Sunday, March 23, 2025

ເລື່ອງຂອງໝາກມັງກອນ ທີ່ທ່ານອາດຈະຍັງບໍ່ຮູ້

ຖ້າຈະເວົ້າເຖິງໝາກມັງກອນ ໜ້ອຍຄົນທີ່ຈະບໍ່ຮູ້ ເພາະມີຂາຍຢູ່ໃນຕະຫຼາດຕະຫຼອດໝົດປີ ລາຄາບໍ່ແພງ ອີກທັງຍັງມີລົດຊາດຫວານ ແຊບຖືກໃຈ ຫຼາຍໆຄົນ

ແຕ່ຫຼາຍຄົນອາດຈະຄິດວ່າ ໝາກມັງກອນເຊິ່ງມີປູກຫຼາຍໃນປະເທດຫວຽດນາມ ເປັນໝາກໄມ້ຂອງຫວຽດນາມ ແລະແມ້ແຕ່ໃນຊຸບເປີມາກເກັດທີ່ຂາຍໝາກມັງກອນຢູ່ ກໍ່ອາດມີຂໍ້ມູນທີ່ບໍ່ຄົບຖ້ວນ ດັ່ງນັ້ນ, ເຮົາຈື່ງໄດ້ລວບລວມເລື່ອງທີ່ຄິດວ່າ ຫຼາຍຄົນອາດຈະຍັງບໍ່ຮູ້ກ່ຽວກັບໝາກໄມ້ຊະນິດນີ້ ມາເປັນຂໍ້ມູນເພີ່ມເຕີມດັ່ງນີ້:

1. ຕົ້ນຂອງໝາກມັງກອນ ແມ່ນຕົ້ນກະບອງເພັດ ພັນເລື້ອຍ

ເລື່ອງນີ້ ບາງຄົນອາດຈະຮ້ອງ “ອໍ້ ກະວ່າຢູ່” ເພາະເຄີຍເຫັນຕົ້ນຂອງໝາກມັງກອນມາແລ້ວ ວ່າຄືກັບກະບອງເພັດພຽງໃດ ພຽງແຕ່ອາດຈະຍັງບໍ່ເຊື່ອຄວາມຄິດຕົນເອງໃນຄັ້ງນັ້ນ ເພາະໝາກມັງກອນຈະເປັນພືດໃນຕະກູນກະບອງເພັດ (Cactaceae Family) ແຕ່ຢູ່ໃນຕະກຸນຍ່ອຍ Hylocereus ເຊິ່ງເປັນກະບອງເພັດພັນເລື້ອຍ ທີ່ມີລຳຕົ້ນອ່ອນ

2. ຫຼາຍຄົນມັກເຂົ້າໃຈຜິດວ່າ ໝາກມັງກອນແມ່ນ Pitaya

ເນື່ອງຈາກ Pitaya ກໍ່ແມ່ນໝາກຂອງຕົ້ນກະບອງເພັດຄືກັນ ແຕ່ແຕກຕ່າງກັນຢູ່ບ່ອນວ່າ Pitaya ໃຊ້ເອີ້ນໝາກໄມ້ທີ່ມາຈາກຕົ້ນກະບອງເພັດໃນຕະກຸນຍ່ອຍ Stenocereus ເຊິ່ງມີລໍາຕົ້ນທີ່ແຂງແຮງກວ່າ ໂດຍອາດເອິ້ນໄດ້ວ່າແມ່ນກະບອງເພັດສາຍພັນຍືນຕົ້ນກົງ ກໍ່ໄດ້

3. ຊື່ແທ້ຂອງໝາກມັງກອນແມ່ນ Pitahaya ແຕ່ຖ້າເອີ້ນ Pitaya ຄົນສ່ວນໃຫ່ຍກໍ່ເຂົ້າໃຈວ່າອັນດຽວກັນ

