ສໍາເລັດຈັດກິດຈະກໍາສະຫຼອງວັນສ້າງຕັ້ງຊາວໜຸ່ມ ປປລ
ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງ ຈັນ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 64 ປີ ພາຍໃຕ້ຫົວຂໍ້:
ຄວາມຝັນຂອງຊາວໜຸ່ມ ອາຊີບຂອງຊາວໜຸ່ມ ໃຫ້ບັນດາສະມາຊິກຊາວໜຸ່ມຢູ່ບັນດາເມືອງ ແລະ ໂຮງຮຽນ ຜູ້ທີ່ກໍາລັງຈະເສັງຈົບ ຊັ້ນ ມ4-ມ7 ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ...
ຄວາມກົດດັນສູງຂອງອາກາດເຢັນໄດ້ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນຕົກ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ເນື່ອງຈາກບັນດາປະເທດອ້ອມຂ້າງຂອງເຮົາ ຍັງພົບການລະບາດຢູ່ ທາງການລາວຈື່ງໄດ້ມີການຄຸມເຂັ້ມຕາມຊາຍແດນຂຶ້ນຕື່ມ ເພາະຍັງມີປະຊາຊົນຈາກປະເທດອ້ອມຂ້າງ ໂດຍສະເພາະແມ່ນຫວຽດນາມ ທີ່ມີການລັກລອບເຂົ້າເມືອງ ເພື່ອໃຊ້ປະເທດລາວເປັນທາງຜ່ານ ເພື່ອໄປຕໍ່ທີ່ປະເທດໄທ
ວັນທີ 16 ເມສາ 2020, ທີ່ ສະໂມສອນ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ມີພິທີມອບ-ຮັບ ອຸປະກອນການແພດ ທີ່ຈໍາເປັນຄື: ໜ້າກາກອັດປາກ ຈໍານວນ 30.000 ອັນ, ລວມມູນຄ່າເປັນເງິນ 90 ລ້ານກີບ. ມອບໂດຍ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ (ບໍລິສັດ ດອກງິ້ວຄໍາ) ມອບໃຫ້ກະຊວງປ້ອງກັນປະເທດ ເພື່ອເປັນສ່ວນໜຶ່ງໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ -19, ຕາງໜ້າເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກ່າວມອບໂດຍທ່ານ ສຸຫານ ຜູ້ຈັດການບໍລິສັດ ດອກງິ້ວຄໍາ ແລະ ຕາງໜ້າກະຊວງປ້ອງກັນປະເທດ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຮອງຫົວໜ້າ ກົມໃຫຍ່ເຕັກນິກ ກອງທັບ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ
ທ່ານ ສຸຫານ ໄດ້ກ່າວວ່າ: ນັບແຕ່ພະຍາດໂຄວິດ-19 ແຜ່ລະບາດຢູ່ ສປປ ລາວ ຂອງພວກເຮົາ ຄະນະເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກໍມີຄວາມເປັນຫ່ວງເປັນໃຍປະຊາຊົນລາວທຸກທົ່ວໜ້າກໍ່ຄືນາຍ ແລະ ພົນທະຫານກອງທັບປະຊາຊົນລາວ, ສະນັ້ນ ບໍລິສັດ ດອກງິ້ວຄໍາ ພວກເຮົາຈຶ່ງໄດ້ຫາວິທີທາງຊ່ວຍເຫຼືອ ແລະ ຮີບໂຮມໄດ້ອຸປະກອນການແພດທີຈໍາເປັນຈໍານວນໜຶ່ງມາມອບໃຫ້ກອງທັບປະຊາຊົນລາວ ແລະ ຫວັງວ່າ ເຄື່ອງທີ່ພວກເຮົາຊ່ວຍເຫຼືອຄັ້ງນີ້ ຈະເປັນການປະກອບສ່ວນຊ່ວຍຕ້ານການແຜ່ລະບາດພະຍາດໂຄວິດ -19 ໃນສປປລາວໄດ້ບໍ່ຫຼາຍກໍໜ້ອຍ ແລະ ຂໍໃຫ້ ປະເທດລາວເຮົາຜ່ານພົ້ນວິກິດນີ້ໄປດ້ວຍດີ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ບໍລິສັດ ດອກງິ້ວຄໍາ ທີ່ໄດ້ມອບອຸປະກອນການແພດທີ່ຈຳເປັນມາມອບໃຫ້ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19, ພ້ອມທັງໃຫ້ສັນຍາວ່າ ຈະນໍາເອົາອຸປະກອນດັ່ງກ່າວນີ້ ໄປນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ, ມີປະສິດທິຜົນສູງສຸດ.
ທີ່ມາ: Lao people’s Army News