ກຸດຈີນປີນີ້ ກົງກັບວັນທີ 12 ກຸມພາ 2021 ຖືວ່າເປັນມື້ຕ້ອນຮັບປີໃໝ່ ຂອງພີ່ນ້ອງຊາວຈີນ-ຫວຽດນາມ ແລະພີ່ນ້ອງຊາວລາວເຊື້ອສາຍຈີນ-ຫວຽດນາມ. ພາບລວມການຊື້ຂາຍກ່ອນເທດສະການກຸດຈີນປີນີ້ ແມ່ນຍັງບັນຍາກາດທີ່ຟົດຟື້ນ

ເນື່ອງຈາກວ່າເປັນງານບຸນທີ່ສຳຄັນຂອງພີ່ນ້ອງຊາວລາວເຊື້ອສາຍຈີນ-ຫວຽດນາມ ເພາະຖືວ່າເປັນເທດສະການແຫ່ງການເປີດຮັບສິ່ງໃໝ່ໆ ເປີດຮັບຄວາມຮັ່ງມີ ລໍ້າລວຍ, ຄວາມສຸກ, ຄວາມສຳເລັດ, ໂຊກດີ ຈາກພິທີການຕ່າງໆ

ການຈັບຈ່າຍໃຊ້ສອຍ ລວມທັງເຄື່ອງບູຊາບັນພະບຸລຸດ, ອາຫານມຸງຄຸນ, ຂະໜົມມຸງຄຸນ, ຂອງເສີມສີຣິມຸງຄຸນ ໄດ້ສະທ້ອນໃຫ້ເຫັນເຖິງຄວາມເປັນເອກະລັກແລະປະເພນີຂອງຊາວຈີນທີ່ໄດ້ປະຕິບັດມາເປັນເວລາຫຼາຍພັນປີແລ້ວ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຈົ້າຂອງຮ້ານຂາຍເຄື່ອງຊຸດໄຫວ້ ແລະ ອຸປະກອນທີ່ໃຊ້ໃນງານກຸດຈີນ ບໍລິເວນຕະຫຼາດຊັງຈຽງ ໄດ້ບອກວ່າ: ປົກກະຕິ ແຕ່ລະປີຈະມີລູກຄ້າມາຈັບຈ່າຍໃຊ້ສອຍ ເພື່ອຊື້ເຄື່ອງກຽມກຸດຈີນຢູ່ແລ້ວ. ສຳລັບປີນີ້, ເຖິງວ່າການລະບາດຂອງພະຍາດໂຄວິດ-19 ຈະຍັງມີຢູ່ໃນປະເທດອ້ອມຂ້າງ. ແຕ່ຄົນຈີນ ທີ່ກັບບ້ານບໍ່ໄດ້ ລວມທັງຄົນລາວເຊື້ອສາຍຈີນ ກໍ່ຍັງພາກັນອອກມາຈັບຈ່າຍປົກກະຕິ

ສ່ວນບັນຍາກາດ ການຊື້ຂາຍຂະໜົມມຸງຄຸນ, ໝາກໄມ້ ແລະ ເຄື່ອງໄຫວ້ ຢູ່ຮ້ານຄ້າແຫ່ງໜື່ງ ຢູ່ບໍລິເວນທົ່ງຂັນຄໍາ ກໍ່ກຳລັງຟົດຟື້ນເຊັ່ນກັນ.​ ໂດຍປະຊາຊົນລາວເຊື້ອສາຍຈີນ-ຫວຽດນາມ ໄດ້ເລີ່ມພາກັນອອກມາຊື້ ຂະໜົມ ເຂົ້າຕົ້ມ ແລະ ໝາກໄມ້ມຸງຄຸນກັນແນ່ແລ້ວ

ແນວໃດກໍ່ຕາມ, ສຳລັບມາດຕະການທີ່ຄະນະສະເພາະກິດ ໄດ້ຊີ້ນຳກ່ຽວກັບການຈັດງານບຸນປະເພນີຕ່າງໆ ແມ່ນໃຫ້ຈັດຢູ່ບົນພື້ນຖານຈິດໃຈທີ່ປະຢັດມັດທະຍັດ, ກະທັດຮັດ, ແບບຄອບຄົວ ແລະ ຮັບປະກັນ ການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ  

Hits: 9

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້