Tuesday, April 16, 2024
Lenovo

ມາຮູ້ຈັກ! ເຄື່ອງມືຫາປາແບບພື້ນບ້ານດ້ວຍເຄື່ອງມືທີ່ຜະລິດຈາກໄມ້ປ່ອງ

ຄຳເວົ້າຂອງຜູ້ເຖົ້າຜູ້ແກ່ໃນເມື່ອກ່ອນ: ຢູ່ໃນແມ່ນໍ້າລຳເຊມີປູ, ປາ, ກົບ, ຂຽດ ແລະ ສັດນ້ຳ. ແຄມແມ່ນໍ້າເປັນປ່າໄມ້ປ່ອງ, ແຄມລອງແມ່ນໍ້າເປັນທົ່ງກວ້າງເໝາະສົມສຳຫຼັບເຮັດນາປູກເຂົ້າ, ບ່ອນນັ້ນເປັນທີ່ເໝາະສົມໃນການຕັ້ງຖີ່ນຖານບ້ານເມືອງ. 

ການດໍາລົງຊີວິດຕາມຊົນນະບົດຂອງປະຊາຊົນລາວເຮົາແມ່ນຍັງອາໄສທໍາມະຊາດເປັນຫຼັກ ໂດຍສະເພາະແມ່ນການຊອກຢູ່ຫາກິນ, ນັ້ນກໍ່ເກີດຈາກການເຝົ້າສັງເກດທຳມະຊາດ ໂດຍສະເພາະແມ່ນການຫາສັດນ້ຳຕາມແມ່ນ້ຳລຳເຊ, ຫ້ວຍໜອງຄອງບືງ, ທົ່ງນາ ຕາມລະດູການຕ່າງໆ.

ດັ່ງນັ້ນຈື່ງເກີດພູມປັນຍາອັນຫຼາກຫຼາຍເພື່ອຜະລິດເຄື່ອງມືໃນການຈັບ ຫຼື ດັກ ເອົາປາ, ປູ, ກົບ ແລະ ສັດນ້ຳອື່ນ. ເຄື່ອງມືດັ່ງກ່າວນີ້ສ່ວນຫຼາຍກໍ່ແມ່ນຜະລິດມາຈາກໄມ້ປ່ອງ, ເພາະເປັນໄມ້ທີ່ຫາໄດ້ງ່າຍໃນທ້ອງຖີ່ນ ແລະ ເໝາະສົມກັບການຜະລິດ, ຈັກສານໃຫ້ເໝາະກັບປະເພດສັດນ້ຳທີ່ຕ້ອງການຈັບ.

ອຸປະກອນ ຫຼື ເຄື່ອງມືຫາປາ ມີຫຼາຍປະເພດເຊັ່ນ: ຂ້ອງ, ສຸ່ມ, ໄຊ, ຫຼີ, ແງບກົບ, ບັງລັນ, ຕຸ້ມ, ລອບ ແລະ ອື່ນໆ. ນອກນັ້ນກໍ່ເປັນສ່ວນປະກອບໃນອຸປະກອນຫາປາຕ່າງໆເຊັ່ນ: ຄັນກະດຸ້ງ, ຂອບສະຫວິງ, ຄັນເບັດ ແລະ ອື່ນໆ. ເຄື່ອງມືຫາປາເຫຼົ່ານີ້ແມ່ນຜະລິດຂື້ນມາເພື່ອຮັບໃຊ້ພາຍໃນຄອບຄົວ ເພື່ອລ້ຽງຊິບຕາມຊົນນະບົດ.

ການຈັບເພື່ອພໍ່ກຸ້ມຢູ່ກຸ້ມກິນຈະເຮັດໃຫ້ສັດນໍ້າບໍ່ດັບສູນ. ແຕ່ກົງກັນຂ້າງໃນປະຈຸບັນໄດ້ນໍາໃຊ້ເຄື່ອງມືທັນສະ ໄໝເຂົ້າໃນການຫາປາ ເຮັດໃຫ້ຈຳນວນສັດນ້ຳຫຼຸດລົງໄວວາ.