ດ້ວຍຄວາມທີ່ຊື່ຄ້າຍຄືກັນ ຈົນທຸກມື້ນີ້ ຄົນຊາດຕະເວັນຕົກບາງຄົນ ກໍ່ຍັງສັບສົນລະຫ່ວາງ Pitaya ກັບ Pitahaya ວ່າແມ່ນອັນດຽວກັນຫລືບໍ່ ? ແຕ່ຖ້າຫາກໃຜທີ່ເຄີຍກິນໝາກຕົ້ນກະບອງເພັດ ທັງສອງຕະກຸນຍ່ອຍນີ້ແລ້ວ ຈະຮູ້ທັນທີວ່າ ໝາກໃດໝາກມັງກອນ ເພາະ Pitaya ຈະມີຜີວເປັນປຸ່ມໜາມ ໂດຍອາດຈະຮ້ອງວ່າໝາກກະບອງເພັດກໍ່ໄດ້ ແຕ່ຖ້າຜ່າເອົາມາສະເພາະນວນ ກໍ່ຈະເບິ່ງຍາກໜ້ອຍໜຶ່ງ ວ່າໝາກໃດເປັນ Pitaya ຫຼື ໝາກໃດເປັນ Pitahaya

4. ໝາກມັງກອນ ບໍ່ແມ່ນໝາກໄມ້ຂອງຫວຽດນາມ

ຕົ້ນກຳເນີດຂອງໝາກມັງກອນ ແມ່ນຢູ່ເມັກຊີໂກ ແລະ ອາເມຣີກາກາງ ແຕ່ເປັນທີ່ນິຍົມໃນອາຊຽນທຸກມື້ນີ້ ເພາະມີການນໍາມາປູກເພື່ອການຄ້າຢູ່ຫວຽດນາມ ແລະສົ່ງອອກໄປທົ່ວອາຊຽນ

5. Pitahaya ບໍ່ໄດ້ແປວ່າໝາກມັງກອນ

ຊື່ໝາກມັງກອນ ມາຈາກການແປຄຳເວົ້າໃນພາສາຫວຽດນາມ ເຊິ່ງບໍ່ໄດ້ເອິ້ນຊື່ Pitahaya ຄືເກົ່າ ແຕ່ຕັ້ງຊື່ໃຫ້ໃໝ່ເພື່ອໃຫ້ຄົນຫວຽດນາມເວົ້າງ່າຍກວ່າ ໂດຍອິງຕາມລັກສະນະໝາກໄມ້ ວ່າ thanh long ເຊິ່ງແປວ່າ Dragon Fruit ຫຼື ໝາກມັງກອນ ນັ້ນເອງ

6. ໝາກມັງກອນມີ 3 ສີ

ເຮົາມັກເຂົ້າໃຈວ່າ ໝາກມັງກອນມີຜິວພຽງ 2 ສີ ແມ່ນໝາກສີແດງເນື້ອສີຂາວ ແລະໝາກສີບົວເນື້ອສີບົວ ແຕ່ແທ້ຈິງແລ້ວ ໝາກມັງກອນທີ່ມີຂາຍມີ 3 ສີແມ່ນ: ແດງ, ບົວ, ແລະ ເຫລືອງ ໂດຍໝາກມັງກອນຜິວເຫລືອງມີເນື້ອສີຂາວ ແຕ່ບໍ່ຄ່ອຍນິຍົມເທົ່າໃດນັກ

ໃນດ້ານຄຸນຄ່າທາງໂພຊະນາການຂອງໝາກມັງກອນນັ້ນ ເຮົາຄົງບໍ່ຕ້ອງເວົ້າຊ້ຳອີກ ຍ້ອນມີການກ່າວເຖິງຢູ່ຫຼາຍແລ້ວ ແຕ່ສຳລັບຄົນທີ່ມັກໝາກມັງກອນຫຼາຍ ບໍ່ຄວນກິນຫຼາຍຈົນເກິນໄປ ຍ້ອນໝາກມັງກອນຈັດເປັນໝາກໄມ້ທີ່ເຮັດໃຫ້ຮ່າງກາຍເຍັນ ຫາກຮ່າງກາຍອ່ອນແອ ກໍ່ບໍ່ຄວນກິນຫຼາຍ ແລະຍັງບໍ່ເຫມາະກັບແມ່ຍິງທີ່ກຳລັງຖືພາ ຫຼື ມີປະຈຳເດືອນ ອີກດ້ວຍ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່