Saturday, April 26, 2025
Kbank Laos โอน รับ จ่าย

ດ່ວນ! ກະຊວງ ສສກ ອອກແຈ້ງການເຖິງນັກສຶກສາລາວ ຢູ່ ສສ ຫວຽດນາມ

ພາບປະກອບ

ຫນັງສືແຈ້ງການ!

ຮຽນ: ທ່ານ ຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ທົ່ວປະເທດ

ເລື່ອງ: ສະພາບຂອງນັກສຶກສາລາວຢູ່ ສສ ຫວຽດນາມ

– ອີງຕາມ ຄໍາສັ່ງຂອງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 06/ນຍ, ລົງວັນທີ 29/3/2020

– ອີງຕາມຫນັງສືຈາກສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນດານັງ, ສສ ຫວຽດນາມ ສະບັບເລກທີ 121/ກສ.ດນ, ລົງວັນທີ 30 ມີນາ 2020. ແລະ ຫນັງສືສະເຫນີຂອງເຈົ້າແຂວງຂອງແຂວງ ພາກກາງ ແລະ ໃຕ້

ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດລາຍງານມາຍັງທ່ານຊາບກ່ຽວກັບສະພາບຂອງນັກສຶກສາລາວ ຢູ່ແຂວງຮ່າຕິ່ງ ສສ ຫວຽດນາມ ແລະ ທັດສະນະຂອງກະຊວງສຶກສາທິການ ແລະ ກິລາ ກ່ຽວກັບການຂໍກັບຄືນປະເທດ ຂອງນັກສຶກສາລາວດັ່ງນີ້:

1. ໃນໄລຍະຜ່ານມາຝ່າຍ ສສ ຫວຽດນາມ ກໍຄືໂຮງຮຽນ ໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ດູແລເບິ່ງແຍງນັກສຶກສາລາວເປັນຢ່າງດີ, ມີການກວດສຸຂະພາບ ແລະ ຈັດຫາອາຫານບໍ່ໃຫ້ຂາດແຄນ.

ປັດຈຸບັນຫວຽດນາມກໍມີມາດ ຕະການສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 (CoviD-19) ຢ່າງເຄັ່ງຄັດໂດຍຫ້າມຄົນຕ່າງປະເທດເຂົ້າມາຢ່າງເດັດຂາດ ໂດຍໃຊ້ມາດຕະການຄືກັບ ສປປ ລາວ.

2. ຖ້າວ່ານັກສຶກສາລາວຢູ່ທີ່ແຂວງຕ່າງໆຂອງ ສສ ຫວຽດນາມ ໂດຍສະເພາະ ຢູ່ແຂວງຮ່າຕິ້ງຫາກມີຄວາມປະສົງ ່ຈະກັບຄືນປະເທດໃນໄລຍະນີ້, ຕາມທັດສະນະຂອງກະກຊວງສຶກສາທິການ ແລະ ກິລາ ແມ່ນໃຫ້ສືບຕໍ່ຢູ່ພາຍໃຕ້ການຄຸ້ມຄອງຂອງໂຮງຮຽນທີ່ ສສ ຫວຽດນາມ.

3. ຖ້າວ່າແຂວງໃດມີຈຸດປະສົງຢາກໃຫ້ນັກສຶກສາລາວກັບຄືນປະເທດ, ໃຫ້ລາຍງານການນໍາແຂວງ, ປະສານສົມ ທົບກັບກະຊວງການຕ່າງປະເທດ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (coVID-19) ຢູ່ຂັ້ນສູນກາງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບຕາມທາງຄວນດ້ວຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.