ຕ້ອງຮູ້! ຄໍາສັບພາສາລາວ ທີ່ຢືມຈາກ ມອນ ຂະແມ

ດ້ານຫຼັກພາສາ ນອກຈາກຫຼັກໄວຍາກອນທົ່ວໄປແລ້ວໃນນັ້ນ ເຮົາຕ້ອງທໍາຄວາມເຂົ້າໃຈກັບວິທີສ້າງສັບໃໝ່

ເພາະການສ້າງສັບໃໝ່ ຫຼືການແຜງຄໍາໃໝ່ໃຊ້ພາໃຫ້ເກີດມີຄໍາສັບທີ່ພຽງພໍຕາມຄວາມຕ້ອງການຂອງ ພາສາ ບໍ່ວ່າ ພາສາລາວ ຫຼືພາສາຊາດໃດກໍຕາມ.

ເຊິ່ງມັນສະແດງເຖິງ ຄວາມຈະເລີນຂອງວັດທະນະທໍາສັງຄົມ, ແລະສະແດງເຖິງຫົວຄິດປະດິດສ້າງຂອງ ກຸ່ມປັນຍາຊົນພາຍໃນສັງຄົມ.

ການແຜງຄໍາ ໝາຍເຖິງ ການ ເອົາຄໍາຮາກ ຄໍາເດີມ ຄໍາໃດໜຶ່່ງທີ່ມີພະຍາງໜ້ອຍໃຫ້ເປັນຄໍາໃໝ່ໂດຍຮັກສາຈໍານວນພະຍາງຄືເກົ່າ ຫຼືເພິ່ມ ພະຍາາງຈໍານວນພະຍາງ, ຈະຮັກສາ ຄວາມໝາຍຄືເກົ່າ ຫຼືແຜກພ້ຽນໄປຕ່າງເກົ່າກໍມີ.

ສະເພາະມື້ນີ້ ຂໍກ່າວເຖິງຄໍາແຜງຈາກພາສາ ມອນ ຂະແມ.

ເຊິ່ງເຫັນບາງກຸ່ມໃນລາວ ຄິດຢາກຕັດຄໍາຂະແມອອກ. ໃຊ້ຄໍາລາວແທນ.

ຕົວຢ່າງ ເພີງ ແລະ ດັບ. ລົດດັບເພີງ, ປ່ຽນເປັນ ລົດມອດໄຟ ເປັນຕົ້ນ.

ລອງມາເບິ່ງວ່າ ຖ້າເຮົາຖືທິສະດີນີ້ ຈະມີຈັກຄໍາເຮົາຕ້ອງໄດ້ຕັດຖິ້ມ:

ຄໍາແຜງຈາກຮາກສັບພາສາ ມອນ ຂະແມ:

