Thursday, May 15, 2025
Kbank Laos โอน รับ จ่าย

ກິດຈະກຳທີ່ຖືກໂຈະ! ໃນການສະເຫຼີມສະຫຼອງບຸນປີໃໝ່ລາວທົ່ວປະເທດ

ພາບປະກອບ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃນວັນທີ 19 ເດືອນມີນາ ນີ້ວ່າ: ເຫັນດີໃຫ້ໂຈະກິດຈະກຳຈຳນວນໜຶ່ງໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ທົ່ວປະເທດ.

ບັນດາກິດຈະກໍາທີ່ໃຫ້ໂຈະລວມມີ: ການຈັດງານປະກວດນາງສັງຂານ, ການຈັດງານຕະຫຼາດນັດມວນຊົນ, ການຫົດນໍ້າຕາມຖະໜົນຫົນທາງ, ການຕົບພະທາດຊາຍ, ການແຫ່ວໍທີ່ເປັນຂະບວນມວນຊົນ ແລະ ອື່ນໆທີ່ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ເພາະຈະມີຄວາມ ສ່ຽງ ແລະ ຄວາມຫຍຸ້ງຍາກໃນການປ້ອງກັນການລະບາດ ຂອງພະຍາດ COVID-19.

ການສະເຫຼີມສະຫຼອງບຸນປີໃໝ່ລາວປີນີ້ຈະມີພຽງກິດຈະກຳທີ່ກ່ຽວພັນເຖິງຮີດຄອງປະເພນີອັນດີງາມເຊັ່ນ:

ການບາສີສູ່ຂວັນໃນຄອບຄົວ ແລະ ການນຳເອົາພະລົງເພື່ອຫົດສົງ, ໃນແຕ່ລະວັດຕ້ອງມີເຈົ້າໜ້າທີ່ຄວບຄຸມເພື່ອຈຳກັດຄົນບໍ່ໃຫ້ແອອັດຫຼາຍ ໂດຍໃຫ້ເຂົ້າຫົດສົງພະເປັນຈຸ ເຊິ່ງແຕ່ລະຈຸບໍ່ໃຫ້ເກີດ 40 ຄົນ.

ພາບປະກອບ

ແຈ້ງການຍັງໄດ້ລະບຸຕື່ມວ່າ:

ເນື່ອງຈາກວ່າ ບຸນປີໃໝ່ປີນີ້ແມ່ນກົງກັບ ວັນທີ 13 ຫາ ວັນທີ 16 ເດືອນເມສາ ສະນັ້ນເພື່ອຮັບປະກັນຄວາມຕໍ່ເນື່ອງຂອງວຽກງານ ຈຶ່ງເຫັນດີໃຫ້ກຳນົດເອົາວັນທີ 11 ເມສາ ເຊິ່ງກົງກັບວັນເສົາ ເປັນມື້ເຮັດວຽກທາງລັດຖະການ ເພື່ອທົດແທນການພັກວຽກໃນວັນທີ 17 ເມສາ ເຊິ່ງກົງກັບວັນສຸກ.

ໃນຂະນະດຽວກັນ ພາກສ່ວນກ່ຽວຂ້ອງຕ້ອງເອົາໃຈໃສ່ຊີ້ນຳການຜະລິດສະບຽງອາຫານ, ການສະໜອງເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ ລວມທັງຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ, ກັກຕຸນສິນຄ້າ ແລະ ສະບຽງອາຫານ.

ແຫຼ່ງຂໍ້ມູນ: ຂ່າວ: ສີລັດດາ, ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້