Friday, March 21, 2025

ທະນາຄານໂລກ ອະນຸມັດ​ງົບ​ສຸກ​ເສີນ ​18 ລ້ານໂດລາ ແກ່ລາວ ​ຕອບ​ໂຕ້​​ໄວຣັດ​ໂຄ​ວິດ-19 ​

ທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ອະນຸມັດງົບປະມານຈຳນວນ 18 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍ ໃນການຕອບໂຕ້ ແລະ ຮັບມື ກັບການລະບາດ ຂອງ​ໄວຣັດໂຄວິດ-19 ກໍຄື ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ ແລະ ການຄົ້ນຫາຜູ້ທີ່ໃກ້ຊິດ ກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະ ນີຜູ້ຕິດເຊື້ອ ແລະ ການສື່ສານ, ທັງການໃຫ້ຄວາມຮູ້ກ່ຽວ ກັບການລະບາດ ຂອງພະຍາດ ດັ່ງກ່າວ.

ໂຄງການນີ້ ຍັງຈະຊ່ວຍຍົກລະດັບ ຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການ ປິ່ນປົວຂອງທີມແພດໝໍ ຂອງ ສປປ ລາວ ອີກດ້ວຍ.

ທ່ານນາງ ມາຣຽມ ເຊີຣ໌ແມນ, ອຳ​ນວຍ​ການທະນາຄານໂລກ ປະຈໍາປະເທດ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ “ດ້ວຍການປະຕິບັດມາດຕະການການສະກັດກັ້ນທີ່ຕື່ນຕົວ ແລະ ເຄັ່ງຄັດ ຂອງລັດຖະບານລາວ ການສູນເສຍຊີວິດ ແລະ ຜົນກະທົບຕໍ່ເສດຖະກິດ ຈາກການລະບາດຂອງ ໂຄວິດ-19 ຈະເບົາບາງລົງ. ໄລຍະນີ້ ​ເປັນ​ໄລຍະ​ທີ່ສໍາຄັນທີ່ປະຊາຄົມສາກົນ ຈະຕ້ອງໄດ້ເຂົ້າມາຊ່ວຍ ສປປ ລາວ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ແລະ ເສີມສ້າງຄວາມອາດສາມາດໃນການຕອບໂຕ້.

ໂຄງການ​ດັ່ງກ່າວ, ໄດ້ຖືກຮ່າງຂຶ້ນມາພາຍໃຕ້ກອບການຊ່ວຍເຫລືອແບບຮີບດ່ວນ ຕໍ່ກັບການລະບາດຂອງພະຍາດໂຄວິດ-19 ຂອງທະນາຄານໂລກໃນທົ່ວໂລກ ​ຊຶ່ງຖືກອອກແບບມາເພື່ອ ຕອບສະໜອງຢ່າງຮີບດ່ວນ ຕໍ່ຄວາມຕ້ອງການໄລຍະສັ້ນ ແລະ ຊ່ວຍເຫລືອບັນດາປະເທດ ໃນການສ້າງລະບົບສາທາລະນະສຸກ ໃຫ້ມີຄວາມເຂັ້ມແຂງ ເພື່ອຮັບມືກັບເຫດສຸກເສີນໃນໄລຍະຍາວ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ “ລັດຖະບານ ສປປ ລາວ ຕີລາຄາສູງ ຕໍ່ການຊ່ວຍເຫລືອຢ່າງ​ທັນ​ການຂອງທະນາຄານໂລກໃນຄັ້ງນີ້ ຊຶ່ງເປັນການຊ່ວຍໃຫ້ ລະບົບສາທາລະນະສຸກ ພາຍໃນປະເທດມີຄວາມເຂັ້ມແຂງ ພ້ອມທັງເປັນອີກ ກຳລັງແຮງໜຶ່ງຊຸກຍູ້ ການຕອບໂຕ້ ແລະ ຄວບຄຸມການແຜ່ລະພາດຂອງ covid-19 ຊຶ່ງລັດ​ຖະ​ບານ ສ​ປ​ປ ລາວ ພວມວ​າງ​ມາດ​ຕະ​ການ​ ທີ່​ຈຳ​ເປັນ​ ເພື່ອ​ຮັບ​ມືກັບໂລກ​ລະ​ບາດນີ້”.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່