ດັ່ງນັ້ນພວກເຮົາຄວນຫວນຄືນສູ່ອາດິດ ເພື່ອຟູຟື້ນທຳມະຊາດ ໂດຍສະເພາະແມ່ນສັດນ້ຳ.

ຕຸ້ມ: ຕຸ້ມແມ່ນມີຫຼາຍຮູບຮ່າງ ແລະ ມີຫຼາຍປະເພດ ອີງຕາມຊະນິດຂອງປາ ຫຼື ສັດນໍ້າຕ້ອງການຈັບ ເຊັ່ນ: ຕຸ້ມປາຊີວ, ຕຸ້ມປາຍອນ, ຕຸ້ມປາຂາວ, ຕຸ້ມປາມາງ, ຕຸ້ມອ່ຽນ ແລະ ອື່ນໆ.
ໄຊ: ເປັນເຄື່ອງທີ່ສານຄ້າຍຂ້ອງແຕ່ມີຂະໜາດຍາວ ແລະ ເປັນສ້ວຍທ້າຍ ແລະ ຫົວ. ສ່ວນຫົວຈະເຮັດເປັນງາໃສ່ເພື່ອໃຫ້ປາເຂົ້າໄດ້ ແຕ່ອອກບໍ່ໄດ້. ໄຊມັກໃຫ້ຕາມທົ່ງນາ ຫຼື ຫ້ວຍນ້ຳຂະໜາດນ້ອຍຕາມຊົນນະບົດ ເພື່ອດັກປາລົງເມື່ອຊີຮອດລະດູໜາວປະມານ ກັນຍາ-ພະຈິກ.
ລອບ: ເປັນເຄື່ອງມືທີ່ສານ ຫຼື ທັກຈາກໄມ້ປ່ອງທີ່ຊົງກົມ ເຊີ່ງທ້າຍ ແລະ ຫົວຈະເຮັດແຜ່ນໄມ້ອັດໄວ້ ແຕ່ດ້ານໜື່ງຈະເຮັດເປັນງາເພື່ອໃຫ້ປາເຂົ້າໄດ້ ແຕ່ອອກບໍ່ໄດ້. ລອບມັກຈະໃສ່ຕາມແຄມຫ້ວຍ ຫຼື ແມ່ນ້ຳທີ່ມີທາງປາຂຶ້ນລົງຕາມລະດູການ. ລອບຈະມີຂະໜາດແຕກຕ່າງກັນແລ້ວແຕ່ວັດຖຸປະສົງຂອງຊະນິດປາທີ່ຕ້ອງການຈັບ. ສ່ວນລອບໃສ່ຕາມຫ້ວຍນ້ອຍ ຫຼື ຮອງນາຈະມີຂະໜາດນ້ອຍລົງ.
ຫຼີ່ ຫຼື ຕ້ອນ: ແມ່ນຈະໃຊ້ເອົາປາໃນແມ່ນນໍ້າໃຫຍ່ ຫຼື ຫຼ້ວຍ, ໂດຍສ້າງຈາກໄມ້ປ່ອງລຽນກັນເປັນໂຮງຂະໜາດໃຫຍ່ເພື່ອໃຫ້ປາລ້ອງລົງມາຖືກ. ຊາວບ້ານມັກຈະເຮັດໄວ້ແຕ່ຍາມແລ້ງ ຕາມແກ້ງ ຫຼື ລ່ອງນໍ້າແຮງ, ເມື່ອນ້ຳຂຶ້ນປາຈະລ່ອງຕາມກະແສນ້ຳແຮງ ແລະ ຕົກລົງມາຖືກຫຼີ່ ຫຼື ຕ້ອນນັ້ນເອງ. ລາວເຮົາມັກພົບຫຼາຍຢູ່ພາກໃຕ້ຂອງລາວ.
ເຜືອກ: ເພີ່ນຈະເລົາໄມ້ໄຜ່ເລົ້າເປັນດີ້ວແລ້ວເອົາມາທັກເປັນແຜ່ນຍາວເພື່ອກັ້ນທາງປາ ເພື່ອໃຫ້ປາລົງ ຫຼີ່ ຫຼື ຕ້ອນ ບ່ອນດຽວ.

