ມູນຄ່າການນໍາເຂົ້າ ແລະ ສົ່ງອອກສປປ ລາວ ປະຈໍາເດືອນ 3 ບັນລຸ 804 ລ້ານຂາດດຸນ 118 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 3 ບັນລຸໄດ້ປະມານ 804 ລ້ານໂດລາສະຫະລັດ.

ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 343 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 461 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 118 ລ້ານໂດລາສະຫາລັດ.

ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…), ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ນໍ້າຕານ, ໝາກໄມ້ (ໝາກໂມ, ໝາກຂາມ, ໝາກມ່ວງ…) ແລະ ງົວ, ຄວາຍ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ:

ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ນ້ຳມັນແອັດຊັງ, ແອັດຊັງພິເສດ, ໄຟຟ້າ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ສັດທີ່ມີຊີວິດ.

ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 343 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້າສົ່ງອອກຫຼັກ ແລະ ມີມູນຄ່າປະມານເຊັ່ນ: ແຮ່ທອງ ມີມູນຄ່າ 37 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າ 25 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າ 18 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າ 24 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ...) ມີມູນຄ່າ 19 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າ 35 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າ 17 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າ 14 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກຂາມ, ໝາກມ່ວງ...) ມີມູນຄ່າ 16 ລ້ານໂດລາສະຫະລັດ ແລະ ງົວ, ຄວາຍ ມີມູນຄ່າມີມູນຄ່າ 16 ລ້ານໂດລາສະຫະລັດ.     
 ໝວດສິນຄ້ານໍາເຂົ້າຫລັກ

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 461 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້ານໍາເຂົ້າຫຼັກ ແລະ ມີມູນຄ່າປະມານເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າ 36 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າ 46 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າ 35 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າ 28 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) ມີມູນຄ່າ 20 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) ມີມູນຄ່າ 12 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າ 12 ລ້ານໂດລາສະຫະລັດ, ໄຟຟ້າ ມີມູນຄ່າ 14 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າ 14 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ ມີມູນຄ່າ 23 ລ້ານໂດລາສະຫະລັດ.
ພາບປະກອບ

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ໄທ 91 ລ້ານໂດລາສະຫະລັດ, ຈີນ 119 ລ້ານໂດລາສະຫະລັດ, ຫວຽດນາມ 74 ລ້ານໂດລາສະຫະລັດ, ຢີ່ປຸ່ນ 9 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 7 ລ້ານໂດລາສະຫະລັດ.

 5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານ: ໄທ 272 ລ້ານໂດລາສະຫະລັດ, ຈີນ 77 ລ້ານໂດລາສະຫະລັດ, ຫວຽດນາມ 48 ລ້ານໂດລາສະຫະລັດ, ຢີ່ປຸ່ນ 13 ລ້ານໂດລາສະຫະລັດ ແລະ ສ.ເກົາຫລີ 13 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 3 ປີ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າແລະສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...