທີການຂ້າເຊື້ອພະຍາດພາຍໃນລົດ ໂດຍມີຢູ່ 2 ວິທີງ່າຍໆ ດັ່ງນີ້

ຂັ້ນຕອນທີ່ໜຶ່ງ ເປິດແວ່ນລົດລົງ ເພື່ອລະບາຍອາກາດພາຍໃນລົດ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂັ້ນຕອນທີ່ສອງ ຂ້າເຊື້ອພະຍາດພາຍໃນລົດ ເຊັ່ນ ເບາະລົດ ພວງມະໄລລົດ ແວ່ນຂ້າງ ບ່ອນຈັບປະຕູ ຊ່ອງປັບອາກາດ ແລະ ຈຸດອຶ່ນໆທີ່ມີການສັບພັດຫຼາຍທີ່ສຸດ ດ້ວຍນໍ້າຢາຂ້າເຊື້ອທີ່ມີສ່ວນປະສົມຂອງຄໍຣິນເປັນຫຼັກ ໂດຍຂະນະທີ່ອະນາໄມຢູ່ນັ້ນ ຄວນສະຕຣາດລົດ ແລະ ເປິດລະບົບໝູນວຽນອາກາດພາຍໃນລົດ

ທັງນີ້, ຫາກຕ້ອງນັ່ງລົດກັບຜູ້ທີ່ບໍ່ຮູ້ສະຖານະສຸຂະພາບ ຄວນໃສ່ໜ້າກາກອະນາໄມຕະຫຼອດການເດີນທາງ ເປີດແວ່ນລົດລົງ ແທນການເປິດແອລົດ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້