ອາກາດໃນບ້ານເຮົາເລີ່ມມີບັນຍາກາດທີ່ເຢັນລົງແນ່ແລ້ວ ເຊີ່ງຫຼາຍໆຄົນກໍ່ຄົງຢາກຈະນອນແຊ່ນໍ້າຮ້ອນ ເພື່ອຜ່ອນຄາຍສະບາຍໂຕ ໃນມື້ພັກຜ່ອນ ຫຼື ໃຜທີ່ກຳລັງມີແຜນຈະໄປທ່ຽວກັບຄອບຄົວໃນທ້າຍປີນີ້ ກໍ່ສາມາດພາຄອບຄົວໄປພັກຜ່ອນໄດ້ເຊັ່ນກັນ
ມື້ນີ້ ອິນໄຊລາວ ມີແຫຼ່ງບໍ່ນໍ້າຮ້ອນ ທີ່ຢູ່ທ່າມກາງທຳມະຊາດ ໃຫ້ທຸກຄົນໄດ້ໄປແຊ່ກັນ ແຖມດີຕໍ່ສຸຂະພາບ ທີ່ບໍ່ຕ້ອງຖ້າໃຫ້ດ່ານເປີດແລ້ວຈື່ງຄ່ອຍໄປແຊ່ອອນເຊັນທີ່ຍີ່ປຸ່ນ ເຮົາກໍ່ສາມາດແຊ່ອອນເຊັນແບບຟິນໆຢູ່ບ້ານເຮົາໄດ້ ຈະມີຢູ່ໃສ່ແນ່ ເຮົາມາເບີ່ງກັນເລີຍ
1. ບໍ່ນ້ຳຮ້ອນ ເມືອງຄຳ, ແຂວງ ຊຽງຂວາງ.
ບໍ່ນໍ້າຮ້ອນແຫ່ງນີ້, ຫ່າງຈາກເທດສະບານເມືອງຄຳ ໄປຕາມສາຍທາງ ເລກທີ 7 ທາງທິດຕາເວັນອອກສ່ຽງໃຕ້ ປະມານ 17 ກິໂລແມັດ, ເປັນບໍ່ນ້ຳຮ້ອນທຳມະຊາດ ທີ່ມີຄວາມຮ້ອນ ປະມານ 40 ອົງສາ.

ບໍລິເວນອ້ອມຂ້າງ ປະກອບດ້ວຍຕົ້ນໄມ້ໃຫ່ຍນາໆຊະນິດ ເຊິ່ງປະຊາຊົນເຊື່ອວ່າ ເປັນດົງສັກສິດມາແຕ່ດົນນານ, ເໝາະແກ່ການມາພັກຜ່ອນຢ່ອນໃຈຂອງນັກທ່ອງທ່ຽວ ທີ່ມີຄວາມຕ້ອງການອາບນ້ຳແຮ່ ແລະ ພັກຜ່ອນໃນບ່ອນທີ່ມີປ່າໄມ້ທີ່ຮົ່ມເຢັນ.

2. ບໍ່ນໍ້າຮ້ອນ ເມືອງ ວຽງທອງ, ແຂວງ ຫົວພັນ.
ຕັ້ງຢູ່ບ້ານ ສໍາພັນທອງ ຫ່າງຈາກເທດສະບານ ເມືອງ ວຽງທອງ 2 ກິໂລແມັດ. ເປັນແຫຼ່ງທ່ອງທ່ຽວບໍ່ນ້ຳຮ້ອນທຳມະຊາດ ທີ່ມີຄວາມຮ້ອນເຖິງ 90 ອົງສາ, ຈຸດທີ່ຮ້ອນທີ່ສຸດ ນ້ຳຈະຟົດ ແລະ ມີອາຍຢູ່ຕະຫຼອດເວລາ. ມີທາງລົດເຂົ້າເຖິງ ບໍລິເວນບໍ່ນໍ້າຮ້ອນ, ມີບ່ອນຈອດລົດ, ມີເຮືອນຂາຍປີ້, ມີອ່າງອາບ-ແຊ່ ສຳລັບນັກທ່ອງທ່ຽວ ແລະ ມີບ່ອນອາບສຳລັບຊາວບ້ານ.

