ໃນໄລຍະຜ່ານມາ ເຖິງແມ່ນວ່າລັດຖະບານຈະມີມາດຕະການຕ້ານ, ສະກັດກັ້ນ ແລະ ມີນະໂຍບາຍຊ່ວຍປະຄັບປະຄອງເສດຖະກິດຫຼາຍດ້ານກໍຕາມ, ໃນໄລຍະກາງ ແລະ ຍາວ, ຜົນກະທົບທີ່ເປັນທັງສິ່ງທ້າທາຍ ແລະ ໂອກາດ ຕໍ່ການພັດທະນາເສດຖະກິດຂອງລາວ ຈະຍັງຄົງມີຢູ່ຢ່າງຫຼີກລ່ຽງບໍ່ໄດ້ ເປັນຕົ້ນແມ່ນ:
+ ດ້ານສິ່ງທ້າທາຍ ວິກິດການທາງດ້ານການສະໜອງ ແລະ ຄວາມຕ້ອງການ:
ການໃຊ້ມາດຕະການປິດກິດຈະການ ແລະ ປິດປະເທດຊົ່ວຄາວ ໄດ້ສົ່ງຜົນກະທົບຕໍ່ລະບົບເສດຖະກິດ ແລະ ການຜະລິດຢ່າງຫຼີກລ່ຽງບໍ່ໄດ້, ບັນດາຫົວໜ່ວຍການຜະລິດ ແລະ ບໍລິການຕ່າງໆ ດໍາເນີນການແບບບໍ່ເຕັມກໍາລັງ ຫຼື ຢຸດຊະງັກ, ເຮັດໃຫ້ມີການເລີກຈ້າງແຮງງານ, ບັນດາທຸລະກິດທີ່ຕິດພັນກັບຕ່ອງໂສ້ການສະໜອງ ກໍບໍ່ສາມາດດໍາເນີນການໄດ້ຍ້ອນຂາດວັດຖຸດິບ ຫຼື ປັດໄຈການຜະລິດ ທີ່ຕ້ອງນໍາມາຈາກບ່ອນອື່ນທັງພາຍໃນ ແລະ ຕ່າງປະເທດ.
ສະພາບດັ່ງກ່າວ ເຮັດໃຫ້ຕົ້ນທຶນຂອງທຸລະກິດເພີ່ມຂຶ້ນ ແລະ ສົ່ງຜົນກະທົບດ້ານລົບຕໍ່ຜະລິດຕະພາບການຜະລິດ, ເຮັດໃຫ້ເກີດບັນຫາດ້ານການສະໜອງ, ອີກດ້ານໜຶ່ງ ປະເທດເຮົາຍັງເພິ່ງພາການນໍາເຂົ້າສິນຄ້າໃຊ້ສອຍທີ່ຈໍາເປັນໃນຊີວິດປະຈໍາວັນ ລວມທັງອຸປະກອນການແພດຂັ້ນພື້ນຖານ ເພື່ອປ້ອງກັນພະຍາດ ຊຶ່ງປະເທດທີ່ຜະລິດ ແລະ ສົ່ງອອກໄດ້ປັບມາເປັນສິນຄ້າຄວບຄຸມ ແລະ ຖ້າຫາກສະຖານະການຍັງ ແກ່ຍາວ ຍິ່ງມີຄວາມຫຍຸ້ງຍາກຂຶ້ນກ້າວໄປສູ່ການຂາດແຄນສິນຄ້າຈໍາເປັນ.
ໃນດ້ານຄວາມຕ້ອງການ ກໍຄື ຜົນກະທົບ ຂອງການແຜ່ລະບາດດັ່ງກ່າວ ເຮັດໃຫ້ປະຊາຊົນຢ້ານກົວ ແລະ ກັງວົນຕໍ່ການແຜ່ລະບາດ ລວມທັງສະພາບການທີ່ບໍ່ມີຄວາມແນ່ນອນ, ແຮງງານບໍ່ມີວຽກເຮັດງານທໍາຫຼາຍຂຶ້ນ, ລາຍຮັບຫຼຸດລົງ ຫຼື ສູນເສຍລາຍຮັບ ຈຶ່ງໃຊ້ຈ່າຍໜ້ອຍລົງ ແລະ ເລືອກໃຊ້ຈ່າຍສະເພາະສິ່ງທີ່ຈໍາເປັນຕໍ່ການດໍາລົງຊີວິດເທົ່ານັ້ນ ເຮັດໃຫ້ຄວາມຕ້ອງການສິນຄ້າ ແລະ ບໍລິການ ຫຼຸດລົງ.
