ທຸກຄົນມີຄວາມສ່ຽງ! ບາງກໍລະນີຕິດເຊື້ອ ບໍ່ສະແດງອາການ ຄວນກວດເລືອດສຳລັບ COVID-19 ໂດຍບໍ່ເສຍຄ່າ!

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ໄດ້ ປ່ຽນນິຍາມເພຶ່ອສ້າງເງື່ອນໄຂໃຫ້ທຸກຄົນສາມາດເຂົ້າການກວດເລືອດເພື່ຶອຊອກຫາເຊື້ອ ໂດຍບໍ່ເສຍຄ່າເພື່ອຫຼຸດຜ່ອນການແຜ່ລະບາດ ແລະ ໄພຂົ່ມຂູ່ຈາກພະຍາດດັ່ງກ່າວ.

ການປ່ຽນແປງຄຳນິຍາມທີ່ໃຊ້ໃນການກຳນົດຜູ້ທີ່ມີສິດໄດ້ຮັບການກວດເລືອດເພື່ອຊອກຫາເຊື້ອພະ ຍາດ COVID-19 ແມ່ນແນໃສ່ຮັບປະກັນວ່າ ທຸກຄົນສາມາດເຂົ້າເຖິງການບໍລິການດ້ານສຸຂະພາບ ສຳລັບການກວດເລືອດ ແລະ ປິ່ນປົວ.

ພາຍໃຕ້ຄຳນິຍາມໃໝ່, ແພດໝໍຈະຕ້ອງໄດ້ ກວດເລືອດສຳລັບ COVID-19 ໂດຍບໍ່ເສຍຄ່າໃຫ້ທຸກໆກໍລະນີ, ເຖິງແມ່ນວ່າພວກເຂົາຈະມີພຽງແຕ່ໜຶ່ງອາການຕາມຄຳນິຍາມກ່ຽວກັບເງື່ອນໄຂການຕິດເຊື້ອກໍ່ຕາມ ເຊັ່ນ ມີອາການໃນລະບົບທາງເດີນຫາຍໃຈ, ຫລື ໄອ ຍ້ອນວ່າມີການຕິດເຊື້ອ.

ໃນປະເທດທຸກຄົນມີຄວາມສ່ຽງ ສະນັ້ນການກວດເລືອດແມ່ນມີຄວາມຈຳເປັນເພື່ອຊອກຫາເຊື້ອ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ.

ດຣ ພອນປະດິດ ສັງໄຊຍະລາດ ຜູ້ອໍານວຍການສູນວິເຄາະ ແລະ ລະບາດວິທະຍາ ແຫ່ງຊາດ ໄດ້ກ່າວ ເມື່ອບໍ່ດົນມານີ້ໃນກອງປະຊຸມຖະແຫຼງຂ່າວວ່າ ໄລຍະຜ່ານມາ ອີງຕາມຄຳນິຍາມເກົ່າ, ທ່ານ ໝໍ ໄດ້ ກຳນົດວ່າຜູ້ປ່ວຍຕ້ອງມີປະຫວັດຂອງການເດີນທາງໄປສະຖານທີ່ມີຄວາມສ່ຽງຈາກການຕິດເຊື້ອພະຍາດ ເຊັ່ນຜູ້ທີ່ເດີນທາງໄປເຂດທີ່ເຄີຍມີການລະບາດ ແລະ ມີອາການຄ້າຍຄືກັບໄຂ້ຫວັດໃຫຍ່ ພາຍຫລັງກັບມາຈາກເຂດດັ່ງກ່າວ ແລະ ເຂົ້າມາປະເທດລາວ ແລະ ມີອາການໃນລະບົບທາງເດີນຫາຍໃຈ, ໄຂ້, ໄອ, ຫາຍໃຈຍາກ ຈະຕ້ອງໄດ້ສົ່ງໄປກວດເລືອດເພື່ອຊອກຫາ COVID-19.

ນິຍາມເກົ່າແມ່ນບໍ່ສາມາດໃຊ້ໄດ້ສະຖານະການໃນປະບັນຈຸບັນ ເພາະພວກເຮົາໄດ້ພົບບາງກໍລະນີຜຸ້ຕິດເຊື້ອໃນລາວ ແມ່ນບໍ່ສະແດງອາການ ເຊັ່ນ ບໍ່ມີອາການໄຂ້ ແລະ ໄອ, ມີພຽງອາການຫາຍໃຈຍາກ ແຕ່ເມື່ອລາວໄດ້ໄປກວດເລືອດ ແລະ ພົບເຊື້ອ COVID-19.

ກະຊວງສາທາລະນະສຸກໄດ້ສ້າງຕັ້ງໜ່ວຍງານ ປະສານງານ ເພື່ອປ້ອງກັນພະຍາດ COVID-19 ຢູ່ບັນດາໂຮງໝໍ ໃນທົ່ວປະເທດ ເພື່ອຊ່ວຍຕິດຕາມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ.

ແຫຼ່ງຂໍ້ມູນ: ຂ່າວ-ພາບ: ເພັດໂພໄຊ, ວຽງຈັນທາມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...