ວັນທີ 20 ມີນາ 2020, ເວັບໄຊ ຂ່າວສົດ ຈາກປະເທດໄທໄດ້ລາຍງານວ່າ: ທີ່ສະຖານີຂົນສົ່ງສະເຫຼີມພະກຽດ ຈັງຫວັດອຸບົນຣາຊະທານີ ມີແຮງງານຄົນລາວຈຳນວນຫຼາຍ ທີ່ເດີນທາງມາຈາກສ່ວນກາງຂອງປະເທດ ມາຖ້າຂຶ້ນລົດໂດຍສານລະຫວ່າງປະເທດ ເພື່ອເດີນທາງກັບບ້ານເກີດ ຫຼັງຈາກເຂົ້າໄປເຮັດວຽກຢູ່ ນະຄອນຫຼວງບາງກອກ ແລະ ຈັງຫວັດອຶ່ນໆຂອງປະເທດໄທ

ຈາກການສອບຖາມແຮງງານລາວ ຄູ່ຜົວເມຍ ໄດ້ໃຫ້ຮູ້ວ່າ :ທັງສອງແມ່ນມາເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງ ຢູ່ຈັງຫວັດສະມຸດສາຄອນໄດ້ເກືອບປີແລ້ວ ໂດຍໄດ້ຄ່າແຮງມື້ລະ 500 ບາດ/ຄົນ, ຈົນໄດ້ມີການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບໃຫ້ຜູ້ປະກອບການ ຈຶ່ງໄດ້ຫລຸດຄ່າແຮງງານລົງເຫລືອມື້ລະ 400ບາດ/ຄົນ ແລະ ມີບາງຄົນແມ່ນຖືກພັກວຽກ

ຕໍ່ມາການລະບາດຮຸນແຮງຂຶ້ນ ຈຶ່ງໄດ້ຕັດສິນໃຈຊວນກັນກັບບ້ານທີ່ປາກເຊ ເພາະຖ້າຕິດເຊື້ອມາ ອາດຈະຫຍຸ້ງຍາກໃນການຮັກສາ ເພາະຕົນເອງກໍ່ເປັນແຮງງານຕ່າງປະເທດ ສ່ວນເລື່ອງຈະກັບມາເຮັດວຽກຢູ່ໄທອີກບໍ່ນັ້ນ ແມ່ນຍັງຕອບບໍ່ໄດ້ ຕ້ອງເບິ່ງສະຖານະການໂຕຈີງ
Hits: 7