ຂໍຂອບໃຈນຳຜູ້ສະໜັບສະໜູນ

ຈາກສະຖານນະການການລະບາດຂອງພະຍາດໂຄວິດ-19 ທີ່ຮຸນແຮງ ແລະ ຂະຫຍາຍເປັນວົງກວ້າງກວ່າ ເຊິ່ງຈັງຫວັດອຸບົນລາດຊະທານີເປັນຈັງຫວັດທີມີຊາຍແດນຕິດກັບ ສປປ ລາວ ເຮົາ 9 ອຳເພີ ແລະ ຈຸດຜ່ອນຜັນເພື່ອການຄ້າການທ່ອງທ່ຽວ ຈຳນວນ  5 ແຫ່ງ ແລະ ມີຊາຍແດນຕິດກັບປະເທດກຳປູເຈຍ 2 ອໍາເພີ ຈຸດຜ່ອນຜັນການຄ້າ ຈໍານວນ 1 ແຫ່ງ

ດັ່ງນັ້ນ, ຈັງຫວັດອຸບົນລາດຊະທານີໄດ້ປະເມີນສະຖານະການດັ່ງກ່າວ,  ຕາມມະຕິປະຊຸມໜ່ວຍງານຄວາມໝັ້ນຄົງ ແລະ ອຳເພີຊາຍແດນໃນພື້ນທີ່ ຄັ້ງທີ່ 1 ໃນວັນທີ 18 ມີນາ 2020  ເພື່ອເປັນການຄວບຄຸມພາວະການລະບາດ ບໍ່ໃຫ້ລຸກລາມ ແລະ ຢຸດລົງໂດຍໄວ ຈຶ່ງອອກປະກາດລະງັບການເປີດ- ປິດ ຈຸດຜ່ອນຜັນທາງການຄ້າ ແລະ ຊ່ອງທາງອື່ນໆ ເປັນການຊົ່ວຄາວຈົນກວ່າສະຖານະການຈະດີຂື້ນດັ່ງນີ້:

ໃນສ່ວນຊາຍແດນກັບ ສປປ ລາວ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

1. ຈຸດຜ່ອນຜັນການຄ້າໜ້າທີ່ວ່າການອໍາເພີເຂມລາດ (ຫຼັ່ງເກົ່າ) ອໍາເພີເຂັມລາດ ກົງກັນຂ້າມກັບ ດ່ານປະເພນີບ້ານທ່າປະຊຸມ ເມືອງສອງຄອນ  ແຂວງສະຫວັນນະເຂດ

2. ຈຸດຜ່ອນຜັນການຄ້າບ້ານສອງຄອນ ໝູ່ 2 ຕໍາບົນສອງຄອນ  ອໍາເພີໂພໄທ ກົງກັນຂ້າມກັບ ດ່ານປະເພນີບ້ານໜອງແສງ, ບ້ານດອນໝາກເດື່ອ ເມືອງລະຄອນເພັງ ແຂວງສາລະວັນ

3. ຈຸດຜ່ອນຜັນການຄ້າບ້ານດ່ານເກົ່າ ໝູ່ 1 ຕໍາບົນໂຂງຈຽມ ອໍາເພີຂົງຂຽມ ກົງກັນຂ້າມກັບ ບ້ານສິງສຳພັນ ເມືອງຊະນະສົມບູນ ແຂວງຈໍາປາສັກ

4. ຈຸດຜ່ອນຜັນການຄ້າບ້ານຄັນທ່າກຽນ ໝູ່ 3 ຕໍາບົນນາໂພກາງ ອໍາເພີ ໂຂງຈຽມ ກົງກັນຂ້າມກັບ ບ້ານຄັນທຸງໄຊ ເມືອງຄົງເຊໂດນ ແຂວງ ສາລະວັນ

5. ຈຸດຜ່ອນຜັນການຄ້າ ຊ່ອງຕາອູ່ ບ້ານໜອງແສງ ໝູ່ 3 ຕໍາບົນນາໂພນງາມ ອໍາເພີບຸນທະລິກ ກົງກັນຂ້າມກັບ ຊ່ອງຕາອູ ບ້ານຫຽງ ເມືອງສຸຂຸມາ ແຂວງຈຳປາສັກ

ໃນສວ່ນຊາຍແດນກັບກໍາປູເຈຍ

1. ຈຸດຜ່ອນຜັນການຄ້າຊ່ອງອານມ້າ  ບ້ານອານມ້າ ມູ່ 6 ຕໍາບົນໂຊງ ອໍາເພີນໍ້າຢືນ ກົງກັນຂ້າມບ້ານອານແຊະ ອຳເພີຈອມກະສານ ຈັງຫວັດພະວິຫານ

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້