ຜົນກະທົບຂອງການແຜ່ລະບາດພະຍາດCOVID-19 ເຮັດໃຫ້ມີຄວາມສ່ຽງສູງທີ່ຈະບໍ່ບັນລຸໄດ້ເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາໃນອີກ 4 ປີ ຂ້າງໜ້າ ແລະ ເປັນສິ່ງທ້າທາຍຕໍ່ການບັນລຸບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການຍົກລະດັບເປັນປະເທດລາຍຮັບປານກາງສູງໃນປີ 2030.
ນອກຈາກນີ້ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ຍິ່ງ ຈະມີຄວາມຫຍຸ້ງຍາກຂຶ້ນຍ້ອນສະພາບການພາຍໃນ ແລະ ພາຍນອກປ່ຽນແປງໄປ ແລະ ອາດຕ້ອງຄົ້ນຄວ້າປັບຮ່າງ ແຜນພັດທະນາລວມທັງການກໍານົດທິດ ແລະ ບູລິມະສິດການພັດທະນາຄືນໃໝ່.
ຄວາມອາດສາມາດໃນການປັບໂຕເຂົ້າສູ່ຍຸກດີຈີຕ໋ອນ ຫຼັງ COVID-19:
ໃນໄລຍະການແຜ່ລະບາດຂອງCOVID-19 ເຫັນໄດ້ວ່າເຕັກໂນໂລຊີຂໍ້ມູນຂ່າວສານ ມີບົດບາດສໍາຄັນໃນການເຮັດວຽກ ແລະ ການດໍາເນີນທຸລະກິດ ຫຼື ມີການກ້າວເຂົ້າສູ່ຍຸກດີຈີຕ໋ອນຢ່າງເຕັມຮູບແບບໄວຂຶ້ນ ຊຶ່ງສິ່ງດັ່ງກ່າວນີ້ຖືເປັນສິ່ງທ້າທາຍອັນໃຫຍ່ຫຼວງສໍາລັບ ປະເທດເຮົາໃນການປັບຕົວໃຫ້ທັນກັບການປ່ຽນແປງໃໝ່ໃນສະພາບທີ່ຍັງຂາດຄວາມພ້ອມຫຼາຍດ້ານ ທັງໃນພາກລັດ ແລະ ພາກທຸລະກິດ ລວມທັງຄວາມຮູ້ຄວາມສາມາດຂອງປະ ຊາຊົນ.
ສໍາລັບ ສປປ ລາວ ພື້ນຖານໂຄງລ່າງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ລວມທັງການບໍລິການອິນເຕີເນັດ ເຖິງວ່າມີການພັດທະນາຢ່າງຕໍ່ເນື່ອງກໍຕາມ ແຕ່ກໍຍັງບໍ່ທັນ ພຽງພໍ ແລະ ສະດວກວ່ອງໄວເທົ່າທີ່ຄວນ.
ການເຂົ້າເຖິງ ແລະ ການນໍາໃຊ້ໃຫ້ເກີດປະໂຫຍດຍັງບໍ່ຫຼາຍເທົ່າທີ່ຄວນ, ຄວາມຮູ້ຄວາມສາມາດໃນການປັບໂຕ ແລະ ນໍາໃຊ້ກໍຍັງຈໍາກັດ, ສິ່ງທ້າທາຍອີກອັນໜຶ່ງ ກໍຄືການນໍາໃຊ້ໄປໃນທາງທີ່ຜິດ ທີ່ກໍ່ໃຫ້ເກີດອາຊະຍາກໍາທາງເຄືອຂ່າຍຄອມພິວເຕີ(Cybercrime) ຊຶ່ງຮຽກຮ້ອງໃຫ້ຕ້ອງມີລະບົບປ້ອງກັນທີ່ດີ ລວມທັງລະບຽບກົດໝາຍທີ່ຮັດກຸມ.
ນອກຈາກນີ້ ການປັບຕົວເຂົ້າກັບສະພາບໃໝ່ ຕ້ອງອາໄສການລົງທຶນໃສ່ດ້ານວິທະຍາສາດ ແລະ ເຕັກໂນໂລຊີຢ່າງຫຼວງຫຼາຍ ແລະ ຮີບດ່ວນ ຊຶ່ງເປັນອີກໜຶ່ງສິ່ງທ້າທາຍ ໃນສະພາບທີ່ງົບປະມານຂອງພາກລັດ ແລະ ເອກະຊົນຍັງຈໍາກັດ.
