ຂໍຂອບໃຈນຳຜູ້ສະໜັບສະໜູນ

ນໍ້າຝົນ ແກ້ວມະນີ ເປັນພະນັກງານສັງກັດຢູ່ ກອງສິລະປະກອນກອງທັບ ເຊິ່ງເປັນໜື່ງໃນນັກຮ້ອງສຽງດີ ທີ່ໄດ້ປະກອບສ່ວນໃນວຽກງານຂອງ ກອງທັບປະຊາຊົນ ປະຕິວັດລາວ, ໂດຍ ນໍ້າຝົນ ໄດ້ຮັບທຶນຈາກລັດຖະບານ ສົ່ງໄປຮຽນຕໍ່ກ່ຽວກັບການຮ້ອງເພງ ຢູ່ ປະເທດຫວຽດນາມ ເປັນເວລາ 5 ປີ, ຫຼັງຈາກຮຽນຈົບແລ້ວ ກໍໄດ້ກັບມາຮັບໃຊ້ກົມກອງ.

ນອກຈາກນີ້, ນໍ້າຝົນ ຍັງເປັນນັກຮ້ອງປະຈໍາຢູ່ວົງ THE PIANIST VIENTIANE CHAMBER ORCHESTRA ທີ່ເປັນດົນຕີແບບສາກົນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນໍ້າຝົນ ໄດ້ໃຫ້ສຳພາດກັບ ອິນໄຊລາວ ເມື່ອບໍ່ດົນນີ້ວ່າ: ຕົນເອງເປັນຄົນມັກຮ້ອງເພງມາແຕ່ນ້ອຍ,​ ພໍ່ແມ່ເຄີຍເວົ້າໃຫ້ຟັງວ່າ ມີສຽງເພງໝໍລໍາຂຶ້ນຢູ່ໃສ ແມ່ນເຕັ້ນເລີຍ… ແລະ ໄດ້ເລີ່ມມາຈັບໄມຮ້ອງເພງແມ່ນຊ່ວງ ປໍ 2 ໂດຍການປະກວດຮ້ອງເພງປະຈໍາໂຮງຮຽນ, ປະຈໍາເມືອງ ແລະ ໄດ້ປະກວດມາເລື່ອຍໆ. ຫຼັງຈາກນັ້ນ ຮອດ ມໍ 4 ກໍໄດ້ເລີ່ມເຂົ້າໄປຮຽນທີ່ ໂຮງຮຽນ ສິລະປະດົນຕີແຫ່ງຊາດ ໄດ້ 4 ປີ, ຫຼັງຈົບຈາກນັ້ນແລ້ວ ກໍໄດ້ທຶນຈາກກອງທັບ ໄປຮຽນຢູ່ ສສ ຫວຽດນາມ ໂດຍໄດ້ລົງເລິກກ່ຽວກັບການຮ້ອງເພງ ໂອເປຣາ ເຊີ່ງທຳອິດແມ່ນບໍ່ໄດ້ມັກເລີຍ ເພາະວ່າມັນມີການໃຊ້ເທັກນິກຫຼາຍ ການໃຊ້ສຽງມັນກໍແຕກຕ່າງຈາກການຮ້ອງເພງບ້ານເຮົາຫຼາຍ, ເມື່ອຜ່ານຈຸດຍາກໆມາແລ້ວ ຈື່ງຮູ້ສຶກວ່າມັກ ແລະ ພູມໃຈຫຼາຍ ເພາະມັນເຮັດໃຫ້ເຮົາມີພະລັງສຽງທີ່ສູງຂຶ້ນຈາກເກົ່າ ແລະ ຮ້ອງໄດ້ຂະໜາດນີ້.

ໃນການສະແດງທີ່ຮ້ານ The Pianist ຄັ້ງທີ່ຜ່ານມາ ເຫັນຮ້ອງເພງລາວ ໃນຮູບແບບ ອໍເຄສຕຣາ ມີຄວາມຍາກງ່າຍສ່ຳໃດ ?

ນໍ້າຝົນໄດ້ຕອບວ່າ: ສຳລັບເພງລາວ ຮ້ອງໃນຮູບແບບຂອງ ອໍເຄສຕຣາ ເຊິ່ງນໍ້າຝົນໄດ້ຮ້ອງເພງ “ລາວດວງເດືອນ ແລະ ບຸນຄຸນພັກ” ເຊິ່ງທັງສອງເພງ ກໍມີຄວາມແຕກຕ່າງກັນ ໂດຍສະເພາະແມ່ນເພງ ບຸນຄຸນພັກ ຈະໃຊ້ສຽງເຄີ່ງໆກາງ ບໍ່ຍາກປ່ານໃດ. ສ່ວນເພງ ລາວດວງເດືອນ ແມ່ນເປັນເພງພື້ນເມືອງ ເຊິ່ງເຮົາຕ້ອງໃຊ້ສຽງພື້ນເມືອງເລີຍ ມັນຄົນລະສະໄຕຣກັນກັບ ອໍເຄສຕຣາ ທີ່ເຮົາເຄີຍຮຽນມາ ລວມໆແລ້ວກໍບໍ່ຍາກເກີນໄປ ເພາະເຮົາຜ່ານຈຸດນັ້ນມາແລ້ວ.

ມີເຄັດລັບໃນການຮັກສາສຽງແນວໃດແດ່ ?

ນໍ້າຝົນຕອບວ່າ: ໂຕສະກາດເລີຍ ແມ່ນ ນໍ້າເຢັນ, ເຫຼົ້າ ແລະ ເບຍ. ຖ້າພວກນີ້ເຂົ້າໄປຕັດປຸບ ຈະເຮັດໃຫ້ສຽງເຮົາເພ ແລະ ມັນຕ້ອງໃຊ້ເວລາເປັນເດືອນ 2 ເດືອນ ຈຶ່ງຈະກັບມາເປັນປົກກະຕິ, ສະນັ້ນ ສິ່ງທີ່ຫຼີກຫຼ່ຽງທີ່ສຸດແມ່ນ ການກິນເຄື່ອງດື່ມເຢັນໆ

“ການເຮັດໃຫ້ຜູ້ຊົມມີຄວາມສຸກ ກໍ່ຈະເຮັດໃຫ້ເຮົາມີຄວາມສຸກໄປນຳ” ນໍ້າຝົນກ່າວ

ນໍ້າຝົນກ່າວປິດທ້າຍ: ສຳລັບທ່ານໃດ ທີ່ຢາກຟັງນໍ້າຝົນຮ້ອງເພງໃນຮູບແບບອໍເຄສຕຣາ ແມ່ນສາມາດໄປຟັງໄດ້ທີ່ ຮ້ານ The Pianist ບ່ອນດຽວເທົ່ານັ້ນ.

ທ່ານສາມາດເບີ່ງວິດີໂອ ຮ້ອງເພງຂອງ ນໍ້າຝົນໄດ້ທີ່ນີ້: ເພງ ບຸນຄຸນພັກ – THE PIANIST VIENTIANE CHAMBER ORCHESTRA

Hits: 1233

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້