ຜູ້ນໍາອາຊຽນບວກສາມ ເຫັນດີສ້າງກອງທຶນພິເສດເພື່ອຮັບມືກັບພະຍາດໂຄວິດ-19

ກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດ ຜູ້ນໍາອາຊຽນບວກສາມ (​ສປ ຈີນ, ສ. ເກົາ​ຫລີ ແລະ ຍີ່ປຸ່ນ) ກ່ຽວກັບການແຜ່ລະບາດພະຍາດ ໂຄວິດ-19 ໃນວັນທີ 14 ເມສາ 2020 ໄດ້ ເຫັນດີເປັນເອກະພາບກັນສ້າງກອງທຶນພິເສດເພື່ອຮັບມືກັບພະຍາດໂຄວິດ-19.

ເຫັນດີສ້າງຄັງແຮສຸກເສີນເພີ່ມເຕີມ ເພື່ອແຮສະສົມອຸປະກອນ ແລະ ເຄື່ອງມືການແພດທີ່ຈຳເປັນຕ່າງໆ; ເຫັນດີຮ່ວມມືກັນ ເພື່ອເຮັດແນວໃດໃຫ້ມີຜົນກະທົບໜ້ອຍທີ່ສຸດ ຕໍ່ເສດຖະກິດ-ສັງຄົມ ໂດຍສະເພາະຮັບປະກັນເຮັດໃຫ້ລະບົບຂົນສົ່ງເຊື່ອມຈອດ ບໍ່ເປັນອຳມະພາດ ເປັນຕົ້ນການຂົນສົ່ງສິນຄ້າອຸປະໂພກ-ບໍລິ ໂພກ ແລະ ເຄື່ອງມືອຸປະກອນການແພດ ລວມທັງຢາປົວພະຍາດທີ່ຈຳເປັນຕ່າງໆ.

ການຄ້ຳປະກັນດ້ານສະບຽງອາຫານໃນທ່າມກາງການລະບາດຂອງພະຍາດໂຄ ວິດ-19 ດ້ວຍການອະນຸມັດໃຫ້ນຳໃຊ້ຄັງເຂົ້າແຮສຸກເສີນອາຊຽນບວກສາມສຳລັບປະເທດສະມາຊິກທີ່ຫຍຸ້ງຍາກ ແລະ ມີ ຄວາມຈຳເປັນ; ແລະ ປະເທດບວກສາມ ຍິນດີໃຫ້ປະເທດສະມາຊິກອາຊຽນສາມາດເຂົ້າເຖິງກອງ ທຶນສະສົມ (Trust Fund) ຂອງຕົນຢູ່ບັນດາສະຖາບັນການເງິນສາກົນຕ່າງໆ ເປັນຕົ້ນທະນາຄານພັດທະນາອາຊີ, ທະນາຄານໂລກ ແລະ ອື່ນໆ.

ທ່ານ ທອງລຸນ ສີສຸລິດ ນາ​ຍົກລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະປະເທດບວກສາມ ທີ່ໄດ້ສົ່ງຊ່ຽວຊານດ້ານການແພດ, ອຸປະກອນການແພດ ແລະ ຢາກັນພະຍາດຕ່າງໆໃຫ້ແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຮັບມືກັບພະຍາດ ໂຄວິດ-19.

ພິເສດ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ປະເທດບວກສາມ ທີ່ໄດ້ເອົາໃຈໃສ່ເບິ່ງແຍງດູແລພົນລະເມືອງລາວ ກໍ່ຄືນັກສຶກສາລາວ ທີ່ຍັງຕິດຄ້າງຢູ່ບັນດາປະເທດເຫຼົ່ານີ້ເປັນຢ່າງດີ ຄືກັນກັບພົນລະເມືອງຂອງຕົນເອງ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...