ແຈ້ງການ! ຕິດຕາມກວດກາການລັກລອບ ຂ້າມໄປ-ມາ ລຽບຕາມຊາຍແດນ ເພື່ອຕ້ານພະຍາດໂຄວິດ-19

ພາບປະກອບ

ແຈ້ງການ ເຖິງ: ບັນດາຫ້ອງ,ກອງພັນ,ຄ້າຍຄຸມຂັງ-ດສ້າງ ແລະ ບັນດາກອງບັນຊາການ ປກສ ເມືອງ. ເລື່ອງ : ໃຫ້ເອົາໃຈໃສ່ຕິດຕາມ,ກວດກາ ການລັກລອບຂ້າມໄປ – ມາ ລຽບຕາມສາຍແດນ ຂອງປະຊາຊົນລາວ ແລະ ຊາວຕ່າງປະເທດ.

– ອີງຕາມ ກ່າເຫັນຊີ້ນໍາຂອງທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງວັນທີ 23 ມີນາ 2020.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາຫ້ອງ,ກອງພັນ,ຄ້າຍຄຸມ ຂັງ-ດ້ດສ້າງ ແລະ ບັນດາກອງບັນຊາການ ປກສ ເມືອງ ໂດຍສະເພາະແມ່ນ ຫ້ອງສັນຕິບານ,ບັນດາ ປກສ ເມືອງ ທີ່ຢູ່ລຽບຕາມຊາຍແດນ ລາວ-ໄທ ໃຫ້ເອົາໃຈໃສ່ຕິດຕາມ,ກວດກາ ແລະ ປ້ອງກັນສະກັດກັ້ນການແຜ່ລະບາດຂອງ ພະຍາດອັກເສບປອດສາຍພັນໃຫມ່ (ໂຄວິດ-19) ມີດັ່ງນີ້:

1. ໃຫ້ປະສານສົມທົບກັບອໍານາດການປົກຄອງ,ຕິດຕາມ,ກວດກາຢ່າງເຂັ້ມງວດ ໃນການລັກລອບຂ້າມໄປ-ມາ ລຽບຕາມຊາຍແດນ ຂອງປະຊາຊົນລາວ ແລະ ຊາວຕ່າງປະເທດ, ຖ້າວ່າ ພົບເຫັນແມ່ນໃຫ້ສົມທົບກັບຄະນະ ຮັບຜິດຊອບຂັ້ນເມືອງ ກວດກາສຸຂະພາບ ແລະ ນໍາຕົວໄປກັກບໍລິເວນຢູ່ຕາມຈຸດທີ່ໄດ້ກໍານົດ ດັ່ງນີ້:

• ເມືອງປາກງື່ມ ( ມສ ຫມາກນາວ).

– ເມືອງຫາດຊາຍຟອງ ( ມໍຕົ້ນ ດອນສະຫ່ວາງ).

• ເມືອງ ສີສັດຕະນາກ ( ໂຮງຮຽນ ປະຖົມດອນກອຍ).

• ເມືອງຈັນທະບູລີ ( ມໍປາຍ ອຸດົມເລກ 9 ).

• ເມືອງສີໂຄດຕະບອງ ( ໂຮງຮຽນປະຖົມ ບ້ານໃຫມ່).

• ເມືອງສັງທອງ ( ມສ ນໍາສັງ ).

2. ໃຫ້ກອງບັນຊາການ ປກສ ເມືອງ 6 ເມືອງລຽບຕາມຊາຍແດນ ແຕ່ງຕັ້ງພະນັກງານເຂົ້າຮ່ວມປ້ອງກັນຢູ່ຕາມ ສະຖານທີ່ກັກບໍລິເວນ ທີ່ໄດ້ກໍານົດ,

3, ໃຫ້ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ບັນດາກອງບັນຊາການ ປກສ ເມືອງ 09 ຕົວເມືອງ ຊີ້ນໍາ ປກສ ກຸ່ມບ້ານ ໃຫ້ເອົາໃຈໃສ່ຕິດຕາມ,ກວດກາ ສະພາບການຫນັງຕີງ,ການພັກເຊົາ ແລະ ການເຈັບເປັນ ຖ້າມີກໍລະນີສົງໃສຕິດເຊື້ອພະຍາດ ໂຄວິຕ-19 ຢູ່ແຕ່ລະບ້ານ ແມ່ນໃຫ້ສົມທົບກັບຄະນະຮັບຜິດຊອບຂັ້ນເມືອງ ຕິດຕາມ,ກວດກາສຸຂະພາບ ໃຫ້ທັນເວລາ.

4. ໃຫ້ບັນດາ ປກສ ເມືອງ ເອົາໃຈໃສ່ ເກັບກໍາສະພາບ ການລັກລອບຂ້າມໄປ-ມາ ລຽບຕາມຊາຍແດນ ແລະ ຖ້າມີກໍລະນິສົ່ງໃສຕິດເຊື້ອພະຍາດ ໂຄວິດ-19 ແມ່ນໃຫ້ ເອົາເຂົ້າໃນບົດລາຍງານສະພາບປະຈໍາວັນສົ່ງໃຫ້ຫ້ອງການ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປັນປົກກະຕິ.

ດັ່ງນັ້ນ ; ຈິ່ງແຈ້ງມາຍັງບັນດາທ່ານ ຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...