ມອນ ຂະແມ – ລາວ
1. ບັງ ກະບັງ – ບັງ ກໍາບັງ (ປິດບັງ)
2. ຣຽບ ກຣາບ – ຮາບ, ຮຽບ, ກາບ ຂາບ
3. ຣຽນ – ຮຽນ
4. ທົກ – ທຸກ (ເກັບໄວ້ ບັນທຸກ ລົດບັນທຸກ)
5. ຄຶງ – ເຄັ່ງ ຄຽດ
6. ຂຶງ – ຂຶ່ງ ຂຶງກ້າມ
7. ຫຶງ – ຫຶງ
8. ປຣະສົມ – ຜະສົມ
9. ຕຣອມ – ຊອມ ຊອມໃຈ ຊອມລອມ
10. ຈົງ – ຈໍານົງ ຈົງໃຈ
11. ຣໍາ – ລໍາ ລະບໍາ
12. ອາດ – ອໍານາດ ອົງອາດ
13. ສວຍ ສໍາລວຍ – ສວຍງາມ
14. ຕຣວດ – ຕໍາຣວດ ກວດ ກວດສອບ
15. ສັນ – ຈັງຫັນ ສັນເພນ
16. ສະເດັດ – ສົມເດັດ
17. ກູດ – ຄູດ ຂູດ
19. ຄຽບ – ຄີບ (ໄທຍ ເອີ້ນ ຕະຄຽບ ແປວ່າໄມ້ຄີບ, ລາວເຮົາເອີ້້ນໄມ້ຄີບຫຼືໄມ້ຖູ່)
20. ບຽດ – ບຽດ ບັງບຽດ
21. ແຣງ – ແລ້ງ ແຫ້ງ
22. ໂປຣດ – ໂຜດ
23. ເປຣດ – ເຜດ ຜີເຜດ
24. ດຸມ – ດຸມ ກະດຸມ ດຸມເສື້ອ ກ້ອນດຸມ
25. ຂ້າງ – ຂ້າງ ທາງຂ້າງ ຂ້າງທາງ ຝາກທາງ ເບື້ອງ
26. ນຽງ – ນາງ (ຄໍານີ້ຕ້ອງໄດ້ສຶກສາກັນໃໝ່) ບໍ່ໜ້າເຊື່ອວ່າ ເປັນ ຄໍາມອນ ຂະແມ
27. ສຣົດ – ສົດ ຂອງສົດ
28. ເດາະ – ສະເດາະ ສະເດາະເຄາະ ແກ້ປ່ອຍ
29. ເຂ່ຍ – ເຂ່ຍ ຄວັດເຂ່ຍ
30. ໂຄຣ – ຄົນ ແບບຄົນໝໍ້
31. ແກະ – ແກະກະດຸມ
32. ງວກ – ງຶກ ງຶກຫົວ
33. ງ້ວງ – ເຫງົາ ເຫງົານອນ ງ້ວງນອນ
34. ຍຶມແຍມ – ຍີ້ມແຍ້ມ
35. ແຕາະ – ແຕະ
36. ທູນ – ທູນຂໍ ບອກ
37. ລວງ – ລວງ ລໍ້ລວງ ເລົ້າໂລມ
38. ແຫ່ – ແຫ່ ແຫ່ນາງສັງຂານ
39. ເກີດ – ກໍາເນີດ ບັງເກີດ
40. ເວີ້ງ – ເວີ້ງ ໂຄ້ງ
41. ວວງ – ວົງ ວົງເວີນ
42. ເຄາະ – ເຄາະປະຕູ
43. ກົດ – ກໍານົດ
44. ຣວມ – ລວມ ຮວມ
45. ຕຣອງ – ຕອງ ເຄື່ອງຕອງ
46. ໂຕວ – ຕໍ່ ເຊື່ອມຕໍ່
47. ຈໍາ – ມັດຈໍາ
48. ຈຸ – ບັນຈຸ
49. ພະອອງ – ພອງ ໂພງ ທ້ອງໂພງ ຜີໂພງ
50. ນໍາ – ທໍານອງ (ລາວແຜງ ນໍາ ມາເປັນ ທໍານອງ)
51. ເນົາ – ລໍາເນົາ (ຂະຫຍາມຄໍາ ເນົາ ມາເປັນ ລໍາເນົາ)
52. ແຫງ – ຮອຍແຕກ
53. ມຸດ – ດໍາ ດໍານໍ້າ ໄທຍ ວ່າ ມຸດນໍ້ານັ້ນເອງ.
54. ເບຶອກ – ເປືອກ ປອກ ກີບ ກາບ
55. ເຫຼັ້ນ – ຫຼິ້ນ ໄທຍວ່າ ເຫຼັ້ນ ນັ້ນເອງ
56. ເມີນ – ມອງ ປະເມີນ ໄທຍວ່າ ເມີນຜົມທໍາໄມ ນັ້ນເອງ

ຂ້າງເທິງເປັນພຽງບາງຄໍາເທົ່ານັ້ນ ຍັງມີຫຼາຍ.

ເປັນຕົ້ນສະເພາະ ຄໍາລາວ ທີ່ສ້າງ ຮ ແລ້ວ ໄທຍ ອອກສຽງ ຣ ເຊັ່ນ: ໂຮງ ໂຣງ, ເຮືອນ ເຣືອນ, ຮຽກ ຣຽກ, ແຮກ ແຣກ ເຫຼົ່ານີ້ເປັນຕົ້ນ. ຕ້ອງໄດ້ສຶກສາເບິ່ງໃໝ່ ວ່າ ເຄົ້າມາຈາກໃສ.

ແຕ່ສໍາຄັນຄໍາດັ່ງກ່າວເປັນຄໍາລາວໂດຍມາດຖານແລ້ວ ຈຶ່ງຂາດຄວາມສົນໃຈ.

ແຫຼ່ງຂໍ້ມູນ: http://pranejonshortstory.blogspot.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...