Thursday, May 15, 2025
Kbank Laos โอน รับ จ่าย

ຜູ້ປະກອບການທຸລະກິດໂຮງແຮມ ແລະ ຮ້ານອາຫານ ນຳສະເໜີຫຼາຍບັນຫາ ຕໍ່ທ່ານຮອງນາຍົກ ເພື່ອພິຈາລະນາ

ໂອ­ກາດ​ທີ່​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ພ້ອມ​ຄະ­ນະ ລົງ​ຊຸກ­ຍູ້​ວຽກ​ງານ​ສະ­ກັດ​ກັ້ນ ແລະ ຄວບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃນ​ວັນ​ທີ 26 ເມ­ສາ 2020 ທີ່​ໂຮງ­ແຮມ​ແລນ​ມາກ ແມ່​ຂອງ​ຣີ​ເວີ​ໄຊ ນະ­ຄອນ­ຫຼວງ​ວຽງ​ຈັນ.

ໂດຍ​ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ທ່ານ​ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ກະ­ຊວງ​ແຮງ​ງານ-ສະ­ຫວັດ­ດີ​ການ​ສັງ­ຄົມ ຫົວ­ໜ້າ​ພະ​ແນກ ຖວ​ທ ນວ ປະ­ທານ​ສະ­ມາ­ຄົມ ພ້ອມ​ຮ້ານ​ອາ­ຫານ​ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ພົບ​ປະ​ຄັ້ງ​ນີ້ ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ໂຮງ­ແຮມ ແລະ ຮ້ານ​ອາ­ຫານ ໄດ້​ນຳ​ສະ­ເໜີ​ຫຼາຍ​ບັນ­ຫາ​ຕໍ່​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂດຍ​ສະ­ເພາະ ທ່ານ ປະ­ກາ­ສິດ ຈັນ­ທະ​ປັນ­ຍາ ປະ­ທານ​ສະ­ມາ­ຄົມ ແລະ ຮ້ານ​ອາ­ຫານ​ລາວ ໄດ້​ນຳ​ສະ­ເໜີ​ບັນ­ຫາ​ມາດ​ຕະ­ການ​ໃນ​ການ​ປະ­ຕິ­ບັດ​ຄຳ​ສັ່ງ​ແນະ­ນຳ ເລກ​ທີ 06/ນຍ ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ການ​ຫາ​ທາງ​ອອກ​ໃຫ້​ກັບ​ບັນ­ດາ​ໂຮງ­ແຮມ ແລະ ການ​ບໍ­ລິ­ການ​ຮ້ານ​ອາ­ຫານ ເຖິງ​ແມ່ນ​ວ່າ­ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຈະ​ສີ້ນ​ສຸດ​ລົງ

ແຕ່​ຫຼາຍ​ບັນ­ຫາ​ທີ່​ຈະ​ຕາມ​ມາ ສະ­ພາບ​ການ​ຟື້ນ​ຕົວ​ຂອງ​ການ​ບໍ­ລິ­ການ ແມ່ນ​ຈະ​ໃຊ້​ໄລ­ຍະ​ເວ­ລາ​ດົນ​ສົມ­ຄວນ ລວມ​ທັງ​ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຕ່າງໆ​ຕໍ່​ກັບ​ພະ­ນັກ­ງານ ການ​ຈ້າງ​ງານ ບັນ­ຫາ​ການ​ຫວ່າງ​ງານ​ທີ່​ຈະ​ຕາມ​ມາ ແລະ ອີກ​ຫຼາຍ​ບັນ­ຫາ​ທີ່​ໄດ້​ຍົກ​ຂຶ້ນ​ມາ​ເພື່ອ​ນຳ​ສະ­ເໜີ​ຕໍ່​ທ່ານ​ຮອງ​ນາ­ຍົກ.

ໂອ­ກາດ​ດຽວ​ກັນ ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ບັນ­ດາ​ຫ້າງ​ຮ້ານ ຜູ້​ປະ­ກອບ​ການ​ທີ່​ພ້ອມ​ກັນ​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ຄຳ​ສັ່ງ​ແນະ­ນຳ ເລກ​ທີ 06/ນຍ ຂອງ​ທ່ານ​ນາ­ຍົກ​ຢ່າງ​ເປັນ​ຮູບ​ປະ​ທຳ ໂດຍ​ສະ­ເພາະ​ຕໍ່​ກັບ​ການ​ເປັນ​ເຈົ້າ​ການ​ປະ­ກອບ­ສ່ວນ​ຊຸກ­ຍູ້​ວຽກ​ງານ​ສະ­ກັດ​ກັ້ນ ແລະ ຄວບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຄັ້ງ​ນີ້ ເປັນ­ຕົ້ນ ໂຮງ­ແຮມ​ແລນ​ມາກ ທີ່​ໃຫ້­ການ​ປະ­ກອບ­ສ່ວນ​ໃຫ້​ທີ່​ພັກ​ແກ່​ຄະ­ນະ​ແພດ​ຊ່ຽວ­ຊານ ສປ ຈີນ ທີ່​ເດີນ­ທາງ​ມາ​ປະ­ຕິ­ບັດ​ໜ້າ­ທີ່​ຊ່ວຍ­ເຫຼືອ ສປປ ລາວ ໃນ​ຄັ້ງ​ຜ່ານ​ມາ

ຕໍ່​ກັບ​ຫຼາຍ​ບັນ­ຫາ​ທີ່​ທາງ​ສະ­ມາ­ຄົມ​ສະ­ເໜີ​ມາ​ນັ້ນ ເປັນ​ບັນ­ຫາ​ສຳ­ຄັນ ແລະ ຮີບ​ດ່ວນ ທ່ານ​ຮອງ​ນາ­ຍົກ​ໄດ້​ເນັ້ນ​ໃຫ້​ທາງ​ສະ­ມາ­ຄົມ​ໃຫ້​ຮີບ​ດ່ວນ​ສຳ​ຫຼວດ ຂຶ້ນ​ບັນ­ຊີ​ເປົ້າ​ໝາຍ​ເພື່ອ​ປະ­ສານ​ສົມ­ທົບ​ກັບ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ເຊັ່ນ:

ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ກະ­ຊວງ​ແຮງ​ງານ-ສະ­ຫວັດ­ດີ​ການ​ສັງ­ຄົມ ແລະ ບັນ­ດາ​ຂະ­ແໜງ­ການ​ຕ່າງໆ​ທີ່​ກ່ຽວ­ຂ້ອງ ນຳ​ໃຊ້​ສື່­ສານ​ທີ່​ທັນ​ສະ­ໄໝ ເພື່ອ​ຄວາມ​ວ່ອງ­ໄວ​ໃນ​ແກ້​ໄຂ​ບັນ­ຫາ​ໃຫ້​ຖືກ​ຈຸດ ສ່ວນ​ອີກ​ຫຼາຍ​ບັນ­ຫາ​ທີ່​ນຳ​ສະ­ເໜີ​ມາ​ນັ້ນ ຈະ​ໄດ້​ນຳ​ສະ­ເໜີ​ຕໍ່​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເພື່ອ​ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ໃຫ້​ທ່ວງ​ທັນ​ກັບ​ສະ­ພາບ ສາ­ມາດ​ແກ້​ໄຂ​ບັນ­ຫາ​ເຫຼົ່າ­ນັ້ນ​ໃຫ້​ເໝາະ​ສົມ ແລະ ທັນ​ເວ­ລາ.

ແຫຼ່ງຂໍ້ມູນ: ຂ່າວ & ພາບ: ບຸນ​ມີ, ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້