ລາຍລະອຽດ ແຈ້ງການ! ການຕໍ່ເວລາ ແລະ ການແນະນຳເພີ່ມຕື່ມ ຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງ ມາຍັງທ່ານ ຊາບດັ່ງນີ້:

1) ເຫັນດີໃຫ້ຕໍ່ເວລາ ໃນການຈັດຕັ້ງປະຕິບັດຕາມຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ອອກໄປຕື່ມອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ 2020 ຢ່າງຖືກຕ້ອງ ແລະ ເຂັ້ມງວດ.

2) ກ່ຽວກັບໄລຍະເວລາເປີດໂຮງຮຽນນັ້ນ, ເລື່ອນໄປຕື່ມ 14 ວັນ ກ່ອນ, ແລ້ວຈຶ່ງໃຫ້ກະຊວງສຶກສາທິການ ແລະ ກິລາ ປຶກສາຫາລືກັບ ຄະນະສະເພະກິດໃຫ້ລະອຽດຕື່ມ.

3) ສໍາລັບການປະຕິບັດຫນ້າທີ່ ແລະ ການປະຈໍາການ ຂອງພະນັກງານລັດຖະກອນ ແມ່ນໃຫ້ສືບຕໍ່ຈໍາກັດຈໍານວນ ພະນັກງານ ໄປປະຈໍາການຢູ່ສໍານັກງານອົງການຄືດັ່ງຜ່ານມາ ໂດຍໃຫ້ແປງເປັນຈຸ ແລະ ຜັດປ່ຽນກັນໄປປະຈໍາການ, ຜູ້ທີ່ບໍ່ໄດ້ໄປະຈໍາການຢູ່ສໍານັກງານອົງການ ກໍ່ໃຫ້ເຮັດວຽກຢູ່ເຮືອນ ໂດຍຕິດຕໍ່ພົວພັນ ແລະ ແກ້ວຽກຜ່ານລະບົບໂທລະສັບມືຖື ແລະ ລະບົບອອນລາຍ

4) ໃຫ້ສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການຕ່າງໆ ເປັນຕົ້ນ:

– ມາດຕະການຫ້າມອອກຈາກເຮືອນ ຫຼື ບ່ອນພັກອາໄສ, ຫ້າມໄປເຂດທີ່ມີຄວາມສ່ຽງໃນການຕິດເຊື້ອ. ສ່ວນ ການໄປທໍາການຜະລິດກະສິກໍາ, ໄປນາ, ໄປສວນ ແລະ ໄປທໍາມາຫາກິນຂອງປະຊົນ ແມ່ນສາມາດໄປໄດ້, ແຕ່ໃຫ້ອໍານາດ ການປົກຄອງບ້ານ ເປັນຜູ້ຄຸ້ມຄອງ ຢ່າງຮັດກຸມ ເພື່ອຫຼີກລ່ຽງຄວາມສ່ຽງໃນການຕິດເຊື້ອ.

– ມາດຕະການຫ້າມການຊຸມແຊວ ທີ່ມີຈໍານວນຄົນເກີນ 10 ຄົນຂຶ້ນໄປ ແລະ ການຈັດງານທຸກປະເພດ.

5) ໃຫ້ຄະນະສະເພາະກິດ, ບັນດາຂະແຫນງການທີ່ກ່ຽວຂ້ອງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບ ເຂດທົ່ວປະເທດ ເອົາໃຈໃສ່ເປັນພິເສດຕໍ່ການຈັດຕັ້ງປະຕິບັດບາງວຽກງານ ເຊັ່ນ:

ວຽກງານການຄຸ້ມຄອງລາຄາສິນຄ້າ, ວຽກງານການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ໂດຍສະເພາະການຜະລິດສະບຽງອາຫານ, ວຽກງານການຂົນສົ່ງສິນຄ້າ ຜ່ານແດນ ແລະ ຂົນສົ່ງສິນຄ້າລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ວຽກງານການຄຸ້ມຄອງແຮງງານ ທີ່ກັບມາຈາກ ຕ່າງປະເທດ ແລະ ວຽກງານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ເພື່ອຕອບໂຕ້ ແລະ ຕີຖອຍ ຂ່າວລວງ, ຂ່າວ, ຂ່າວອະກຸສົນ ແລະ ຂ່າວປິ່ນປ່ວນ.

6) ກ່ຽວກັບການຮັບເອົາການຊ່ວຍເຫຼືອຈາກຕ່າງປະເທດນັ້ນ ໃຫ້ຄະນະສະເພາະກິດ ແລະ ຂະແຫນງການກ່ຽວ ຂ້ອງໂດຍໃຫ້ອີງໃສ່ຄວາມຕ້ອງການຕົວຈິງຂອງປະເທດ.

7) ເຫັນດີໃຫ້ມີການໂຍະຍານບາງມາດຕະການທີ່ຕິດພັນກັບການເຄື່ອນໄຫວ ຂອງພາກທຸລະກິດ ໂດຍສະເພາະ ແມ່ນບັນດາໂຄງການ ຫຼື ກິດຈະການ ທີ່ມີຄວາມຈໍາເປັນຈໍານວນຫນຶ່ງ

8) ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດຫນູນໃຫ້ພະນັກງານແພດຫມໍ, ເຈົ້າຫນ້າທີ່ ປກສ-ປກຊ ແລະ ພະນັກ ງານ ລັດຖະກອນ ທີ່ປະຕິບັດຫນ້າທີ່ຕົວຈິງ ໃນການປ້ອງກັນ ແລະ ຮັບມືກັບການລະບາດ ຂອງພະຍາດໂຄວິດ-19 ຕາມຄວາມ ເຫມາະສົມ

1
2
3



InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,