ຂໍຂອບໃຈນຳຜູ້ສະໜັບສະໜູນ

ຢາດົມ ແມ່ນຢານໍ້າທີ່ໃຊ້ສຳລັບໃຊ້ສູດດົມ ເພື່ອບັນເທົາອາການຕັນ ດັງ, ວິນຫົວ ເປັນລົມ ຫຼືໃຊ້ທາເພື່ອຮັກສາອາການ ຄັນ ບວມແດງ ຈາກແມງໄມ້ກັດ. ເຊິ່ງມີຢູ່ສອງຊະນິດຄື: ຢານໍ້າແອມໂມເນຍ ແລະຢາທີ່ມີສ່ວນປະສົມຂອງນໍ້າມັນຫອມລະເຫີຍ ເປັນຕົ້ນແມ່ນ ເມັນທໍ້, ກາລະບູນ ແລະ ອື່ນໆ


ພຶດຕິກໍາ ການຕິດຢາດົມ ເກີດຂື້ນຈາກຫຍັງ ແລະ ອັນຕະລາຍຕໍ່ສຸຂະພາບພຽງໃດ

 “ການເສບຕິດຢາດົມ” ໂດຍການສູດດົມຢາເປັນປະຈຳ. ເຖິງວ່າຈະບໍ່ມີອາການຕັນດັງ, ວິນຫົວ ຫຼື ມືນເມົາຄາຍຄືຈະເປັນລົມນັ້ນ ມີສາເຫດມາຈາກສານເຄມີທີ່ໃຊ້ໃນການຜະລິດ ໂດຍສະເພາະແມ່ນເມັນທໍ້ ແລະ ກາລະບູນ ທີ່ມີຜົນຕໍ່ລະບົບປະສາດ ເຊິ່ງອາດຈະເຮັດໃຫ້ເກີດອາການເສບຕິດໄດ້ ແຕ່ພຶດຕິກຳການຕິດຢາດົມ ຈະເປັນໃນຮູບແບບທີ່ໃຊ້ຈົນເປັນນິໄສ ຫຼາຍກວ່າໃຊ້ຈົນເປັນອາຈິນ


ແນວໃດກໍ່ຕາມ, ການສູດຢາດົມເຫຼົ່ານີ້ເລື້ອຍໆ ອາດຈະເຮັດໃຫ້ເຍື່ອບຸທາງເດີນດັງ ທີ່ສຳພັດກັບກິ່ນເກີດການລະຄາຍໄດ້. ນອກຈາກນີ້ ຫາກດົມເມັນທໍ້ ທີ່ເປັນສ່ວນປະກອບຂອງຢາດົມ ທີ່ມີຄວາມເຂັ້ມຂຸ້ນສູງ ແລະ ໃຊ້ເປັນປະຈໍາ ອາດເຮັດໃຫ້ປອດອັກເສບໄດ້ອີກດ້ວຍ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຊິ່ງການໃຊ້ຢາດົມທີ່ຖືກຕ້ອງນັ້ນ, ບໍ່ຄວນໃຊ້ຢາດົມໃນເດັກນ້ອຍອາຍຸຕໍ່າກວ່າ 6 ປີແລະ ສຳລັບຜູ້ໃຫ່ຍ ແມ່ນບໍ່ຄວນສູດດົມໃກ້ດັງເກີນໄປ ຫຼື ບໍ່ຄວນເອົາທໍ່ຢາດົມເຂົ້າໄປໃນດັງ ເພາະຈະເກີດການລະຄາຍເຄືອງໄດ້. ສຸດທ້າຍ ແມ່ນຄວນເກັບຮັກສາຢາດົມໄວ້ໃນອຸນຫະພູມຫ້ອງ ແລະ ຫ່າງໃກ້ເດັກນ້ອຍ

ແຫຼ່ງຂໍ້ມູນ

Hits: 237

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້