ກະດຸ້ງ: ເປັນເຄື່ອງມືຫາປາອິກຊະນິດໜື່ງທີ່ມີສ່ວນປະກອບຂອງໄມ້ປ່ອງ ເຊິ່ງແມ່ນຄັນ ແລະ ໄມ້ດິ້ວແມ່ນເຮັດຈາກໄມ້ປ່ອງ ແລະ ປະກອບເຂົ້າກັບດ່າງ. ສ່ວນຫຼາຍກະດຸ້ງແມ່ນຈັບປາຕາມບືງ ຫຼື ໜອງໃກ້ທົ່ງນາ. 
ສະຫວິງ: ເປັນດ່າງ ແລະ ຄອບອາດຈະມົນ ຫຼື ເປັນສາມຫຼ່ຽມ, ເຊິ່ງຂອບສ່ວນຫຼາຍແມ່ນເຮັດມາຈາກໄມ້ປ່ອງ. ສະຫວິງສ່ວນຫຼາຍແມ່ນໃຊ້ຊ້ອນເອົາສັດນ້ຳຂະໜາດນ້ອຍຕາມຄອບໜອງ ຫຼື ທົ່ງນາ. 
ສຸ່ມ: ສານໄມ້ປ່ອງເປັນຄ້າຍສຸ່ມໄກ່ແຕ່ມີຂະໜາດນ້ອຍ ໃຊ້ຈັບປາຕາມໜອງ ຫຼື ທົ່ງນາ ທີ່ເຫັນປາແລ້ວເອົາສຸ່ມກວມ ແລ້ວຈັບເອົາປາຈາກສຸ່ມນັ້ນ.
ບັ້ງລັນ: ຈະເອົາບັ້ງໄມ້ປ່ອງ, ສ່ວນຫຼາຍແມ່ນໄມ້ເຮ້ຍທີ່ປ່ອງໃຫຍ່ ແລະ ຍາວ, ທາງປາກຈະເຮັດເປັນງາ, ສ່ວນທາງທ້າຍຈະເຈາະຮູຂະໜາດນ້ອຍເພື່ອໃຫ້ມີອາກາດເຂົ້າ. ສ່ວນຫຼາຍແມ່ນຈະໃຊ້ເອົາອ່ຽນ, ປາຫຼາດ. ສ່ວນຫຼາຍຈະໃສ່ຕາມໜອງ ຫຼື ແຄມແມ່ນ້ຳ.
ຄັນເບັດ: ສ່ວນຫຼາຍຄັນເບັດຢູ່ຕາມທ້ອງຖີ່ນກໍ່ຍັງໃສ່ໄມ້ປ່ອງເພື່ອເຮັດເປັນຄັນເບັດ, ເພື່ອມັດເບັດໃສ່ແລ້ວເອົາໄປໃສ່ຕາມທົ່ງນາ, ສາມາດໃສ່ທັ້ງກົບ ແລະ ປາ.

ແຫຼ້ງຂໍ້ມູນ: ພາເຂົ້າລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.

ສຸກສັນວັນພັກຜ່ອນ ແທ້ບໍ! ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່ມີຄວາມສຸກເວລາ​​ກັບ​ບ້ານ?

ໃນຊ່ວງປີໃໝ່ທີ່ໄດ້ພັກຍາວແບບນີ້ ຫຼາຍຄົນກໍຫວັງຈະໄດ້ກັບບ້ານເພື່ອໄປພັກຜ່ອນກັບຄອບຄົວ ແລະ ຍາດພີ່ນ້ອງ ແຕ່ສໍາລັບຄົນທີ່ມີເຮືອນ ຫຼື ຄອບຄົວ ບໍ່ແມ່ນ Safe zone ຂອງຕົນເອງແລ້ວ ແນ່ນອນ ຈະບໍ່ມີຄວາມສຸກ ຍ້ອນຫຍັງ? ·