4 ຂໍ້ຂອງແຈ້ງການ! ກັກຕົວຜູ້ເດີນທາງເຂົ້າມາໃນ ສປປ ລາວ

ຍ້ອນຄວາມສ່ຽງໃນການລະບາດຂອງພະຍາດ Covid-19 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຈື່ງອອກແຈ້ງການເລກທີ 507/ຫສນຍ, ລົງວັນທີ 24 ເມສາ 2020.

ເລື່ອງການກະກຽມສູນກັກກັນຕົວຜູ້ຈະເດີນທາງເຂົ້າມາ ສປປ ລາວ ຈາກຕ່າງປະເທດຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ.ແຈ້ງການມີທັງໝົດ 4 ຂໍ້ຄື:

1. ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຮີບຮ້ອນກະກຽມສະຖານທີ່ກັກກັນຕົວຜູ້ທີ່ເດີນທາງມາຈາກຕ່າງປະເທດ ແລະ ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ໂດຍສອດຄ່ອງກັບເງື່ອນໄຂ ແລະ ມາດຕະຖານຂອງສະຖານທີ່ກັກກັນຕົວທີ່ຄະນະສະເພາະກິດວາງອອກ.

ສໍາລັບງົບປະມານໃຊ້ຈ່າຍໃນການກະກຽມສະຖານທີ່ ແລະ ຮັບຮອງຜູ້ທີ່ຖືກກັກກັນ (ກິນ, ຢູ່, ພັກ-ເຊົາ ) ແມ່ນໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງເປັນຜູ້ຮັບຜິດຊອບ.

2. ສຳລັບສະຖານທີ່ກັກກັນຕົວຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ຖືກກຳນົດໃຫ້ເປັນບ່ອນທີ່ຮັບເອົາຜູ້ໄດ້ຮັບອະນຸຍາດເດີນທາງມາຈາກຕ່າງປະເທດ ເພື່ອກວດຫາເຊື້ອພະຍາດກ່ອນ.

ຖ້າຜົນບວກ (ມີເຊື້ອພະຍາດ) ໃຫ້ສົ່ງເຂົ້າໂຮງໝໍ ເພື່ອຮັບການປີ່ນປົວ. ຖ້າຜົນກວດເປັນລົບ (ບໍ່ມີເຊື້ອພະຍາດ) ໃຫ້ສືບຕໍ່ກັກກັນຕົວ ແລະ ຕິດຕາມອາການຈົນຄົບ 14 ວັນ.

ສໍາລັບຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ. ສ່ວນຜູ້ທີ່ຢູ່ແຂວງອື່ນໃຫ້ຈັດສົ່ງໄປສືບຕໍ່ກັກກັນຕົວ 14 ວັນ ຢູ່ສະຖານທີ່ກັກກັນຕົວຢູ່ແຂວງທີ່ກ່ຽວຂ້ອງ; ຫ້າມເດັດຂາດບໍ່ໃຫ້ກັກກັນຕົວຢູ່ເຮືອນ.

3. ໃຫ້ຄະນະສະເພາະກິດຮີບຮ້ອນກຳນົດເງື່ອນໄຂ ແລະ ມາດຕະຖານ ຂອງສະຖານທີ່ກັກກັນຕົວ ແລະ ລົງໄປແນະນຳໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຈັດຕັ້ງປະຕິບັດໃຫ້ເປັນເອກະພາບ.

4. ໃຫ້ຄະນະສະເພາະກິດ ສົມທົບກັບທ້ອງຖີ່ນກ່ຽວຂ້ອງ ຄົ້ນຄ້ວາກຳນົດໂຮງແຮມທີ່ຈະເປັນບ່ອນກັກກັນຕົວ ແລະ ຕິດຕາມອາການສຳລັບຊ່ຽວຊານ ຫຼື ຄົນຕ່າງປະເທດທີ່ຈະເຂົ້າມາ ສປປ ລາວ ໂດຍຄ່າໃຊ້ຈ່າຍໃນການກັກຕົວດັ່ງກ່າວແມ່ນເຂົາເຈົ້າເປັນຜູ້ຮັບຜິດຊອບ.

ນັ້ນແມ່ນ 4 ກົດເຫຼັກຂອງປະຕູບ້ານ-ປະຕູເມືອງ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ Covid-19 ຂໍໃຫ້ທຸກພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໃຫ້ກາຍເປັນກົດເຫຼັກຢ່າງແທ້ຈິງ.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...