ລາວ ກຽມປະເມີນຜົນເພື່ອອອກຈາກ ສະຖານະພາບປະເທດດ້ອຍພັດທະນາ

ເພື່ອ​ເພີ່ມ​ທະ­ວີ​ການ​ກະ­ກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ​ໃຫ້­ການ​ປະ​ເມີນ ສປປ ລາວ ເພື່ອ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ໂດຍ​ຄະ­ນະ​ກຳ­ມະ­ການ​ນະ­ໂຍ­ບາຍ​ເພື່ອ​ການ​ພັດ­ທະ­ນາ​ຂອງ​ອົງ­ການ ສປຊ ໃນ​ປີ 2021

ທັງ​ເປັນ​ການ​ກຳ­ນົດ​ນະ­ໂຍ­ບາຍ ແລະ ປຶກ­ສາ​ຫາ­ລື​ວິ­ທີ​ທາງ​ໃນ​ການ​ແກ້​ໄຂ​ຂໍ້­ຄົງ­ຄ້າງ ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ການ​ກ້າວ​ສູ່​ໄລ­ຍະ​ຂ້າມ​ຜ່ານ ໄລ­ຍະ​ພາຍ­ຫຼັງ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ແນ­ໃສ່​ເພີ່ມ​ທະ­ວີ​ຄວາມ​ຮັບ​ຮູ້ ຄວາມ​ເຂົ້າ­ໃຈ ແລະ ການ​ປະ­ກອບ­ສ່ວນ​ຢ່າງ​ຫ້າວ­ຫັນ​ຂອງ​ບັນ­ດາ​ຂະ­ແໜງ­ການ ນອກ​ນີ້ ຍັງ​ຈະ​ໄດ້​ປຶກ­ສາ​ຫາ­ລື​ແນວ­ທາງ​ໃນ​ການ​ກຳ­ນົດ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ກັບ​ອົງ ການ ສປຊ ຄູ່​ຮ່ວມ​ພັດ­ທະ­ນາ ແລະ ສາ­ກົນ ເພື່ອ​ເຮັດ​ໃຫ້­ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ຂອງ ສປປ ລາວ ມີ​ຄວາມ​ຍືນ​ຍົງ ແລະ ຮັບ­ປະ­ກັນ​ບໍ່​ໃຫ້​ກັບ​ມາ​ຕົກ​ຢູ່​ໃນ​ສະ­ຖາ­ນະ​ດ້ອຍ​ພັດ­ທະ­ນາ​ອີກ.

ກະ­ຊວງ​ການ​ຕ່າງ­ປະ­ເທດ ຈັດ​ກອງ​ປະ­ຊຸມ​ຄະ­ນະ​ຊີ້​ນຳ​ລະ­ດັບ​ຊາດ ເພື່ອ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ດຳ­ເນີນ​ງານ​ສະ­ຫະ​ປະ­ຊາ​ຊາດ (ສປຊ) ສຳ­ລັບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ເພື່ອ​ກະ­ກຽມ​ໃຫ້­ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ຂຶ້ນ​ວັນ​ທີ 16 ມີ­ນາ 2020 ຢູ່​ສູນ​ການ​ຮ່ວມ​ມື​ສາ­ກົນ ແລະ ເຝິກ­ອົບ­ຮົມ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ຜ່ານ ສະ­ຫວັນ​ເພັດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ຮອງ​ປະ­ທານ​ຜູ້​ປະ­ຈຳ­ການ​ຄະ­ນະ​ຊີ້​ນຳ​ລະ­ດັບ​ຊາດ ມີ​ຜູ້­ຕາງ­ໜ້າ​ຈາກ​ບັນ­ດາ​ກະ­ຊວງ ແລະ ຂະ­ແໜງ­ການ​ອ້ອມ​ຂ້າງ​ສູນ​ກາງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ກົນ​ໄກ​ຂະ​ບວນ​ການ ທົບ​ທວນ​ການ​ຫຼຸດ​ພົ້ນ​ອອກ​ຈາກ ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ຂອງ​ຄະ­ນະ​ກຳ­ມະ­ການ​ນະ­ໂຍ­ບາຍ​ດ້ານ​ການ​ພັດ­ທະ­ນາ ສປຊ ຄວາມ​ພ້ອມ ແລະ ການ​ກະ­ກຽມ​ຂອງ ສປປ ລາວ ສຳ­ລັບ​ຂະ​ບວນ​ການ​ທົບ​ທວນ ຄັ້ງ​ທີ II ກ່ຽວ​ກັບ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ໃນ​ປີ 2021 ສະ­ພາບ​ລວມ​ດ້ານ​ສະ­ຖິ­ຕິ​ຂອງ 3 ເງື່ອນ­ໄຂ ໃນ​ການ​ປະ​ເມີນ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ ປະ­ເທດ​ດ້ອຍ​ພັດ­ທະ­ນາ ຄື:

