ນັກວິສະວະກອນເກັບກູ້ລະເບີດ ແຫ່ງ ສ. ຣັດເຊຍ ສຳເລັດການຊ່ວຍເຫຼືອດ້ານມະນຸດສະທຳເກັບກູ້ລະເບີດຢູ່ລາວ

ນັກວິສາວະກອນ ຈາກສູນເກັບກູ້ລະເບີດສາກົນ, ກອງກຳລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ຮ່ວມກັບເພື່ອນຮ່ວມງານ ຈາກກອງທັບປະຊາຊົນລາວ ໄດ້ສຳເລັດການເກັບກູ້ລະເບີດ ຢູ່ບໍລິເວນສະໜາມບິນທົ່ງໄຫຫີນ ໃນແຂວງຊຽງຂວາງ.

ນັບແຕ່ ເດືອນຕຸລາ 2019 ເຖິງ ເດືອນມີນາ 2020 ຊ່ຽວຊານຣັດເຊຍ ສາມາດທຳລາຍລູກລະເບີດໄດ້ຫຼາຍກ່ວາ 830 ໜ່ວຍ ໃນດິນແດນຂອງ ສປປ ລາວ.

ໃນໂອກາດສຳເລັດການເກັບກູ້ລະເບີດ ໄດ້ຈັດພິທີແບບພິເສດຂຶ້ນ ເພື່ອເປັນນິມິດຫມາຍແຫ່ງຜົນສຳເລັດໃນຄັ້ງນີ້, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ສະແດງຄວາມຂອບໃຈຕໍ່ຊ່ຽວຊານຣັດເຊຍ ແລະ ມອບຫລຽນໄຊມິດຕະພາບໃຫ້ແກ່ກົມກອງຂອງພວກເຂົາ.

ກ່ອນໜ້ານີ້ ຢູ່ບໍລິເວນສະຖານທີ່ຂຸດຄົ້ນດັ່ງກ່າວ ແມ່ນໄດ້ມີສູນຝຶກອົບຮົມທາງດ້ານທິດສະດີກ່ຽວກັບການຂຸດຄົ້ນ, ໃນນັ້ນ ມີທະຫານຂອງ ສປປ ລາວ ຈຳນວນ 20 ຄົນ ໄດ້ເຂົ້າຝຶກອົບຮົມທິດສະດີໃນການປ້ອງກັນຕົວ ແລະ ຮຽນຮູ້ກ່ຽວກັບວິທີຂຸດຄົ້ນລູກລະເບີດຂອງຊາວຣັດເຊຍ.

ພວກເຂົາ ແມ່ນມີຄວາມຊໍານານໃນການປະຕິບັດຫນ້າທີ່ວຽກງານເທິງຫນ້າດິນ. ການເກັບກູ້ລະເບີດຄັ້ງນີ້ ເປັນຄັ້ງທີສອງ ທີ່ປະສົບຜົນສຳເລັດຂອງຊ່ຽວຊານຣັດເຊຍ ໃນດິນແດນ ສປປ ລາວ.

ດັ່ງທີ່ກະຊວງປ້ອງກັນປະເທດແຫ່ງ ສ. ຣັດເຊຍ ໄດ້ເນັ້ນຫນັກວ່າ, ມົດສະກູ ມີແຜນສືບຕໍ່ຊ່ວຍເຫຼືອ ນະຄອນ ຫຼວງວຽງຈັນຕື່ມອີກ ໃນການຂຸດຄົ້ນ ແລະ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ.

ແຫຼ່ງຂໍ້ມູນ: Посольство России в Лаосе Russian Embassy in Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...