Tuesday, February 11, 2025

ຕະກູນ ທີ່ໄດ້ຮັບການເລືອກໃຫ້ດຳລົງຕຳແໜ່ງນາງສັງຂານຫຼວງພະບາງ ຕິດຕໍ່ກັນເຖິງ 3 ລຸ້ນ

ປະເພນີການແຫ່ນາງສັງຂານໃນບຸນປີໃໝ່ລາວ ແມ່ນໄດ້ຈັດຂື້ນ ແລະສືບທອດປະຕິບັດກັນມາຫຼາຍຍຸກຫຼາຍສະໄໝໂດຍມີຕົ້ນກຳເນີດທຳອິດມາຈາກຣາຊສຳນັກຫຼວງພະບາງ.

ໂດຍການຄັດລອກອອກມາຈາກນິທານດັ່ງກ່າວມານັ້ນ ແລະ ໄດ້ຈຳລອງເຫດການໃຫ້ຄືສະຖານະການຈິງ ຈື່ງເຮັດໃຫ້ພິທີມີມົນຂັງອັນສັກສິດ ແລະເປັນທີ່ເຊື່ອຖືຫຼາຍຂອງມະຫາຊົນຄົນລາວຈຳນວນກວ້າງ.

ປັດຈຸບັນ ໄດ້ສືບທອດປະເພນີແຫ່ນາງສັງຂານໃນບັນດາຫຼາຍແຂວງທົ່ວປະເທດ ໂດຍສະເພາະທີ່ພົ້ນເດັ່ນແມ່ນ: ຂະບວນແຫ່ນາງສັງຂານແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະແຂວງອື່ນໆອີກດ້ວຍ.

ຕົ້ນຕະກູນ ” ບຸບຜາ ” ເປັນຕະກູນໜຶ່ງໃນຫຼວງພະບາງທີ່ໄດ້ຮັບການເລືອກໃຫ້ດຳຣົງຕຳແໜ່ງນາງສັງຂານຕິດຕໍ່ກັນມາເຖີງ 3 ລຸ້ນຄົນຄື:

1. ປາຖະໜາ ບຸບຜາ ນາງສັງຂານປະຈຳປີ 1975.

2. ສະຖາພອນ ບຸບຜາ ນາງສັງຂານປະຈຳປີ 1980.

3. ປາວິນາພອນ ບຸບຜາ ນາງສັງຂານປະຈຳປີ 2008.

ທັງ 3 ທ່ານ ລ້ວນແຕ່ເປັນນາງສັງຂານຫຼວງພະບາງທັງສີ້ນ ເປັນຄົນຫຼວງພະບາງໂດຍກຳເນີດ ແລະຄົນທີ 1 ເປັນນາງສັງຂານໃນຍຸກພຣະຣາຊອານາຈັກລາວອີກດ້ວຍ ຖືເປັນໜ້າປະຫວັດສາດທີ່ໜ້າຈົດຈຳໄວ້.

ງົດງາມແບບສະຕຣີລາວຊາວວັງສົມເປັນລູກຫຼານໜໍ່ເຊື້ອແຫ່ງຫຼວງພະບາງ ງາມປານເທວາເສກສັນອິນພຣົມປັ້ນແຕ່ງບັນດານສະໃຫ້ໄວ້ໃນແດນວິມານວຽງທອງແຜ່ນດີນທົ່ວດ້າວຊາວລາວປະຊາຊື່ນຊົມແທ້ນໍ

ຊົມເຊີຍ!

ແຫຼ່ງຂໍ້ມູນ ແລະຮູບພາບຈາກ : Pathana Boupha)

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: