ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ວິລະບູລີ ຮ່ວມກັບບໍລິສັດ ລ້ານຊ້າງມິເນໂຣນສ໌ ລິມິເຕັດ ໄດ້ລົງມອບໂທລະໂຄ່ງຈໍານວນ 01 ຊຸດໃຫ້ແກ່ອໍານາດການປົກຄອງ ແລະ ປະຊາຊົນບ້ານນາມະລູ ທີ່ຂຶ້ນກັບກຸ່ມບ້ານທີ 6 ຂອງເມືອງ ວິລະບູລີ ແຂວງສະຫວັນນະເຂດ
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງພິທີປະກາດແຕ່ງຕັ້ງຂັ້ນຄະນະກົມ, ຄະນະຫ້ອງການ, ຄະນະວິຊາຄູ ແລະ ຂັ້ນພະແນກການ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນ ໄຊຍະສຸກ, ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຫົວໜ້າການ ເມືອງ ວປກ.
ມີຄະນະພັກ, ຄະນະກົມ, ຄະນະວິຊາຄູພະແນກການ ທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກ ງານທີ່ຖືກແຕ່ງຕັ້ງເຂົ້າຮ່ວມ....
ວັນທີ 10 ກໍລະກົດ 2020 ນີ້ ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການເລື່ອງທີ່ ສປປ ລາວ ຈັດສົ່ງແຮງງານມຽນມາ ທີ່ເຂົ້າມາອອກແຮງງານຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ກັບຄືນປະເທດ ແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ ນະຄອນຢາງກຸ້ງຂອງ ປະເທດມຽນມາ ຕາມເວັບໄຊ ກະຊວງສາທາລະນະສຸກຂອງມຽນມາ
ຈາກການຖະແຫຼງຂ່າວປະຈຳວັນທີ 19 ເມສາ 2020, ໂດຍ ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ໄດ້ລາຍງານວ່າ: ໃນວັນ ທີ 18 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງຫມົດ 15 ຄົນ, ໃນນັ້ນມີຜູ້ສໍາຜັດໃກ້ຊິດ ກັບຜູ້ຕິດເຊື້ອ 01 ຄົນ, ກໍລະນີມີອາການສົງໄສ 14 ຄົນ ແລະ ໃນຈໍານວນ 15 ຄົນ ທີ່ມາກວດນັ້ນມີ ນະຄອນຫວງວຽງຈັນ 11 ຄົນແລະ ຕ່າງແຂວງ 04 ຄົນ (ຫວງພະບາງ 01 ຄົນ, ໄຊສົມບູນ 01 ຄົນ, ອັດຕະປຶ 01 ຄົນ, ໄຊຍະບູລີ 01 ຄົນ) ຜົນກວດທັງຫມົດ 15 ກໍລະນີແມ່ນບໍ່ພົຍເຊື້ອ. ຫມາຍຄວາມວ່າໃນວັນທີ 18 ເມສາ 2020 ບໍ່ມີກໍລະນີໃໝ່ ເຊິ່ງຖືໄດ້ວ່າເປັນ ມື້ທີ 7 ແລ້ວ ທີ່ບໍ່ພົບຜູ້ຕິດເຊື້ອເພີ່ມ
ໂດຍທາງຄະນະສະເພາະກິດກໍ່ໄດ້ກ່າວຕື່ມວ່າ: ເຖິງວ່າ ສະພາບການຕິດເຊື້ອຢູ່ປະເທດຂອງເຮົາ ໄດ້ເວັ້ນໄລຍະຫ່າງມາໄດ້ 7 ວັນແລ້ວ ຜູ້ຕິດເຊື້ອປີ່ນປົວຢູ່ໂຮງຫມໍ ກໍ່ໄດ້ອອກໂຮງຫມໍ 2 ຄົນແລ້ວ ແຕ່ພວກເຮົາ ຈະບໍ່ໄດ້ລົດລະການ ເຝົ້າລະວັງ ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອໂດຍສະເພາະຜູ້ທີ່ຍັງຈໍາກັດບໍລິເວນຕົນ ເອງຢູ່ສູນ ແລະ ຢູ່ເຮືອນ ລວມທັງຜູ້ເດີນທາງຜ່ານຊາຍແດນເຂົ້າມາໃຫມ່ ເພື່ອມາກວດ ວິເຄາະຢັ້ງຢືນພະຍາດໃຫ້ໄດ້ໄວ ແລະ ປີ່ນປົວຢ່າງທັນການ.
ສະເພາະປະເທດໃກ້ຄຽງມີບາງປະເທດໄດ້ກັບຄືນມາລະບາດໃຫມ່ ເປັນຕົ້ນແມ່ນຢູ່: ສປ ຈີນ, ສິງກະໂປ , ອິນໂດເນເຊຍ, ຟີລິບປິນ ມີຜູ້ຕິດເຊື້ອເພີ່ມຂື້ນ ແລະ ເສຍຊິວິດ ແຕ່ລະວັນ. ສະນັ້ນ,ເພື່ອສືບຕໍ່ໃຫ້ສະພາບການລະບາດຂອງພະຍາດໂຄວິດຜ່ອນຄາຍລົງໄປເລື່ອຍໆ ເຮັດໃຫ້ພວກເຮົາສາມາດກັບມາດໍາລົງຊວິດຕາມປົກກະຕິໄດ້. ໃນຕໍ່ຫນ້ານີ້ ຈື່ງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ ອົງການຈັດຕັ້ງທຸກພາກສ່ວນຈົ່ງສືບຕໍ່ຮ່ວມໄມ້ຮ່ວມມືເປັນເຈົ້າການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ ແລະ ບັນດາຂໍ້ແນະນໍາຕ່າງໆຢ່າງເຂັ້ມງວດ.