3. ບໍ່ນ້ຳຮ້ອນ ບ້ານ ນາເມືອງ ແຂວງຫົວພັນ
ຕັ້ງຫ່າງຈາກບ້ານນາເມືອງ ປະມານ 1 ກິໂລແມັດ ແລະ ຫ່າງຈາກເທສະບານແຂວງ 22 ກິໂລແມັດ. ເປັນບໍ່ນໍ້າຮ້ອນທໍາມະຊາດ ທີ່ມີຄວາມຮ້ອນພໍສົມຄວນ. ເປັນແຫຼ່ງທ່ອງທ່ຽວ ທີ່ມີຄວາມງາມ ແລະ ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວພາຍໃນ ເພາະຕັ້ງຢູ່ບໍ່ໄກຈາກ ເທດສະບານແຂວງ, ລົດໃຫ່ຍ ແລະ ລົດຈັກສາມາດເຂົ້າເຖິງ, ມີອ່າງອາບ-ແຊ່ ແລະ ອ່າງອາບກາງແຈ້ງສຳລັບຊາວບ້ານ.

4. ບໍ່ນໍ້າຮ້ອນ ເມືອງຮ້ຽມ, ແຂວງ ຫົວພັນ.
ບໍ່ນໍ້າຮ້ອນ ເມືອງຮ້ຽມ ຕັ້ງຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າແອດ-ພູເລີຍ ຫ່າງຈາກເທສະບານເມືອງ ຊໍາເໜືອໄປທາງທິດຕາເວັນຕົກ 155 ກິໂລແມັດ ເປັນສະຖານທີທ່ອງທ່ຽວທີ່ມີເສັ້ນທາງເຂົ້າໄປເຖິງ. ກ່າວກັນວ່ານີ້ແມ່ນບໍ່ນໍ້າຮ້ອນໃຫຍ່ທີ່ສຸດຢູ່ ສປປ ລາວ ແລະ ກໍ່ມີຄວາມຮ້ອນສູງສຸດເຖິງ 100 ອົງສາ ຊຶ່ງບໍ່ບອກກໍຮູ້ດີວ່າອຸນຫະພູມຂະໜາດນີ້ ສາມາດຕົ້ມໄຂ່ ແລະ ປຸງແຕ່ງອາຫານປະເພດອື່ນສຸກໄດ້ພາຍໃນບໍ່ເທົ່າໃດວິນາທີ.

5. ບໍ່ນ້ຳຮ້ອນ ປຸ່ງເລາະ, ເມືອງເມິງ, ແຂວງ ບໍ່ແກ້ວ
ບໍ່ນໍ້າຮ້ອນ ປຸ່ງເລາະ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ມີຄວາມສວຍສົດງົດງາມ ເຊິ່ງເປັນບໍ່ນໍ້າຮ້ອນທີ່ເກີດຂຶ້ນຢູ່ທ່າມກາງແມ່ນໍ້າທີ່ເຢັນ, ເປັນສິ່ງທີ່ມະຫັດສະຈັນ ແລະ ສວຍສົດງົດງາມຫຼາຍ ສະຖານທີ່ດັ່ງກ່າວຕັ້ງຢູ່ບ້ານ ປຸ່ງເລາະ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງເປັນຊາຍແດນລະຫວ່າງເມືອງເມິງ ແລະ ເມືອງຕົ້ນເຜິ້ງ ຫ່າງຈາກຕົວເມືອງ 62 ກິໂລແມັດ, ສາມາດເຂົ້າເຖິງໄດ້ຜ່ານ 2 ທາງຄື: ເຂົ້າມາຜ່ານທາງເມືອງ ຕົ້ນເຜິ້ງ ແລະ ເຂົ້າມາຜ່ານທາງ ເມືອງເມິງ ກໍໄດ້.
ເປັນແນວໃດ, ສຳລັບສະຖານທີ່ບໍ່ນໍ້າຮ້ອນ ທີ່ອິນໄຊດ໌ລາວ ເອົາມາຝາກ ຖ້າທ່ານມີບໍ່ນໍ້າຮ້ອນຈຸດອື່ນຢາກແນະນຳ ກໍ່ສາມາດແນະນຳກັນເຂົ້າມາຕື່ມໄດ້ຜ່ານກ່ອງຄອມເມັ້ນລຸ່ມນີ້
ຂໍ້ມູນ: ຫ້ອງການຖະແຫຼງ, ຂ່າວວັດທະນະທຳ ແລະ ທ່ອງທ່ຽວ ເມືອງເມິງ, ອົງການພັດທະນາການທ່ອງທ່ຽວ,
Hits: 501