Sunday, November 9, 2025
Kbank Laos โอน รับ จ่าย

ຄະນະສະເພາະກິດເຂັ້ມງວດ! ຕໍ່ແຮງງານລາວກັບມາແຕ່ໄທ ເພື່ອບໍ່ໃຫ້ພະຍາດໂຄວິດ-19 ກັບມາລະບາດຮອບທີສອງ

ຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສັງຄົມ ໃນຕອນບ່າຍ ວັນທີ 24/4/2020 ໂດຍ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດວ່າ:

ໃນ ສປປ ລາວ ຍັງເຫັນວ່າ 12 ມື້ທີ່ບໍ່ມີຜູ້ຕິດເຊື້ອໃຫມ່. ໃນຈໍານວນຜູ້ຕິດເຊື້ອ 19 ຄົນກໍ່ໄດ້ອອກໂຮງຫມໍແລ້ວ 04 ຄົນ ແລະ ຍັງເຫຼືອ 15 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ.

ສະພາບການລະບາດຄົງທີ່ຄືແນວນີ້ ກໍ່ຍ້ອນວ່າ ປະຊາຊົນບັນດາເຜົ່າ ໄດ້ ເປັນເຈົ້າການ ຮ່ວມໄມ້ຮ່ວມມື ໃນການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 06/ນຍ, ແຕ່ພວກເຮົາ ຈະບໍ່ໄດ້ລົດລະມາດຕະການເຝົ້າລະວັງ ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອ.

ໂດຍສະເພາະຜູ້ທີ່ ຍັງຈໍາກັດບໍລິເວນຕົນເອງຢູ່ສູນ ແລະ ຢູ່ເຮືອນ ລວມທັງຜູ້ເດີນທາງຜ່ານຊາຍແດນເຂົ້າມາໃຫມ່ ເພື່ອມາກວດວິເຄາະຢັ້ງຢືນພະຍາດໃຫ້ໄດ້ໄວ ແລະ ປິ່ນປົວຢ່າງທັນການ, ສະກັດກັ້ນ ບໍ່ໃຫ້ມີ ການລະບາດຄືນຄັ້ງທີ 2.

ເພື່ອເປັນການສືບຕໍ່ເຝົ້າລະວັງຢ່າງເຂັ້ມງວດຕໍ່ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຈາກ ຕ່າງປະເທດລວມທັງແຮງງານລາວທີ່ຈະມາຈາກປະເທດໄທ ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີຈິ່ງມີແຈ້ງການ ເລກທີ 507/ຫສນຍ ວັນທີ 24 ເມສາ 2020 ເຖິງເຈົ້າຄອງ ນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດ ໃຫ້ ກະກຽມສະຖານທີ່ ຈໍາກັດບໍລິເວນ ຜູ້ເດີນທາງມາຈາກຕ່າງປະເທດ ແລະ ຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອ ສອດຄ່ອງກັບເງື່ອນໄຂ ແລະ ມາດຕະຖານ ທີ່ຄະນະສະເພາະກິດວາງອອກ ເພື່ອຮອງຮັບການຜ່ອນຜັນມາດຕະການຄໍາສັ່ງ ເລກທີ 06/ນຍ ໃນຕໍ່ຫນ້າ.

ໃນວັນທີ 24 ເມສາ 2020, ໄດ້ມີ ຖະແຫຼງຂ່າວກ່ຽວກັບ ກອງປະຊຸມລັດຖະບານ ສະໄຫມສາມັນ ປະຈໍາເດືອນ ເມສາ 2020.

ໂດຍໄດ້ເນັ້ນໃຫ້ ຄະນະສະເພາະກິດ ບັນດາຂະແຫນງການທີ່ ກ່ຽວຂ້ອງ ທ້ອງຖິ່ນ ແລະ ທົ່ວສັງຄົມ ເອົາໃຈໃສ່ການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 06/ນຍ ແລະແຈ້ງການ ຫຼື ຄໍາແນະນໍາ ຂອງ ຄະນະສະເພາະກິດ, ຂະແຫນງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ຈົນຮອດວັນທີ 3 ພຶດສະພາ 2020

• ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມ ໄມ້ຮ່ວມມື ເປັນເຈົ້າການສືບຕໍ່ ຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນໍາຕ່າງໆ.


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.