Monday, June 23, 2025
Kbank Laos โอน รับ จ่าย

ແຈ້ງການດ່ວນ! ເລີ່ມ1 ເມສາ ຈະປິດບໍລິການສະຖານີຂົນສົ່ງໂດຍສານສາຍໃຕ້ 

ລ່າສຸດ! ສະຖານີຂົນສົ່ງສາຍໃຕ້ທີ່ມີລົດໂດຍສານແລ່ນແຕ່ແຂວງບໍລິຄຳໄຊລົງໄປ ກໍຕ້ອງປະກາດປິດບໍລິການເປັນການຊົ່ວຄາວ ນັບແຕ່ວັນທີ 1 ເດືອນເມສານີ້ເປັນຕົ້ນໄປ.

ຕາມຂ່າວຈາກສະຖານີຂົນສົ່ງໂດຍສານສາຍໃຕ້ມື້ນີ້ແຈ້ງໃຫ້ຮູ້ວ່າ:

ເພື່ອປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຄຳສັ່ງຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນການເພີ່ມທະວີມາດຕະການສະກັດກັ້ນ ປ້ອງກັນການລະບາດ ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ.

ເພື່ອຕ້ານພະຍາດໂຄວິດ-19 ໂດຍຫ້າມອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈຳເປັນ ແລະ ຫ້າມບຸກຄົນເດີນທາງໄປທ້ອງຖິ່ນອື່ນ ຫຼື ເຂດທີ່ມີການຕິດເຊື້ອ ແຕ່ວັນທີ 1-19 ເມສາ 2020.

ສະນັ້ນ, ສະຖານີຂົນສົ່ງໂດຍສານສາຍໃຕ້ ຈຶ່ງແຈ້ງໃຫ້ຜູ້ໂດຍສານທຸກຄົນທີ່ຈະເດີນທາງໄປຕ່າງແຂວງ ໂດຍຜ່ານສະຖານີຂົນສົ່ງຜູ້ໂດຍສານສາຍໃຕ້ ນະຄອນຫຼວງວຽງຈັນ ຕ້ອງໄດ້ໂຈະການເດີນທາງກ່ອນ ເພາະທາງຄີວລົດສາຍໃຕ້ຈະໄດ້ປິດບໍລິການນັບແຕ່ວັນທີ 1 ເມສາເປັນຕົ້ນໄປ ສ່ວນວ່າຈະກັບມາເປີດບໍລິການອີກຄັ້ງເມື່ອໃດນັ້ນ ແມ່ນຈະແຈ້ງໃຫ້ຮູ້ຕາມພາຍຫຼັງ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.