Wednesday, March 26, 2025

ຄະນະສະເພາະກິດ! ຂໍແກ້ຂ່າວກ່ຽວກັບການຊ່ວຍເຫຼືອຈາກຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ

ໃນວັນທີ 18 ເມສາ 2020 ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ໄດ້ຊີ້ແຈງຕໍ່ສື່ມວນຊົນ ແລະສັງຄົມ ໃນການຖະແຫຼງຂ່າວວ່າ:

ຂໍແກ້ຂ່າວໃນການຖະແຫຼງກ່ຽວກັບການຊ່ວຍເຫຼືອຈາກຕ່າງປະເທດ ໂດຍສະເພາະປະເທດ ອາເມລິກາ ເຊິ່ງໄດ້ຊ່ວຍເຫຼືອ 02 ຄັ້ງ ຄື

ຄັ້ງທີ 1 ແມ່ນຊ່ວຍເຫຼືອອຸປະກອນການແພດມີມູນ ຄ່າ 9,980 ໂດລາ.

ຄັ້ງທີ 2 ແມ່ນຊ່ວຍງົບປະມານ ມູນຄ່າ 1,9 ລ້ານໂດລາ ໃຫ້ອົງການອະນາໄມໂລກ, ຢູນີເຊັບ ແລະ ອົງການຊ່ວຍ ເຫຼືອເດັກສາກົນປະຈໍາ ສປປ ລາວ ເຊິ່ງບໍ່ແມ່ນຈໍານວນເງີນ 100 ລ້ານໂດລາຕາມທີ່ເປັນຂ່າວລື.

ຂໍຮຽກຮ້ອງມາຍັງບັນດາທ່ານຈົ່ງພ້ອມກັນປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ຜູ້ທີ່ຮັກແພງ ໃກ້ຊິດກັບບັນດາທ່ານຈາກການຕິດເຊື້ອພະຍາດ ໂຄວິດ 19 ຖືວ່າ ແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງບັນດາທ່ານ ແລະ ເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ປະເທດຊາດເພື່ອຜ່ານວິກິດຂອງການລະບາດພະຍາດໂຄວິດ 19.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