ຈາກຂ່າວທີ່ ນະຄອນພະນົມອັບເດດ ໄດ້ໂພສຜ່ານເຟສບຸກ ວ່າມີການປິດດ່ານຝັ່ງລາວ ທຸກແຫ່ງແບບບໍ່ມີກໍານົດ ຈົນກວ່າສະຖານະການການລະບາດຂອງໂຄວິດ-19 ຈະໝົດໄປ.
ທາງອິນໄຊລາວ ຈຶ່ງໄດ້ຕິດຕໍ່ໄປຫາ ກົມເລຂາ ສຳນັກງານນາຍົກລັດຖະມົນຕີ (021 900 626) ໂດຍທາງພະນັກງານຮັບສາຍໄດ້ແຈ້ງຕໍ່ອິນໄຊລາວວ່າ: ປະຈຸບັນ ແມ່ນຍັງບໍ່ມີແຈ້ງການໃຫ້ປິດດ່ານສາກົນຄໍາມ່ວນເທື່ອ, ສ່ວນເລື່ອງດ່ານປະເພນີຕ່າງໆ ແມ່ນໃຫ້ຖ້າມີແຈ້ງການເປັນລາຍລັກອັກສອນຢ່າງຊັດເຈນສາກ່ອນ
ນອກຈາກນີ້, ທາງດ່ານກວດຄົນເຂົ້າເມືອງນະຄອນພະນົມ ກໍ່ໄດ້ອອກມາແຈ້ງການວ່າ: ດ່ານທຸກແຫ່ງຍັງເປີດໃຫ້ບໍລິການຕາມປົກກະຕິ ແລະ ບໍ່ມີດ່ານໃດປິດ ຕາມຂ່າວທີ່ອອກມາ


ແນວໃດກໍ່ຕາມ, ຂໍໃຫ້ທຸກຄົນຮັບຂ່າວຈາກທາງການເປັນຫຼັກ ເພື່ອຈະໄດ້ຂ່າວທີ່ຊັດເຈນ ແລະ ຖຶກຕ້ອງ
Hits: 9