ບາງປ້ຳນ້ຳມັນເຊື້ອໄຟ ຍັງບໍ່ລົງລາຄາຕາມການແຈ້ງການ!

ຖິງແມ່ນວ່າ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ປັບລົງລາຄາ ຂາຍຍ່ອຍນ້ຳມັນເຊື້ອໄຟ ທຸກປະເພດໃນ ຂອບເຂດທົ່ວປະເທດ ເລີ່ມແຕ່ວັນທີ 7 ມີນາ 2020 ເປັນຕົ້ນມາ, ແຕ່ສັງເກດເຫັນວ່າ ຮອດປະຈຸບັນນີ້ ຍັງປະກົດມີບາງປ້ຳຂາຍຍ່ອຍບໍ່ລົງລາຄາຕາມການແຈ້ງການໂດຍສະເພາະແມ່ນປ້ຳທີ່ຢູ່ຮ່າງໄກຈາກເທດສະບານແຂວງ ຫຼື ປ້ຳທີ່ຢູ່ເຂດຮ່າງໄກສອກຫລີກ.

ທ່ານ ເພັດ ແສງສຸວັນ ໄດ້ແຈ້ງຕໍ່ທີມຂ່າວວຽງຈັນທາຍ ໃນບໍ່ດົນມານີ້ວ່າ: ມີຫຼາຍປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟຢູ່ເຂດ ເມືອງ ນອງ ແຂວງ ສະຫວັນນະເຂດ ບໍ່ທັນໄດ້ປັບລາຄາລົງຕາມການແຈ້ງການ ເພາະວ່າເພິ່ນໄດ້ເອົາລົດໄປໃສ່ນ້ຳມັນກາຊວນຢູ່ປ້ຳເຂດເມືອງດັ່ງກ່າວ ຍັງລາຄາ 9.140 ກວ່າກີບ/ລິດ ແທນທີ່ຈະຫຼຸດລົງມາ ເຫຼືອພຽງ 7.900 ກີບ/ລິດ ຫຼື ປະມານ 8.000 ກວ່າກີບເທົ່ານັ້ນ.

ທ່ານ ເພັດ ໄດ້ກ່າວຕື່ມວ່າ: ໃນນາມປະຊາຊົນຜູ້ທີ່ຕ້ອງຊື້ນ້ຳມັນເຊື້ອໄຟເປັນປະຈຳ ຢາກຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ ຫຼື ລົງກວດກາລາຄາຂາຍຍ່ອຍນ້ຳມັນເຊື້ອໄຟຢູ່ເຂດເມືອງນອງ ໂດຍສະເພາະ ແມ່ນພະແນກອຸດສາຫະກຳ ແລະ ການຄ້າແຂວງ. ນອກນັ້ນເພິ່ນຍັງເຊື່ອວ່າ ຍັງມີຫຼາຍປ້ຳໃນຂອບເຂດທົ່ວປະເທດທີ່ຍັງບໍ່ລົງລາຄາຕາມການແຈ້ງການ ໂດຍສະເພາະປ້ຳທີ່ຢູ່ເຂດຫ່າງຈາກຕົວເມືອງ ຫຼື ຢູ່ຊົນນະບົດ ເພາະວ່າບໍ່ມີພະນັກງານໄປກວດສອບມີຂໍ້ຫຍຸ້ງຍາກໃນການເດີນທາງ.

ທ່ານ ໂພສີສ້ອຍ ກູທິລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ແຈ້ງຕໍ່ນັກຂ່າວວຽງຈັນທາຍ ໃນວັນທີ 19 ມີນາ 2020 ວ່າ :

ແມ່ນແທ້ມີປໍ້າໜຶ່ງທີ່ບໍ່ຍອມລົງລາຄານໍ້າມັນເຊື້ອໄຟຕາມການແຈ້ງການ,  ພະນັກງານພະແນກພວກເຮົາໄດ້ລົງກວດສອບມື້ເຊົ້ານີ້ ໄດ້ມີການຕັກເຕືອນ ແລະ ໄດ້ປັບລົງແລ້ວ.

ຕາມການແຈ້ງການ ແອັດຊັງພິເສດປັບລົງ 190 ກີບ/ລິດ, ຈາກ 9.910 ກີບ/ລິດ ລົງມາເຫຼືອ 9.720 ກີບ/ລິດ, ແອັດຊັງທຳມະດາ ປັບລົງ 190 ກີບ/ລິດ, ຈາກ 9.080 ກີບ/ລິດ ລົງມາເຫຼືອ 8.890 ກີບ/ລິດ ແລະ ກາຊວນປັບລົງ 260 ກີບ/ລິດ, ຈາກ 8.160 ກີບ/ລິດ ລົງມາເຫຼືອ 7.900 ກີບ/ລິດ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...