+ ດ້ານກາລະໂອກາດ:
ໃນໄລຍະສັ້ນ ຖ້າປະເທດເຮົາສາມາດຄວບຄຸມການແຜ່ລະບາດໄດ້ໄວກໍຈະເປັນໂອກາດອັນດີໃນການຟື້ນຟູເສດຖະກິດ, ການເລັ່ງສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ແລະ ຂະຫຍາຍການສົ່ງອອກໃນສະພາບທີ່ ປະເທດອື່ນໄດ້ຮັບຜົນກະທົບໜັກ ແລະ ຍັງມີຄວາມຫຍຸ້ງຍາກໃນການຜະລິດ ໂດຍສະເພາະແມ່ນການຜະລິດສິນຄ້າ ໃຊ້ສອຍໃນຊີວິດປະຈໍາວັນ, ສະບຽງອາຫານ ແລະ ອຸປະກອນການແພດຂັ້ນພື້ນຖານ.
ໃນໄລຍະສັ້ນ ຄາດວ່າການທ່ອງທ່ຽວຍັງຈະບໍ່ສາມາດກັບຄືນສູ່ສະພາບປົກກະຕິໂດຍໄວ ຈຶ່ງເປັນໂອກາດອັນດີໃນການ ລົງທຶນພັດທະນາແຫຼ່ງທ່ອງທ່ຽວ, ຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ, ປັບປຸງອາຄານ ແລະ ສະ ຖານທີ່ພັກ, ຮ້ານອາຫານ ແລະ ການບໍລິການຕ່າງໆ ໃຫ້ໄດ້ມາດຖານສາກົນ ແລະ ເປັນທີ່ດຶງດູດໃຈຂອງນັກທ່ອງທ່ຽວ ເພື່ອເປັນການ ກະກຽມຄວາມພ້ອມຮອງຮັບການບໍລິການທ່ອງທ່ຽວທີ່ຈະຄ່ອຍໆເພີ່ມຂຶ້ນໃນຕໍ່ໜ້າ.
+ ໂອກາດໃນໄລຍະກາງ ຫາ ໄລຍະຍາວ:
ປະເທດເຮົາຍັງມີໂອກາດ ແລະ ທ່າແຮງໃນການຜະລິດກະສິກໍາສະອາດເພື່ອສົ່ງອອກ ໂດຍອາໄສທ່າແຮງທີ່ປະຊາຊົນສ່ວນໃຫຍ່ເປັນຊາວກະສິກອນ ,ເງື່ອນໄຂທີ່ດິນທໍາການຜະລິດຍັງອຸດົມສົມບູນ ປອດສານເຄມີຖ້າທຽບກັບປະເທດອື່ນ.
ວິກິດການໃນຄັ້ງນີ້ເຮັດໃຫ້ຄົນທົ່ວໂລກຫັນມາໃສ່ໃຈສຸຂະພາບຫຼາຍຂຶ້ນ, ເລືອກບໍລິໂພກແຕ່ອາຫານສະອາດ ປອດສານພິດມີປະໂຫຍດຕໍ່ສຸຂະພາບ ສະນັ້ນຈຶ່ງຖືເປັນໂອກາດອັນດີໃນການເລັ່ງ ພັດທະນາກະສິກໍາສະອາດເພື່ອສົ່ງອອກ.
ຍ້ອນສະພາບຄວາມຫຍຸ້ງຍາກມັນໄດ້ບີບບັງຄັບໃນຕົວ ເຮັດໃຫ້ປະຊາຊົນລາວຕ້ອງໄດ້ປັບການດໍາລົງຊີວິດຄືນໃໝ່ ໂດຍສະເພາະມີການປະຢັດມັດທະຍັດຫຼາຍກວ່າເກົ່າ, ການໃຊ້ຈ່າຍຫຼິ້ນກິນຟຸມເຟືອຍ, ສິນຄ້າຕ່າງປະເທດ ແລະ ການຈັດງານບຸນປະເພນີຕ່າງໆຢ່າງຟຸມເຟືອຍກໍມີທ່າອ່ຽງຫຼຸດລົງ, ການຊົມໃຊ້ສິນຄ້າຕ່າງປະເທດອາດຫຼຸດລົງ.
ສະນັ້ນ ລັດຄວນຖືເອົາວິກິດການໃນຄັ້ງນີ້ເປັນໂອກາດໃນການລົງໂຄສະນາເຜີຍແຜ່ ແລະ ຊຸກຍູ້ໃຫ້ປະຊາຊົນຄົນລາວຫັນປ່ຽນຈາກສັງຄົມ ບໍລິໂພກ ມາເປັນສັງຄົມການຜະລິດໃຫ້ນັບມື້ນັບຫຼາຍຂຶ້ນ.
ແຫຼ່ງຂໍ້ມູນ: ຂ່າວ: ຄຳເຮືອງ ຄຳປະສິດ, ໜັງສຶພິມປະຊາຊົນ