Tuesday, March 18, 2025

ຂ່າວດີ ກະຊວງ ສຶກສາທິການ ແລະ ກິລາ ເປີດສະໝັກເອົາລັດຖະກອນໃໝ່ 7 ຕຳແໜ່ງ!

ກະຊວງສຶກສາທິການ ແລະ ກິລາ ຂໍແຈ້ງມາຍັງບັນດານັກສຶກສາທີ່ຮຽນຈົບຈາກ ພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມສົນໃຈຢາກສະຫມັກເຂົ້າເຣັດວຽກ ຢູ່ກະຊວງສຶກສາທິການ ແລະ ກິລາ ປະຈໍາປີ 2020 ຈໍານວນ 07 ຕໍາແຫນ່ງງານ, ຊຶ່ງມີລາຍລະອຽດ ດັ່ງນີ້:

ຕໍາແຫນ່ງງານທີ່ຕ້ອງການ:

1. ສື່ສານມວນຊົນ 01 ຕໍາແຫນ່ງ

2. ພາສາອັງກິດ 01 ຕໍາແຫນ່ງ

3. ບໍລິຫານທຸລະກິດ01 ຕໍາແຫນ່ງ

4. ວິທະຍາສາດການກິລາ 01 ຕໍາແຫນ່ງ

5. ເລຂານຸການ 01 ຕໍາແຫນ່ງ

6. ຄູອະນຸບານ 01 ຕໍາແຫນ່ງ

7. ພົວພັນຕ່າງປະເທດ 01 ຕໍາແຫນ່ງ

I. ເງື່ອນໄຂສະຫມັກເຂົ້າເປັນລັດຖະກອນ :

1. ນັກສຶກສາທີ່ຮຽນຈົບຈາກສະຖາບັນ, ມະຫາວິທະຍາໄລ ທີ່ໄດ້ຮັບປະກາສະນີຍະບັດແດງ ຫຼື ຄະແນນສະເລ່ຍ 3.50 ຂຶ້ນໄປ, ຜູ້ທີ່ຈົບປະລິນຍາໂທ ຫຼື ປະລິນຍາເອກ: (ສໍາລັບ ເລຂານຸການ ຈົບວິຊາຊີບຊັ້ນສູງ ຫຼື ທຽບເທົ່າ – ຂຶ້ນໄປ);

2. ຖຶສັນຊາດລາວໂດຍກໍາເນີດ ຫຼື ໄດ້ຮັບສັນຊາດລາວແຕ່ 3 ປີ ຂຶ້ນໄປ;

3. ມີອາຍຸ 18 – 35 ປີ;

4. ມີມະນຸດສໍາພັນດີ, ບໍ່ເຄີຍຖືກຕ້ອງໂທດ ຫຼື ຖຶກປະຕິບັດວິໄນໃດໆມາກ່ອນ ແລະ ມີຄວາມຕັ້ງໃຈຢາກປະກອບ – ສ່ວນເຂົ້າໃນການພັດທະນາວຽກງານ ການສຶກສາ ແລະ ກິລາ ຢ່າງແທ້ຈິງ;

5. ມີສຸຂະພາບແຂງແຮງດີ (ທາງດ້ານຮ່າງກາຍ ແລະ ຈິດໃຈ).

I. ການເປີດຮັບສະຫມັກ:

• ການເປີດຮັບສະຫມັກ ເລີ່ມແຕ່ວັນທີ 22 ເມສາ ເຖິງ 08 ພຶດສະພາ 2020 (ຕາມໂມງລັດຖະການ);

• ຜູ້ສະຫມັກໃຫ້ມາພົວພັນເອົາແບບຟອມດ້ວຍຕົນເອງ ທີ່ ກົມຈັດຕັ້ງ ແລະ ພະນັກງານ (ຫ້ອງ 105), ກະຊວງສຶກສາທິການ ແລະ ກິລາ ເບີໂທຕິດຕໍ່: 021 216018, 020 55-410505, 020 54539512.

ການສອບເສັງຄັດເລຶອກ: • ການສອບເສັງຄັດເລືອກ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13 – 14 ພຶດສະພາ 2020 ທີ່ ກະຊວງສຶກສາທິການແລະ ກິລາ;

ຫມາຍເຫດ: ຜູ້ທີ່ມາສະຫມັກໃຫ້ຖືປະກາສະນີຍະບັດ ແລະ ໃບຄະແນນມາພ້ອມ ເພື່ອກວດກາວິຊາສະເພາະ ໃຫ້ຖືກຕ້ອງ ຕາມຕໍາແຫນ່ງງານທີ່ຕ້ອງການ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ສະຫມັກໃຫ້ທັນຕາມກໍານົດເວລາດວ້ຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.