ມື້ນີ້, ທາງອິນໄຊລາວ ຂໍນຳເອົາຂໍ້ມູນເລື່ອງ ປູ່ເຍີຍ່າເຍີ ທີ່ຫຼາຍຄົນສົນໃຈ ເຊິ່ງເປັນບົດຄວາມຈາກທ່ານ @ອະນຸສອນ ມະນີສຸກ.
ປູ່ເຍີ ຍ່າເຍີ ຫລື ບາງສະໄໝຮຽກວ່າ: ປູ່ສັງຂະສາ ຍ່າສັງຂະສີ ຫລື ເທວະດາຫລວງ ເຊິ່ງພຼະເຈົ້າຟ້າງຸ່ມມະຫາຣາຊ ໄດ້ຊົງປະດິດສະຖານແຕ່ງຕັ້ງຂຶ້ນ ໃນປີ ກ່າໃສ້ ຈ.ສ 715 ຂຶ້ນເປັນພຼະເສື້ອເມືອງ.
ຄັ້ງເມື່ອປາບດາພິເສດ ແລະສະເຫລີມເມືອງໃຫ້ເປັນ ກຸງສຼີສັດຕະນາຄນະຫຸດອຸຕະມະຣາຊະທານີສຼີມະຫານະຄອນ ຂອງອານາຈັກລ້ານຊ້າງ, ກ່ອນທີ່ພຼະອົງຈະຊົງນຳເອົາພຼະພຸດທະສາສະໜາ ເຂົ້າມາໃນອານາຈັກ 6 ປີ.
ຕາມໜັງສືພົງສາວະດານ ເມືອງແຖງ ຫລື ເມືອງໄລ່ ຫລື ໄລ່ເຈົ້າຂອງ ສົມເດັດມະຫາອຸປະຣາຊ ອຸ່ນແກ້ວ ຊົງແຕ່ງໄວ້ເມື່ອຄັ້ງສະເດັດເປັນແມ່ທັບ ເມືອຕີເມືອງແຖງ ແລະ ເມືອງໄລ່ໄດ້ ໃນປີ ຈ.ສ 1197 ໄດ້ສືບຖາມປະຫວັດ ນຳຜູ້ໄທເມືອງແຖງວ່າ:
ແມ່ນແຖນຢູ່ຟ້າໃຕ້ເຄືອເຂົາກາດ ລົງມາຕາມຄຳເຊີນຂອງປູ່ຕາລົກ ແລະ ປູ່ຕາເລົາ ໃຫ້ມາຟັນເຄືອເຂົາກາດ ທີ່ໃຫຍ່ສູງຄຸງຟ້າ ບັງຕາເວັນໄວ້ມືດມົວ ອັນເກີດຂຶ້ນ ນະທີ່ບັດນີ້ຮຽກວ່າໜອງອຸລາ ທີ່ຢູ່ບໍ່ໄກຈາກຕຳບົນ ສາມໝື່ນ (ຕຳບົນສາມໝື່ນເປັນບ້ານປູ່ຕາລົກ ທີ່ມີລູກສາວ 29 ຄົນ ແລະ ປູ່ຕາເລົາ ທີ່ມີລູກຊາຍ 20 ຄົນ ກັບມີ ສາມໝື່ນຈົກ (ຄົກ) ຫົກໝື່ນລອງ (ກະລໍ) ຊ້າງຮ້ອງບໍ່ໄດ້ຍິນ ຂຸນລໍຄຳໄດ້ສ້າງເປັນເມືອງ ເພາະມີພັກພວກໄພ່ພົນ ເຖິງສາມໝື່ນສາມພັນຄົນ ເຫດສະນັ້ນຈຶ່ງຮຽກວ່າຕຳບົນສາມໝື່ນ ຕໍ່ມາຂຸນບູຣົມ ໄດ້ມາສ້າງເປັນເມືອງແຖງ ແລະ ຮຽກຕໍ່ມາວ່າເມືອງທຽນ ຫລື ແຖນ ທີ່ແປວ່າ: ຟ້າປະທັບເປັນຣາຊະທານີ.
ເມືອຝຣັ່ງເສດ ຕີໄດ້ຕົງແກງ (ຫວຽດນາມເໜືອ) ແລະ 12 ຈຸໄທ ໃນປີ ຄ.ສ 1885 ແລ້ວ ໄດ້ເອົາເມືອງແຖນໄປຂຶ້ນກັບຕົງແກງ ແລະ ໃສ່ຊື່ໃໝ່ວ່າ: ດຽນບຽນຟູ.
ເມື່ອຄັ້ງປູ່ເຍີ ຍ່າເຍີ ຮັບໄປຕັດເຄືອເຂົາກາດແລ້ວໄດ້ສັ່ງຄວາມໄວ້ວ່າ: ຄັນກູສອງຜົວເມຍ ຫາກຕັດເຄືອເຂົາກາດນີ້ຂາດແລ້ວ ກູສອງຜົວເມຍຫາກຕາຍໄປ ໃຫ້ສູຫາກຄິດເຖິງພວກກູ ເວລາຂານເອີ້ນຫາກູເຍີ ວ່າມາເຍີ ໄປເຍີ ນັ່ງເຍີ ລຸກເຍີ ກິນເຍີ ນອນເຍີ…ພາຍລຸນມາ ຄຳວ່າ ເຍີ ເລີຍເລີຍຜັນແປໄປເປັນ ເຢີ, ເນີ ແລະ ເດີ.
ສຳລັບອະດີດ ພຼະຣາຊະພິທີຣາຊາພິເສດຂອງກະສັດລ້ານຊ້າງຂຶ້ນເປັນເຈົ້າແຜ່ນດິນ ຈະມີພິທີຫົດສົງ ໂດຍມີປູ່ເຍີ ຍ່າເຍີ ຫົດສົງກ່ອນຄົນທັງຫລາຍ ແລ້ວຈຶ່ງຄ່ອຍມາຟ້ອນຖວາຍ.
ໃນປາງບຸນກຸດສົງການປີໃໝ່ລາວ ໃນວັນສັງຂານເນົາ ຕອນແລງປູ່ເຍີ ແລະ ຍ່າເຍີ ໄດ້ມີພິທີແຫ່ ປູ່ເຍີ ຍ່າເຍີ ເມືອໄຫວ້ພຼະພຸດທະຮູບ ແລະຟ້ອນສະຫລອງ ທີ່ວັດຊຽງທອງ ເພື່ອໃຫ້ຜູ້ຄົນທາງຫົວເມືອງ ຂອງ ນະຄອນຫລວງພະບາງໄດ້ເບີ່ງໄດ້ຊົມ.
ມື້ສັງຂານຂຶ້ນ ຕອນເຊົ້າໃນສະໄໝຣາຊການຂອງ ພຼະເຈົ້າຫລ້ານ້ຳແສນໄທ ໄດ້ໄປສົງນ້ຳພຼະບາງ ທີ່ວັດຊຽງກາງ ແລະ ວັດມະໂນຣົມ, ສ່ວນໃນຣາຊະການພຼະເຈົ້າວິຊຸນນະຣາຊ ໄດ້ໄປສົງນ້ຳພຼະ ທີ່ວັດວິຊຸນ ນຳດ້ວຍ.
ໃນການຫົວສົງ ປູ່ເຍີ ຍ່າເຍີ ຈະຕ້ອງໄດ້ຫົດສົງກ່ອນໝູ່ຄືກ່ອນພິຂຸສົງສາມະເນນ ແລະຜູ້ຄົນທັງຫລາຍ ແລ້ວຄ່ອຍຟ້ອນໃຫ້ຜູ້ຄົນທັງຫລາຍໃຫ້ແກ່ຜູ້ຄົນທີ່ຢູ່ຟາກຕາເວັນອອກ ຂອງ ນະຄອນຫລວງພະບາງເບີ່ງ.
ສ່ວນປັດຈຸບັນ ນັບແຕ່ຣາຊການຂອງພຼະເຈົ້າສັກກະຣິນ ເປັນຕົ້ນມາ ແມ່ນໄດ້ໄປສົງ ແລະ ຟ້ອນ ຢູ່ວັດໃໝ່ ສຸວັນນະພູມມາຣາມ ຫລັງຈາກປີໃໝ່ລາວແລ້ວ.
ສ່ວນວັນສັງຂານຂຶ້ນ ຕອນແລງໄດ້ໄປໄຫວ້ພຼະພຸດທະຮູບ ແລະ ຫໍສະມຸດພຸດທະສາສະໜາ ທີ່ວັດແກ້ວຟ້າ ແລ້ວຟ້ອນໃຫ້ຄົນຟາກຫາງເມືອງໄດ້ເບີ່ງ. ຄັ້ນເຖີງວັດແກ້ວຟ້າ ແລະ ຫໍສະມຸດບໍ່ມີແລ້ວ ແມ່ນໄດ້ໄປໄຫວ້ເຂດດິນຂອງວັດ ແລ້ວກັບຄືນມາຟ້ອນຢູ່ວັດທາດ ດັ່ງປັດຈຸບັນ.
ນອກຈາກນີ້ຍັງມີພິທີ ອື່ນໆຄື: ເດືອນ 6 ຂຶ້ນ 8 ຄໍ່າ ຈະມີພິທີ ລ້ຽງຖວາຍ ປູ່ເຍີ ຍ່າເຍີ ກ່ອນລ້ຽງຫໍຜີທັງຫລາຍໃນທົ່ວເມືອງ.
ສ່ວນໃນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 12 ໃນສະໄໝພຼະເຈົ້າສາມແສນໄທເປັນຕົ້ນມາ ພຼະເຈົ້າແຜ່ນດິນຈະສະເດັດ ພຼະຣາຊະດຳເນີນ ໄປສະຫລອງວັດແກ້ວຟ້າ.
ສ່ວນໃນສະໄໝພຼະເຈົ້າອານຸຣຸດ ພຼະເຈົ້າແຜ່ນດິນຈະສະເດັດ ພຼະຣາຊະດຳເນີນ ໄປໄຫວ້ ພຼະທາດສີທັມມະໂສກກະຣາຊ ຫລື ທາດສວນແຖນ, ສ່ວນໃນສະໄໝ ພຼະເຈົ້າມັງທາຕຸຣາຊ ພຼະເຈົ້າແຜ່ນດິນຈະສະເດັດ ພຼະຣາຊະດຳເນີນ ໄປໄຫວ້ພຼະທາດຫລວງ ນະຄອນຫລວງພຼະບາງ ໃນທຸກກິດຈະກຳ ປູ່ເຍີ ຍ່າເຍີ ກໍ່ໄດ້ໄປຟ້ອນສະຫລອງທຸກໆປີ.
ນອກຈາກ ພຼະຣາຊະພິທີຣາຊາພິເສດຂອງກະສັດລ້ານຊ້າງຂຶ້ນເປັນເຈົ້າແຜ່ນດິນແລ້ວ ພຼະຣາຊະພິທີຖວາຍພຼະເພີງພຼະບໍຣົມມະສົບພຼະເຈົ້າແຜ່ນດິນ ແມ່ນປູ້ເຍີ ຍ່າເຍີ ຈະເປັນຜູ້ຖວາຍກ່ອນ ແລ້ວໂສກາຮ້ອງໄຫ້.