ດັດ­ຊະ­ນີ​ຍອດ​ລວມ​ລາຍ​ຮັບ​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ ດັດ­ຊະ­ນີ​ຊັບ​ສິນ​ມະ­ນຸດ ແລະ ດັດ­ຊະ­ນີ​ຄວາມ​ບອບ​ບາງ​ດ້ານ​ເສດ­ຖະ­ກິດ ພ້ອມ​ນີ້​ຍັງ​ຈະ​ໄດ້​ແລກ­ປ່ຽນ​ຄຳ​ຄິດ​ເຫັນ ແລະ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ນະ­ໂຍ­ບາຍ ແລະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ ທີ່​ລາວ​ໄດ້​ປະ​ເຊີນ​ໃນ​ການ​ກຽມ­ພ້ອມ​ສຳ­ລັບ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ເປັນ­ຕົ້ນ ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ຂະ­ແໜງ​ກະ­ສິ­ກຳ ສຶກ​ສາ ສາ­ທາ­ລະ­ນະ​ສຸກ ແລະ ການ​ຄ້າ ເພື່ອ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຢ່າງ​ຍືນ​ຍົງ ແລະ ທົ່ວ​ເຖິງ

ພາຍ­ຫຼັງ​ຈາກ​ການ​ຫຼຸດ​ພົ້ນ ການ​ສົນ­ທະ­ນາ​ກ່ຽວ​ກັບ​ຜົນ​ປະ­ໂຫຍດ ແລະ ຜົນ​ເສຍ​ຂອງ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ນະ­ໂຍ­ບາຍ ແລະ ຍຸດ​ທະ​ສາດ​ທີ່​ຈຳ­ເປັນ​ເພື່ອ​ສ້າງ​ຜົນ​ປະ­ໂຫຍດ​ສູງ​ສຸດ ຄວາມ​ເຂົ້າ­ໃຈ​ຕໍ່​ສະ­ພາບ​ແວດ​ລ້ອມ ພາຍ­ຫຼັງ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ແລະ ມາດ​ຕະ­ການ​ສະ­ໜັບ­ສະ­ໜູນ​ທີ່​ຈຳ­ເປັນ​ຈາກ​ພາຍ​ໃນ ແລະ ສາ­ກົນ ລວມ​ທັງ​ແຜນ ການ​ໃນ­ຕໍ່­ໜ້າ ທີ່​ຂະ­ແໜງ­ການ​ກ່ຽວ­ຂ້ອງ ຕ້ອງ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ.

ລັດ­ຖະ­ບານ​ລາວ ມີ​ຄວາມ​ໝາຍ​ໝັ້ນ​ທີ່​ຈະ​ເລັ່ງ​ໃສ່​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ ແລະ ສ້າງ​ເງື່ອນ­ໄຂ​ໃຫ້­ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ​ໃນ​ອະ­ນາ­ຄົດ ໃນ​ປີ 2018 ລາວ​ສາ­ມາດ​ບັນ­ລຸ​ດັດ­ຊະ­ນີ​ຊັບ​ສິນ​ມະ­ນຸດ ແລະ ດັດ­ຊະ­ນີ​ຍອດ​ລວມ​ລາຍ​ຮັບ​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ ແຕ່​ຍັງ​ບໍ່​ສາ­ມາດ​ບັນ­ລຸ​ເງື່ອນ­ໄຂ​ດັດ­ຊະ­ນີ​ຄວາມ​ບອບ​ບາງ​ດ້ານ​ເສດ­ຖະ­ກິດ ແລະ ຈະ​ຖືກ​ປະ​ເມີນ​ອີກ​ເປັນ​ຮອບ​ທີ 2 ໃນ​ປີ 2021 ຖ້າ ສປປ ລາວ ສາ­ມາດ​ຜ່ານ​ການ​ປະ​ເມີນ​ຢ່າງ​ໜ້ອຍ 2 ໃນ 3 ເງື່ອນ­ໄຂ​ອີກ​ຄັ້ງ ກໍ​ຈະ​ກ້າວ​ເຂົ້າ​ສູ່​ໄລ­ຍະ​ຂ້າມ​ຜ່ານ​ອີກ 3 ປີ ຈົນ​ເຖິງ​ປີ 2024 ຈຶ່ງ​ຈະ​ສາ­ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ເປັນ​ທາງ​ການ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.