Tuesday, March 18, 2025

70 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນ ແລະ ການພິມຈຳໜ່າຍລາວ (13 ສິງຫາ 1950- 13 ສິງຫາ 2020)

ໃນ​ຂະ​ບວນວິວັດ​ແຫ່ງ​ການກຳ​ເນີ​ດ​ແລະ​ຂະຫຍາຍຕົວ​ຂອງ​ສັງຄົມ​ມະນຸດ​ແມ່ນ​ເລີ່​ມມີ​ພາສາ​ປາກ​ເວົ້າ​ແລະ​ຕົວ​ໜັງສື, ຄົນ​ເຮົາ​ກໍ​ເລີ່​ມມີ​ການ​ຕິດ​ຕໍ່​ພົວພັນ​ສົ່ງ​ຂ່າວທາງ​ຈົດໝາຍ, ກ້າວ​ຂື້ນ​ມີ​ໃບ​ຂ່າວ, ​ໃບ​ປີວ​ແລະ​ມີ​ໜັງສືພິມ, ວິທະຍຸ,​ ໂທລະພາບ​ຕາມ​ລຳດັບ. ນັ້ນ​ແມ່ນ​ທີ່​ມາ​ຂອງ​ການ​ກຳ​ເນີ​ດສື່​ມວນ​ຊົນ​ຂອງ​ແຕ່ລະ​ປະ​ເທດ.

ສະ​ເພາະ​ປະ​ເທດ​ເຮົາ, ປະຫວັດ​​ສື່​ມວນ​ຊົນ​ລາວ​ຍາມ​ໃດ​ກໍ​ຕິດ​ພັນ​ສະໜິດ ​ແໜ້ນ​ກັບ​ປະຫວັດສາດ​ຂອງ​ຊາດ,ຂອງ​ພັກ,ຂອງ​ກາ​ນປະ​ຕິ​ວັດ​ແລະ​ຂອງ​ປະຊາ ຊົນ​ລາວ​ບັນດາ​ເຜົ່າ. ສະ​ແດງ​ອອກ​ໃນ​ມື້​ສ້າງ​ຕັ້ງ​ແນວ​ລາວ​ອິດ​ສະລະ,ພັກ​ເຮົາ​ກໍ​ໄດ້​​ໃຫ້​ກຳ​ເນີ​ດໜັງສືພິມ​ປະຕິວັດ​ສະບັບ​ທຳ​ອິດ​​ແລະ​ສ້າງ​ຕັ້ງ​ໂຮງພິມ​ປະຕິວັດ​ຂື້ນໃນ​ວັນ​ດຽວ​ກັນ​ຄື​ວັນ​ທີ13ສິງຫາ1950,ຊຶ່ງ​ແມ່ນ​ທີ່​ມາ​ຂອງ​ວັນສື່​ມວນ​ຊົນ​ແລະ​ການ​ພິມ​ຈຳໜ່າຍ​ມາ​ຮອດ​ປະຈຸ​ບັນ.

ພາຍໃຕ້ລະບອບໃໝ່ແລະພາຍໃຕ້ການຊີ້ນຳແລະນຳພາຂອງພັກປປລາວວຽກງານສື່ມວນຊົນໄດ້ຮັບການພັດທະນາທັງປະລິມານ ແລະ ຄຸນນະພາບ, ໜັງສືພິມແລະວາລະສານກໍມີ100 ກວ່າສະບັບ, ສະເພາະໜັງສືພິມລາຍວັນກໍມີ11 ສະບັບ, ທຽບໃສ່ກອ່ນປົດປ່ອຍມີພຽງສອງສະບັບ.

ດ້ານສະຖານວິທະຍຸ ແລະ ສະຖານີໂທລະພາບກໍມີການຂະຫຍາຍຕົວທັງຢູ່ສູນກາງແລະຕ່າງແຂວງ. ໃນດ້ານວຽກງານການພິມກໍຄືໂຮງພິມຈາກປີ 1975 ມີພຽງບໍ່ເທົ່າໃດແຫ່ງ, ແຕ່ປະຈຸບັນໂຮງພິມກໍໄດ້ມີການພັດທະນາທັງຈຳນວນແລະຄຸນນະພາບການພິມໄປສູ່ຄວາມທັນສະໄໝເທື່ອລະກ້າວ.

ພ້ອມນັ້ນ ພາກສ່ວນເອກະຊົນກໍຍັງມີສ່ວນຮ່ວມຢ່າງຕັ້ງໜ້າໃນການພັດທະນາວຽກງານສື່ມວນຊົນແລະການພິມ, ຊຶ່ງເປັນການປະກອບສ່ວນໃນການເປັນກະບອກສຽງຂອງອົງການຈັດຕັ້ງຂອງພັກ, ລັດ ແລະ ສັງຄົມໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດທັງສາມາດສະໜອງຂໍ້ມູນຂ່າວສານຕ່າງໆໄດ້ຢ່າງແມ້ນຢຳ. ຜົນສຳເລັດດັ່ງກ່າວນີ້,ສະແດງໃຫ້​ ເຫັນເຖິງຄວາມເປັນຫວ່ງເປັນໃຍຂອງພັກ ແລະ ລັດຖະບານເຮົາໃນການພັດທະນາສື່ມວນຊົນລາວກ້າວໄປສູ່ຄວາມທັນສະໄໝ, ສີ​ວິ​ໄລ​ແລະ​ຍືນ​ຍົງທັງມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງຄ່ອງຕົວ.​ ຕີ​ລາ​ຄາ​ໄດ້​ວ່າ​: ໃນ​ປະ​ຫວັດ​ສາດ​ຂອງ​ສື່ມວນ​ຊົນ​ລາວ​ຍັງ​ບໍ່​ທັນ​ມີ​ຍຸກ​ໃດ ​ແລະ​ ສະ​ໃໝ​ໃດ​ທີ່​ໄດ້​ຮັບ​ການ​ພັດ​ທະ​ນາໄວ​ຄື​ໃນ​ປະ​ຈຸ​ບັນ​ນີ້.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.