ອີງຕາມປະມວນກົດໝາຍອາຍາ ມາດຕາທີ 361 ການໃຊ້ຖານະຕໍາແຫນ່ງ, ສິດອໍານາດ, ຫນ້າທີ່ ເກີນຂອບເຂດເພື່ອເອົາຊັບຂອງລັດ, ລວມຫມູ່ ຫຼື ບຸກຄົນ ໄດ້ລະບຸໄວ້ວ່າ: ພະນັກງານຜູ້ໃດ ຕາມທີ່ກໍານົດໄວ້ໃນມາດຕາ 354 ຂອງປະມວນກົດຫມາຍອາຍາສະບັບນີ້ ຫາກໄດ້ສໍ້ລາດບັງຫຼວງ ໃນສະຖານການໃຊ້ຖານະຕໍາແຫນ່ງ, ສິດອໍານາດ, ຫນ້າທີ່ເກີນຂອບເຂດ ເພື່ອເອົາຊັບຂອງລັດ, ລວມຫມູ່ ຫຼື ບຸກຄົນ ດ້ວຍການໃຊ້ຖານະຕໍາແຫນ່ງ, ສິດອໍານາດ, ຫນ້າທີ່ ເກີນທີ່ລະບຽບ, ກົດຫມາຍ ໄດ້ກໍານົດໄວ້ໂດຍເຈດຕະນາ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ຫຼື ພັກພວກ ຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງ ລັດ, ລວມຫມູ່ ຫຼື ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ ຈະຖືກລົງໂທດຕາມມູນຄ່າຄວາມເສຍຫາຍ ດັ່ງນີ້:
- ແຕ່ 20.000.000 ກີບ ລົງມາ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫນຶ່ງປີ ຫາ ສອງປີ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ;
- ເກີນກວ່າ 20.000.000 ກີບ ຫາ 50.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ເກີນກວ່າ ສອງປີ ຫາ ສີ່ປີ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1% ຂອງມູນຄ່າຄວາມເສຍຫາຍ;
- ເກີນກວ່າ 50.000.000 ກີບ ຫາ 100.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ເກີນກວ່າ ສີ່ປີ ຫາ ຫົກປີ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ;
- ເກີນກວ່າ 100.000.000 ກີບ ຫາ 300.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ເກີນກວ່າ ຫົກປີ ຫາແປດປີ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ;
- ເກີນກວ່າ 300.000.000 ກີບ ຫາ 500.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ເກີນກວ່າ ແປດປີ ຫາ ສິບປີ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ;
- ເກີນກວ່າ 500.000.000 ກີບ ຫາ 600.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ເກີນກວ່າ ສິບປີ ຫາ ສິບສອງປີ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ;
- ເກີນກວ່າ 600.000.000 ກີບ ຫາ 700.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ເກີນກວ່າ ສິບສອງປີ ຫາ ສິບສີ່ປີ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ;
- ເກີນກວ່າ 700.000.000 ກີບ ຫາ 800.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ເກີນກວ່າ ສິບສີ່ປີ ຫາ ສິບຫົກປີ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ;
- ເກີນກວ່າ 800.000.000 ກີບ ຫາ 1.000.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ເກີນກວ່າ ສິບຫົກປີ ຫາ ສິບແປດປີ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍ ຫາຍ;
- ເກີນກວ່າ 1.000.000.000 ກີບ ຫາ 2.000.000.000 ກີບ ຈະຖືກລົງໂທດຕັດອິດສະລະ ພາບເກີນກວ່າ ສິບແປດປີ ຫາ ຊາວປີ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ;
- ເກີນກວ່າ 2.000.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃຫມ ຫນຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ.


Hits: 224