ແຂວງ ໄຊຍະບູລີ ໄດ້ປະກາດແຈ້ງປິດດ່ານປະເພນີເຂົ້າ-ອອກ ປະເທດຊົ່ວຄາວ ຈຳນວນ 9 ດ່ານ ຖັດຈາກແຂວງຫົວພັນ, ເຊກອງ, ອັດຕະປື ແລະ ຜົ້ງສາລີ ເພື່ອປ້ອງກັນໂຄວິດ-19 ສຳລັບດ່ານສາກົນຈຳນວນ 4 ດ່ານຄື: ດ່ານສະກົນຂົວມິດຕະພາບນ້ໍາເຫືອງ (ເມືອງແກ່ນທ້າວ); ດ່ານສາກົນພຸູດູ່ (ເມືອງປາກລາຍ); ດ່ານສາກົນນໍ້າເງິນ (ເມືອງເງີນ) ແລະ ດ່ານສາກົນປາງມອນ (ເມືອງຄອບ) ແມ່ນຈະເປິດໃຫ້ບໍລິການເປັນປົກກະຕິ ແຕ່ຈໍາກັດຈໍານວນ ເຂົ້າ-ອອກ ທີ່ເປັນຂະບວນໃຫຍ່ ພ້ອມທັງມອບໃຫ້ 3 ຂະແໜງການໃຫຍ່ ຊີ້ນຳຢ່າງເຂັ້ມງວດ.
ອີງຕາມແຈ້ງການ ສະບັບເລກທີ 75/ຈຂ.ຊຍ ລົງວັນທີ 18 ມີນາ 2020 ຂອງແຂວງໄຊຍະບູລີ ເຖິງ ບັນດາ ທ່ານຫົວໜ້າພະແນກການ, ອົງການທຽບເທົ່າ ສະພາປະຊາຊົນແຂວງ,ກອງບັນຊາການ ປກສ ແຂວງ, ກອງບັນຊາການທະຫານແຂວງ ແລະ ບັນດາເຈົ້າເມືອງ 11 ເມືອງ ໃນທົ່ວແຂວງໄຊຍະບູລີໄດ້ລະບຸວ່າ: ແຂວງໄຊຍະບູລີ ຈະປິດບໍລິການດ່ານປະເພນີຊົ່ວຄາວຈຳນວນ 9 ດ່ານ ເພື່ອປ້ອງກັນໂຄວິດ-19 ຄື:
- ດ່ານຫ້ວຍຕອງ (ເມືອງຊຽງຮ່ອນ)
- ຊ່ອງເຂົ້າ-ອອກກົວກອກ (ເມືອງໄຊສະຖານ)
- ດ່ານບ້ານໃໝ່ (ເມືອງທົ່ງມີໄຊ)
- ດ່ານສີພູມ
- ດ່ານເມືອງໝໍ
- ດ່ານນາແກ້ງມ້າ
- ດ້ານເວີນຄໍາ (ເມືອງແກ່ນທ້າວ)
- ດ່ານນາຂ່າ
- ດ່ານເໝືອງແຜ່
- ດ່ານໜອງປະຈີດ
- ດ່ານຂອນແກ່ນ (ເມືອງບໍ່ແຕນ)


Hits: 12