Thursday, May 15, 2025
Kbank Laos โอน รับ จ่าย

ລະວັງກັນແດ່! ໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍກວ່າ 900 ກໍລະນີແລ້ວ

ກະຊວງສາທາລະນະສຸກ ໄດ້ເປີດເຜີຍຕົວເລກ ຄົນເຈັບຕິດເຊື້ອໄຂ້ຍຸງລາຍ ນັບແຕ່ວັນທີ 28 ທັນວາ 2019 ຫາ ວັນທີ 24 ເມສາ 2020 ໄດ້ມີກໍລະນີສະສົມຄົນເຈັບພະຍາດໄຂ້ຍຸງລາຍທົ່ວປະເທດ ທັງໝົດ 904 ກໍລະນີ, ເສຍຊີວິດ 1 ກໍລະນີ.

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ຕື່ມວ່າ:

ສະເພາະນະຄອນຫລວງວຽງຈັນ ແມ່ນມີອັດຕາການຕິດເຊື້ອໃນອັນດັບສູງກວ່າ ຊຶ່ງມີຈຳນວນທັງໝົດ 283 ກໍລະນີ, ເປັນຍິງ 143 ກໍລະນີ;

ຮອງລົງມາແມ່ນແຂວງອັດຕະປື 153 ກໍລະນີ, ແຂວງວຽງຈັນ 105 ກໍລະນີ, ສາລະວັນ 62 ກໍລະນີ, ຄຳມ່ວນ 62 ກລະນີ, ບໍລິຄຳໄຊ 55 ກໍລະນີ, ສະຫວັນນະເຂດ 48 ກໍລະນີ, ໄຊຍະບູລີ 37 ກໍລະນີ, ຫລວງນ້ຳທາ 37 ກໍລະນີ, ເຊກອງ 27 ກໍລະນີ, ອຸດົມໄຊ 21 ກໍລະນີ ແລະ ແຂວງອື່ນໆ ຕາມລຳດັບ.

ກົມຄວບຄຸມພະຍາດຕິດຕໍ່ ຍັງໄດ້ລະບຸຕົວເລກຜູ້ຕິດເຊື້ອທີ່ບໍ່ມີອາການເຕືອນ ໃນວັນທີ 24 ເມສາ 2020 ມີຈຳນວນ 13 ກໍລະນີ:

ຢູ່ນະຄອນຫລວງວຽງຈັນ 3 ກໍລະນີ (ເສຍຊີວິດ 1 ຄົນ), ແຂວງວຽງຈັນ 3 ກໍລະນີ, ໄຊຍະບູລີ 4 ກໍລະນີ, ແຂວງຄຳມ່ວນ, ບໍລິຄຳໄຊ ແລະ ສະຫວັນນະເຂດ ແຂວງລະ 1 ຄົນ.

ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການແຜ່ລະບາດແຜ່ລາມເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ນັ້ນ ທຸກຄົນຄວນພ້ອມກັນປ້ອງກັນບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບການປະຕິບັດຫລັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກເປັນປະຈຳ ໂດຍສະເພາະທຳລາຍແຫລ່ງເພາະພັນໜອນນ້ຳຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.

ແຫຼ່ງຂໍ້ມູນ: ຂ່າວ: ມະນີທອນ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້