ດ່ວນທີ່ສຸດ! ແຈ້ງການ! ຫ້າມເກັບເງິນຄ່າທໍານຽມຕ່າງໆ ການອອກເອກະສານ ເຂົ້າ-ອອກ ເມືອງ ແລະ ບ້ານນໍາປະຊາຊົນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ແຈ້ງການ ຮຽນ; – ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງ ທົ່ວປະເທດ ທີ່ນັບຖື.

– ທ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ເລື່ອງ: ຫ້າມເກັບເງິນຄ່າທໍານຽມຕ່າງໆ ໃນການອອກເອກະສານ ເຂົ້າ-ອອກ ເມືອງ ແລະ ບ້ານ ນໍາປະຊາຊົນ.

– ອີງຕາມຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19.

– ອີງຕາມການສະເຫນີ ຂອງກອງປະຊຸມຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນວັນທີ 11 ເມສາ 2020..

– ອີງຕາມການຕົກລົງ ແລະ ຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ໃນວັນທີ 11 ເມສາ 2020.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາ ຂອງທ່ານ ນາຍົກ ລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:

ພາບປະກອບ

ຫ້າມບໍ່ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເກັບເງິນຄ່າທໍານຽມຕ່າງໆ ໃນການໃຫ້ບໍລິການອອກເອກະສານ ຫຼື ບັດເຂົ້າ-ອອກ ເມືອງ ແລະ ບ້ານນໍາປະຊາຊົນ ໃນຊ່ວງໄລຍະຈັດຕັ້ງປະຕິບັດ ຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ຢ່າງເດັດຂາດ,

ມອບໃຫ້ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງ ທົ່ວປະເທດ ຊີ້ນໍາບັນດາ ທ່ານເຈົ້າເມືອງ ແລະ ນາຍບ້ານ ທີ່ຢູ່ໃນພາຍໃຕ້ການຊີ້ນໍາຂອງຕົນ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖ້າເມືອງໃດ ຫລື ບ້ານໃດ ໄດ້ຕົກລົງໃຫ້ມີການເກັບເງິນຄ່າອອກກະສານດັ່ງກ່າວ ແມ່ນໃຫ້ລົບລ້າງທັນທີ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ..


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...