ຂໍຂອບໃຈນຳຜູ້ສະໜັບສະໜູນ

ເວັບໄຊ ABC Laos news ລາຍງານໃນຕອນບ່າຍຂອງວັນທີ 17 ມີນາ 2020 ວ່າ: ມີຜູ້ຕິດໂຄວິດ-19 ເຊິ່ງເປັນຄົນໄທເດີນທາງເຂົ້າມາ ສປປ ລາວ ຜ່ານແຂວງຄໍາມ່ວນ ໂດຍໄດ້ອ້າງອີງຈາກເອກະສານຈາກ ສະຖານກົງສູນໃຫ່ຍແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ວ່າ: ຂໍສະແດງຄວາມນັບຖືຢ່າງສູງມາຍັງພະແນກການຕ່າງປະເທດແຂວງຄຳມ່ວນ ແລະ ຂໍຖືເປັນກຽດແຈ້ງແຂວງຄຳມ່ວນດັ່ງນີ້

ເມື່ອວັນທີ່ 12 ມີນາ 2020 ເວລາ 09:30 ໂມງ ຜູ້ຕິດເຊື້ອໄວຣັດ ໂຄວິດ-19 ເຊີ່ງເປັນຄົນໄທ ແລະ ຄະນະລວມ 5 ຄົນ ເດີນທາງຂ້າມຂົວມິດຕະພາບ ແຫ່ງທີ່ 3 ຈາກແຂວງນະຄອນພະນົມໄປແຂວງຄຳມ່ວນ ລະຫວ່າງທີ່ຢູ່ແຂວງຄຳມ່ວນ ຄະນະໄດ້ໄປຮັບປະທານອາຫານທີ່ຮ້ານຈັນສະຖິດ ແລະ ຮ້ານພອນເທບ ແຂວງຄຳມ່ວນ ກ່ອນພະນັກງານຂອງຮ້ານອາຫານທັງສອງດັ່ງກ່າວທີ່ໃຫ້ບໍລິການແກ່ຄະນະເປັນຜູ້ຢູ່ໃນກຸ່ມທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອໄວຣັດໂຄວິດ-19

ໃນໂອກາດນີ້ ສະຖານກົງສູນໃຫ່ຍແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ຂໍຄວາມອະນຸເຄາະພະແນກການຕ່າງປະເທດແຂວງຄຳມ່ວນ ກະລຸນາພິຈາລະນາ ແລະ ດຳເນີນການໃນສ່ວນທີ່ກ່ຽວຂ້ອງຕໍ່ໄປດ້ວຍ ຂໍຂອບໃຈຢ່າງຫລວງຫລາຍ ສະຖານກົງສູນໃຫ່ຍແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ຂໍສະແດງຄວາມນັບຖືຢ່າງສູງອີກຄັ້ງຫນື່ງມາຍັງພະແນກການຕ່າງປະເທດແຂວງຄຳມ່ວນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່ມາຂອງຂ່າວ: ABC Laos news

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້