ຂໍຂອບໃຈນຳຜູ້ສະໜັບສະໜູນ

ຈັນດາລີ ສິດພະໄຊ ຫຼື ໝໍແນ່ງ ທີ່ຫຼາຍໆຮູ້ຈັກກັນດີ, ໄດ້ໂພສລະບາຍຄວາມຮູ້ສຶກ ຫຼັງຈາກທີ່ໄດ້ເຫັນຂ່າວຈາກປະເທດເພື່ອນບ້ານ ຜ່ານຊ່ອງວັນ 31 ໃນລາຍການ ຂ່າວເຢັນຊ່ອງວັນ ໂດຍມີນັກຂ່າວ ຈັດ ຈີລະ ເປັນຜູ້ອ່ານຂ່າວ ແຕ່ເນື່ອງຈາກເນື້ອໃນຂ່າວທີ່ເວົ້າອອກມາ ແມ່ນມີຄວາມບໍ່ເໝາະສົມ ໂດຍມີບາງຕອນໄດ້ເວົ້າວ່າ:​ “ໂຮງໝໍໃຫ່ຍໃນລາວ ບໍ່ມີເທັກໂນໂລຊີໃນການກວດ ຫາເຊື້ອພະຍາດໂຄວິດ-19 ແລະ ເຄື່ອງມືເກົ່າ ແລະ ລ້າສະໄໝ ກວ່າໂຮງໝໍຊຸມຊົນໃນໄທອີກ”

ຈາກຄໍາເວົ້າດັ່ງກ່າວ ເຮັດໃຫ້ໝໍແນ່ງຕ້ອງໄດ້ອອກມາໂພສລະບາຍ ມີບາງຕອນວ່າ: ເຈົ້າດູຖູກແພດຫມໍ ສາທາລະນະສຸກລາວເກີນໄປ, ຫລາຍຄົນເຮັດວຽກ ອີກຄົນໆຫນຶ່ງຂາຍຂ່າວ ຂ່າວພາຍໃນກໍ່ທຸກໃຈພໍແຮງ ຄົນນອກຫ້າມປັ່ນ ມີສິດຫຍັງ ຊ່ວຍຫຍັງປະເທດຂ້ອຍ?

ບຸກຄະລາກອນເສື້ອຂາວ ແລະ ຄົນອື່ນທີ່ປົກປ້ອງປະເທດບໍ່ໄດ້ພັກຜ່ອນ !! ຢ່າດູຖູກປະເທດຊາດລາວຂ້ອຍ ຂ້ອຍທຸກກໍ່ບໍ່ໄດ້ຂໍໃຫ້ເຈົ້າມາຊ່ວຍຫນາ! ເຊົາດູຖູກຄົນທຸກແບບຂ້ອຍ! ປະເທດເຈົ້າຕິດເຊື້ອພວກຂ້ອຍໃຫ້ກຳລັງໃຈ ເຫດໃດເຈົ້າຄືມາຕາຫນ່າຍແທ້

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແນວໃດກໍ່ຕາມ, ກໍລະນີດັງກ່າວເຮັດໃຫ້ຊາວເນັດຕ່າງພາກັນຄອມເມັ້ນ ແລະ ຮຽກຮ້ອງໃຫ້ນັກຂ່າວຄົນດັງກ່າວອອກມາຊີ້ແຈງກັບເຫດການນີ້.

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້